ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລາວ - ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ
ເວລາອອກຂ່າວ: 2020-10-15 08:42:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ວັນທີ 14 ຕຸລາ 2020, ທີ່ຫໍ ປະຊຸມແຫ່ງຊາດ, ນະຄອນຫຼວງ ວຽງຈັນ, ສະຫາຍ ສະເຫຼີມໄຊ ກົມ ມະສິດ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດ ຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປ ຈີນ. ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນ ດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີ ລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງທີ 2 ຂອງ ສະຫາຍ ລັດ ຖະ ມົນຕີ ຫວັງ ອີ້ ໃນປີ 2020 ນີ້, ໂດຍຄັ້ງທີ 1 ໄດ້ມີການການພົບ ປະສອງຝ່າຍໃນເດືອນກຸມພາທີ່ ຜ່ານມາໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະ ເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5, ລວມທັງກອງປະຊຸມ ສະໄໝພິເສດ ອາຊຽນ-ຈີນ ວ່າ ດ້ວຍ ການລະບາດຂອງພະຍາດ ໂຄວິດ-19 ທີ່ນະຄອນຫຼວງວຽງ ຈັນ. ໃນການພົບປະຄັ້ງນີ້, ສອງ ຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວ ພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານໝັ້ນຄົງຍາວນານຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມຊະ ຕາກຳ ລາວ-ຈີນ ແລະ ຈີນ-ລາວ ລະຫວ່າງ ສອງພັກ ແລະ ສອງລັດ ຖະບານ ກໍຄື ປະຊາຊົນສອງ ຊາດ, ເຊິ່ງນັບມື້ນັບໄດ້ຮັບການ ເສີມຂະຫຍາຍ ດ້ວຍຄຸນນະພາບ ໃໝ່ຢ່າງບໍ່ຢຸດຢັ້ງ, ໂດຍໄດ້ສະ ແດງອອກໃນການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ຂໍ້ລິເລີ່ມທີ່ສະ ຫາຍ ລັດຖະມົນຕີ ຫວັງ ອີ້ ໄດ້ ສະເໜີຢູ່ໃນກອງປະຊຸມສາກົນ ຜ່ານລະບົບທາງໄກກ່ຽວກັບ ຄວາມໝັ້ນຄົງທາງດ້ານຂໍ້ມູນ ຂ່າວສານສາກົນ (Global Initiative on Data Security), ໃນວັນທີ 08 ກັນຍາ 2020 ຜ່ານມາ, ເຊິ່່ງເປັນຂໍ້ລິເລີ່ມທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນປະໂຫຍດຕໍ່ກັບຫຼາຍປະເທດ ໃນພາກພື້ນ ແລະ ສາກົນໃນການ ພັດທະນາເສດຖະກິດ-ສັງຄົມ ເພື່ອຄວາມກ້າວໜ້າທາງເຕັກໂນ ໂລຊີ, ຄວາມປອດໄພທາງດ້ານຂໍ້ ມູນຂ່າວສານ, ລວມທັງຄວາມ ໝັ້ນຄົງຂອງຊາດ ແລະ ຜົນປະ ໂຫຍດສ່ວນລວມ. ພ້ອມກັນນີ້, ສປປ ລາວ ຍັງໄດ້ສະແດງການ ສະໜັບສະໜູນຢ່າງເຕັມປ່ຽມຕໍ່ ເນື້ອໃນບົດປາໄສຂອງ ສະຫາຍ ປະທານປະເທດ ສີ ຈິ້ນຜິງ ທີ່ໄດ້ ກ່າວຜ່ານກອງປະຊຸມທາງໄກ ໃນໂອກາດວັນສ້າງຕັ້ງ ສປຊ ຄົບ ຮອບ 75 ປີ ໂດຍສະເພາະແມ່ນ ຄຳເຫັນທີ່ສຳຄັນໃນ 6 ຈຸດໃຫຍ່ ຄື: 1.ການເປັນຄູ່ຮ່ວມຊະຕາກໍາ ຂອງມວນມະນຸດ; 2.ການຮ່ວມ ມືຕ່າງຝ່າຍຕ່າງມີຜົນປະໂຫຍດ; 3. ການສົ່ງເສີມການຄ້າຫຼາຍ ຝ່າຍ; 4. ແນວຄິດການພັດທະນາ ແບບໃໝ່; 5. ການຮ່ວມມືໃນ ຂອບ ຫຼາຍຝ່າຍ; ແລະ 6. ການສະ ໜັບສະໜູນຄວາມເປັນແກນ ກາງຂອງສະຫະປະຊາຊາດ ແລະ ອື່ນໆ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ຕໍ່ ການຕີລາຄາການຮ່ວມມືສອງ ຝ່າຍ ກໍຄື ລະຫວ່າງສອງກະຊວງ ການຕ່າງປະເທດ ໃນໄລຍະຜ່ານ ມາພາຍໃຕ້ສະຖານະການໃໝ່ຂອງການແຜ່ລະບາດຂອງເຊື້ອ ພະຍາດ ໂຄວິດ-19 ແລະ ສະ ພາບການສາກົນໃນປັດຈຸບັນ ໃນດ້ານຕ່າງໆເຊັ່ນ: ດ້ານການ ເມືອງຄວາມໝັ້ນຄົງ, ສອງຝ່າຍ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ແລະ ແລກປ່ຽນຂໍ້ມູນ ເຊິ່ງກັນ ແລະ ກັນຢ່າງເປັນປະຈຳເຮັດໃຫ້ຊາຍ ແດນ ລາວ-ຈີນ ເປັນຊາຍແດນ ມິດຕະພາບ, ບ້ານໄກ້ເຮືອນຄຽງ ຕາມທິດ 4 ດີ ແລະ ຄູ່ຮ່ວມຊະ ຕາກຳອັນແທ້ຈິງ; ດ້ານເສດຖະ ກິດ ແລະ ການຄ້າ, ສອງຝ່າຍ ໄດ້ສະແດງການສະໜັບສະໜູນ ນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຂອງ ສປ ຈີນ, ເຊິ່ງຈະນໍາ ຜົນປະໂຫຍດອັນໃຫຍ່ຫຼວງມາ ໃຫ້ແກ່ບັນດາປະເທດຕ່າງໆທີ່ ເຂົ້າ ຮ່ວມ ໂດຍສະເພາະ ສຳລັບ ສປປ ລາວແມ່ນໄດ້ໃຫ້ຄວາມສຳຄັນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍ ໄດ້ເຊື່ອມໂຍງລະຫວ່າງຍຸດທະ ສາດ “ການຫັນປະເທດບໍ່ ມີຊາຍ ແດນຕິດກັບທະເລ ເປັນປະເທດ ເຊື່ອມໂຍງເຊື່ອມຈອດ”ຂອງ ສປປ ລາວ ເຂົ້າກັບຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ໂດຍຖືເອົາການກໍ່ສ້າງ ທາງລົດໄຟ ລາວ-ຈີນ ແລະ ທາງ ດ່ວນວຽງຈັນ-ວັງວຽງ, ວັງວຽງ- ຫຼວງພະບາງ, ຫຼວງພະບາງ-ອຸ ດົມໄຊ ໄປຈົນຮອດຊາຍແດນ ລາວ-ຈີນ ດ່ານບໍ່ເຕັນ-ບໍ່ຫານ ເປັນໜຶ່ງໃນການເຊື່ອມໂຍງຍຸດ ທະສາດ ອັນສຳຄັນຂອງສອງປະ ເທດ ແລະ ຖືເປັນສອງເສັ້ນ ທາງທີ່ສຳຄັນໃນການປະຕິບັດ ແລວເສດຖະກິດ ລາວ-ຈີນ, ຈີນ- ລາວ, ເຊິ່ງໂຄງການກໍ່ສ້າງທາງ ລົດໄຟ ລາວ-ຈີນ ໃນປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍກວ່າ 90,7% ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມ ຄືບໜ້າຫຼາຍກວ່າ 90% ແລະ ຄາດວ່າ ຈະເປີດນຳໃຊ້ ໃນວັນທີ 2 ທັນວາ 2020 ນີ້. ນອກຈາກນີ້, ຍັງມີໂຄງການຮ່ວມມືອື່ນໆທີ່ສຳ ຄັນ ເຊັ່ນ: ໂຄງການກໍ່ສ້າງໂຮງ ໝໍມະໂຫສົດຫຼັງໃໝ່ ທີ່ໄດ້ກໍ່ສ້າງ ສຳເລັດແລ້ວ 60% ແລະ ຄາດວ່າ ຈະສໍາເລັດການກໍ່ສ້າງໃນປີ 2021, ໂຄງການແລວທາງເສດ ຖະກິດ ລາວ-ຈີນ ແລະ ໂຄງການ ສ້າງສູນກວດພະຍາດ ໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ; ດ້ານການຄ້າ ແລະ ການລົງທຶນ, ສອງຝ່າຍໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ໄດ້ມີການຂະຫຍາຍຕົວ ສູງໃນຊຸມປີຜ່ານມາ, ໃນປີ 2019 ສປ ຈີນ ເປັນປະເທດລົງທຶນອັນດັບ 1 ຢູ່ ສປປ ລາວ ມີຈຳນວນເຖິງ 785 ໂຄງການ, ລວມມູນຄ່າ 12 ຕື້ ໂດລາ ສະຫະລັດ ແລະ ປະ ເທດຄູ່ຄ້າລາຍໃຫຍ່ອັນດັບ 2 ຂອງ ສປປ ລາວ, ມີມູນຄ່າການຄ້າ ບັນລຸໄດ້ 3.540 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 17,4%, ມູນ ຄ່າການນໍາເຂົ້າມີ 1.600 ລ້ານ ໂດລາ ສະຫະລັດ, ເພີ່ມຂຶ້ນ 29,6% ແລະ ມູນຄ່າສົ່ງອອກມີ 1.940 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສອງຝ່າຍ ຍັງຕົກລົງເຫັນດີ ໃນການຈັດຕັ້ງ ປະຕິບັດຊ່ອງທາງໄວຮ່ວມກັນ (Fast-Track Lane) ໃນໄລ ຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ເພື່ອສົ່ງເສີມການ ໄປມາຫາສູ່ກັນລະຫວ່າງພະ ນັກງານ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍຄື ແຮງງານ ແລະ ຊ່ຽວຊານ ສຳລັບໂຄງການໃຫຍ່ໆທີ່ສຳຄັນ ລະຫວ່າງສອງປະເທດ, ເຊິ່ງ ຊ່ອງທາງດັ່ງກ່າວຈະເປັນການ ປະກອບສ່ວນເຂົ້າໃນການສົ່ງ ເສີມການຮ່ວມມື ເພື່ອຊ່ວຍຟື້ນ ຟູເສດຖະກິດຂອງ ສປປ ລາວ ກໍຄື ເຮັດໃຫ້ການປະຕິບັດໂຄງ ການຕ່າງໆຂອງ ສປ ຈີນ ຢູ່ ສປປ ລາວ ສຳເລັດຕາມຄາດໝາຍ. ພ້ອມນັ້ນ, ສອງຝ່າຍຍັງເຫັນດີ ໃນດ້ານຫຼັກການໃຫ້ເປີດນຳໃຊ້ຊ່ອງທາງສີຂຽວເພື່ອອຳນວຍ ຄວາມສະດວກໃຫ້ແກ່ລົດບັນ ທຸກສິນຄ້າຜ່ານແດນ ລາວ-ຈີນ, ຈີນ-ລາວ ຢູ່ດ່ານສາກົນບໍ່ເຕັນ-ບໍ່ຫານ, ແຂວງຫຼວງນໍ້າທາ ໃຫ້ມີ ຄວາມວ່ອງໄວຂຶ້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງແຜນການຮ່ວມ ມືໃນຕໍ່ໜ້າ ໂດຍສະເພາະແມ່ນ ການສະເໜີແຜນການສະເຫຼີມສະ ຫຼອງວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ, ຈີນ-ລາວ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນປີ 2021, ພ້ອມ ທັງປຶກສາຫາລືກ່ຽວກັບການ ສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະ ຍາດ ໂຄວິດ-19 ເພື່ອປ້ອງກັນບໍ່ໃຫ້ກັບມາລະບາດອີກຮອບໃໝ່. ໃນໂອກາດນີ້, ສະຫາຍ ລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ ສະແດງຄວາມຊົມເຊີຍຕໍ່ຜົນສຳ ເລັດທີ່ພັກ ແລະ ລັດຖະບານ ແຫ່ງ ສປ ຈີນ ຍາດມາໄດ້ ໃນການຄວບ ຄຸມ ແລະ ສະກັດກັ້ນການແຜ່ ລະບາດຂອງເຊື້ອພະຍາດ ໂຄ ວິດ-19, ພ້ອມທັງສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ສປ ຈີນ ທີ່ໄດ້ບິແບ່ງການຊ່ວຍເຫຼືອອັນມີຄຸນຄ່າໃຫ້ແກ່ ສປປ ລາວ ໃນການປ້ອງກັນ ແລະ ຕໍ່ສູ້ ກັບພະຍາດ ໂຄວິດ-19 ນັບແຕ່ ຕົ້ນຈົນເຖິງປັດຈຸບັນ, ເຊິ່ງເປັນ ການປະກອບສ່ວນອັນສຳຄັນ ເຮັດໃຫ້ ສປປ ລາວ ປະສົບຜົນສຳ ເລັດຢ່າງສູງໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ໃນປັດຈຸບັນ ແລະ ສະແດງຄວາມ ເຊື່ອໝັ້ນຢ່າງໜັກແໜ້ນວ່າດ້ວຍ ບົດຮຽນອັນອຸດົມສົມບູນ ແລະ ມາດຕະການທີ່ມີປະສິດທິຜົນ ສູງ, ສປ ຈີນ ຈະສາມາດຄວບຄຸມ ພະຍາດດັ່ງກ່າວໄດ້ຢ່າງສິ້ນເຊີງ ແລະ ປະສົບຜົນສຳເລັດ ໃນ ການ ຜະລິດວັກຊີນອອກມາຮັບໃຊ້ ສັງຄົມໃນໄວໆນີ້. ໃນຂະນະ ດຽວກັນ, ສະຫາຍ ລັດຖະມົນ ຕີ ຫວັງອີ້ ກໍໄດ້ສະແດງຄວາມ ຂອບໃຈມາຍັງພັກ, ລັດຖະ ບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດ ຕ້ອນຮັບຢ່າງອົບອຸ່ນໃນການມາ ຢ້ຽມຢາມທາງການ ສປປ ລາວ ຂອງຕົນໃນຄັ້ງນີ້ ແລະ ສະແດງ ຄວາມຍິນດີຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນລາວ ລະຫວ່າງ ສອງພັກ-ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ໄດ້ຮັບການເສີມຂະ ຫຍາຍ ທັງລວງກວ້າງ, ລວງເລິກ ແລະ ໃຫ້ມີປະສິດທິຜົນ, ນໍາເອົາ ຜົນປະໂຫຍດຕົວຈິງມາໃຫ້ແກ່ປະ ຊາຊົນສອງຊາດ ລາວ ແລະ ຈີນ. ພາຍຫຼັງສຳເລັດການພົບປະ ສອງຝ່າຍໄດ້ມີການລົງນາມບົດ ບັນທຶກການຊ່ວຍເຫຼືອລ້າ 3 ສະ ບັບ ຄື: 1. ໂຄງການຊ່ວຍເຫຼືອ ລ້າກ່ຽວກັບອຸປະກອນຕ້ານໄຂ້ ເລືອດອອກ; 2. ໂຄງການພື້ນຖານ ໂຄງລ່າງການພັດທະນາຊົນນະ ບົດໄລຍະ 2; ແລະ 3. ໂຄງການ ແລກປ່ຽນລະຫວ່າງລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ກ່ຽວ ກັບການຮັບເອົາສິດພິເສດທາງ ດ້ານພາສີ 0% ໃຫ້ແກ່ 97% ຂອງລາຍການສິນຄ້າທັງໝົດ (GSP 97%). ໃນໂອກາດຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້, ສະຫາຍ ລັດຖະມົນຕີ ຫວັງ ອີ້ ພ້ອມດ້ວຍຄະ ນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະ ຫາຍ ບຸນຍັງ ວໍລະຈິດ ປະທານ ປະເທດ ແຫ່ງ ສປປ ລາວ, ທີ່ທຳ ນຽບປະທານປະເທດ ແລະ ສະ ຫາຍ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ທີ່ສຳ ນັກງານນາຍົກລັດຖະມົນຕີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ