ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູ້ຊົນເຮັດໃຫ້ແຂວງຜົ້ງສາລີ ມີໃບໜ້າໃໝ່
ເວລາອອກຂ່າວ: 2020-10-16 17:47:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ແຂວງຜົ້ງສາລີ ແມ່ນແຂວງ ໜຶ່ງທີ່ຢູ່ພາກເໜືອສຸດຂອງລາວ ເຊິ່ງເປັນແຂວງພູດອຍ, ມີເສັ້ນ ທາງຫຼວງແຫ່ງຊາດ ເລກທີ 19, 1 A, 1 B ແລະ 2 E, ມີເນື້ອທີ່ 16.270 ກິໂລຕາແມັດ, ໃນນັ້ນ ມີເນື້ອທີ່ພູດອຍກວມເອົາ 99%, ມີຊາຍແດນຕິດກັບ 2 ປະເທດ ເພື່ອນມິດຍຸດທະສາດຄື: ສສ ຫວຽດນາມ, ສປ ຈີນ, ມີດ່ານສາ ກົນ 1 ແຫ່ງ, ດ່ານທ້ອງຖິິ່ນ 2 ແຫ່ງ, ດ້ານປະເພນີ 4 ແຫ່ງ, ມີ 7 ເມືອງ ຄື: ເມືອງຜົ້ງສາລີ, ເມືອງ ໃໝ່, ເມືອງຂວາ, ເມືອງສຳພັນ, ເມືອງບຸນເໜືອ, ເມືອງຍອດອູ ແລະ ເມືອງບຸນໃຕ້, ເຊິ່ງເມືອງບຸນເໜືອ ເປັນເທສະບານຂອງແຂວງ, ມີ 515 ບ້ານ, ມີພົນລະເມືອງ ທັງ ໝົດ 189.898 ຄົນ, ຍິງ 93.201 ຄົນ, ປະກອບມີ 15 ຊົນເຜົ່າ, ເຜົ່າ ອາຄາ 30,54%, ເຜົ່າກຶມມຸ 18,84%, ຜູ້ນ້ອຍ 16,62%, ລື້ 9,83%, ມົ້ງ 4,28%, ໄຕ 4,2%, ອີວມຽນ 4,11%, ເຜົ່າ ລາວ 3,49%, ຫໍ້ 2,54%, ຢັ້ງ 1,75%, ສີລາ1,7%, ໂລໂລ 0,77%, ບິດ 0,55%, ໄຕເໜືອ 0,42% ແລະ ຊົນເຜົ່າຮາຢີ 0,36% ໂດຍປະຕິບັດຕາມແນວ ທາງ 3 ສ້າງຂອງພັກ ວ່າດ້ວຍ ການເຕົ້າໂຮມບ້ານນ້ອຍໃຫ້ກາຍ ເປັນບ້ານໃຫຍ່ ແລະ ໂຮມບ້ານ ໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍ ໃນຊົນນະບົດ, ຕິດພັນກັບວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນ ຮອບດ້ານ, ໃນການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ ແລະ ສ້າງບ້ານເປັນ ຫົວໜ່ວຍພັດທະນາ ລົງສູ່ຮາກ ຖານປະຊາຊົນໃຫ້ທົ່ວເຖິງ. ສະຫາຍ ຄຳຜອຍ ວັນນະສານ ເລຂາພັກແຂວງ ເຈົ້າແຂວງໆ ຜົ້ງສາລີ ໃຫ້ຮູ້ວ່າ: ການພັດທະ ນາວຽກງານຮອບດ້ານຂອງ ແຂວງ, ໃນໄລຍະຜ່ານມາປະ ສົບກັບຄວາມຍຸ້ງຍາກ ເນື່ອງ ຈາກໄດ້ຍົກຍ້າຍສຳນັກງານ ປົກຄອງແຂວງມາຕັ້ງຢູ່ເມືອງ ບຸນເໜືອ ເຮັດໃຫ້ດ້ານເສດ ຖະກິດ-ການເງິນບວກກັບຜົນ ກະທົບໄພພິບັດທາງທຳມະ ຊາດ, ການລະບາດພະຍາດ ໂຄວິດ-19, ສັດຕູພືດ ແລະ ອື່ນໆ ເຊິ່ງເປັນສິ່ງທ້າທາຍຕໍ່ ການນຳພາ, ຊີ້ນໍາຈັດຕັ້ງປະຕິ ບັດວຽກງານການເມືອງ, ເສດ ຖະກິດ,ວັດທະນະທໍາ-ສັງຄົມ. ດັ່ງນັ້ນພັກ-ລັດຖະບານ ກໍຄືອົງ ການປົກຄອງແຂວງ, ພະແນກ ການ, ເມືອງ, ຂະແໜງການແຕ່ ລະຂັ້ນໄດ້ເປັນເສນາທິການ ໃຫ້ການນຳແຂວງ ທາງດ້ານ ວຽກງານຮັບປະກັນເຮັດໃຫ້ ສະພາບມີຄວາມສະຫງົບ, ຕິດ ພັນກັບແຜນພັດທະນາເສດຖະ ກິດ-ສັງຄົມຢ່າງແຂງແຮງ ໂດຍສຸມໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງສູນ ກາງພັກ ຄັ້ງທີ X ແລະ ມະຕິ ກອງປະຊຸມໃຫຍ່ຂອງແຂວງ ຄັ້ງທີ X ຢ່າງແທດເຖິງເຮັດ ໃຫ້ພະນັກງານ, ແຕ່ລະຂັ້ນຕະ ຫຼອດຮອດ ນາຍ ແລະ ພົນທະ ຫານ-ຕຳຫຼວດ, ປະຊາຊົນບັນ ດາເຜົ່າ ໄດ້ປຸ້ມລຸມກັນບຸກທະ ລຸທາງດ້ານແນວຄິດປ່ຽນແປງ ໃໝ່ຂອງພັກ ທັງຈັດຕັ້ງຜັນຂະ ຫຍາຍ ແລະ ຫັນເປັນແຜນການ, ໂຄງການຂອງແຕ່ລະຂະແໜງ ການລະອຽດ ເຮັດໃຫ້ບັນດາ ໜ້າວຽກໄດ້ຮັບຜົນສຳເລັດ ເປັນກ້າວໆ. ອັນພົ້ນເດັ່ນແມ່ນ ຂົງເຂດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ເຊິ່ງ ຄະນະນຳແຂວງ ໄດ້ເອົາໃຈ ໃສ່ຫັນພະນັກງານ-ນັກຮົບລົງ ກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ເຮັດ ໃຫ້ສະພາບມີຄວາມສະຫງົບປອດ ໄພ. ພ້ອມນັ້ນ, ຍັງໄດ້ແລກປ່ຽນ ບົດຮຽນວຽກງານຊາຍແດນນຳ ສສ ຫວຽດນາມ, ສປ ຈີນ ເປັນ ປົກກະຕິຕາມແນວທາງນະໂຍ ບາຍການຕ່າງປະເທດຂອງພັກ. ໃນນີ້, ສາມາດສະກັດກັ້ນປະກົດ ການຫຍໍ້ທໍ້ໄດ້ທ່ວງທັນຕາມບໍລິ ເວນຊາຍແດນ ເປັນຕົ້ນແມ່ນ ບັນ ຫາການຍົກຍ້າຍຕັ້ງພູມລຳເນົາ ແບບຊະຊາຍ, ການລັກລອບ ແຕ່ງດອງ, ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ ແລະ ບັນຫາ ອື່ນໆທີ່ກ່ຽວພັນ ເຫັນວ່າຂົງເຂດ ວຽກງານດັ່ງກ່າວ ໄດ້ຮັບການ ແກ້ໄຂຫຼຸດລົງຢ່າງມີປະສິດທິ ພາບດີຂຶ້ນ ຖ້າທຽບໃສ່ແຜນການ ບັນລຸໄດ້ 85% ຂຶ້ນໄປ. ສໍາລັບ, ການພັດທະນາເສດ ຖະກິດຂອງແຂວງ ສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ຕາມ ແນວທາງນະໂຍບາຍ 6 ທາງ ອອກ, ຕາມແລວ 1: 1, 4 ທາງ ອອກສູ່ຕະຫຼາດພາຍນອກ, ການ ນຳໃຊ້ 5 ທ່າແຮງ ແລະ 22 ແລວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ແກ້ໄຂ ຄວາມທຸກຍາກ, ຊຸກຍູ້ສົ່ງເສີມ ການພັດທະນາວິສາຫະກິດຂະ ໜາດນ້ອຍ-ຂະໜາດກາງເປັນ ສິນຄ້າໂອດອບ ລວມມີ 14 ຫົວ ໜ່ວຍ 52 ຜະລິດຕະພັນ ຄື: ເມືອງ ຜົ້ງສາລີ ມີ 6 ຫົວໜ່ວຍ 21 ຜະ ລິດຕະພັນໄດ້ແກ່: ຊາພາຍາສີ, ຊາຂຽວ, ຊາພຽງໂມຢາ, ຊາ ທ່ອນ, ຊາແສງຄຳລາວລີ ແລະ ເຫຼົ້າຂຽວ ເມືອງໃໝ່ມີ 1 ຫົວໜ່ວຍ 4 ຜະລິດຕະພັນໄດ້ແກ່ ການຕໍ່າ ຫູກທໍໄໝ; ເມືອງຂວາມີ 3 ຫົວ ໜ່ວຍ 7 ຜະລິດຕະພັນໄດ້ແກ່ ນ້ຳເຜີ້ງ, ໄຄແຜ່ນ; ເມືອງສຳພັນ ມີ 1 ຫົວໜ່ວຍຜະລິດຕະພັນໄດ້ ແກ່ແຈ່ວຂ່າ; ເມືອງບຸນເໜືອມີ 1 ຫົວໜ່ວຍໄດ້ແກ່ ເສັ້ນເຝີ ແລະ ເສັ້ນເຂົ້າປຸ້ນ; ເມືອງຍອດອູ ມີ 1 ຫົວໜ່ວຍ 12 ຜະລິດຕະພັນ ໄດ້ແກ່ຫັດຖະກຳໄມ້ປ່ອງ ແລະ ເມືອງບຸນໃຕ້ມີ 1 ຫົວໜ່ວຍ 4 ຜະລິດຕະພັນ, ເຊິ່ງອັນພົ້ນເດັ່ນໄດ້ ສ້າງຊື່ສຽງໃຫ້ແກ່ ສປປ ລາວ ກໍຄື ຊາວແຂວງຜົ້ງສາລີ ໃນປີ 2019 ຜ່ານມາ, ຜະລິດຕະພັນ ຊາ (ຊາແສງຄຳລາວລີ ) ຂອງ ແຂວງສາມາດຍາດໄດ້ລາງວັນ ຊະນະເລີດ ປະເພດ I ທີ່ຮົງກົງ ສປຈີນ ແລະ ໄດ້ຮັບຄວາມສົນ ໃຈຢ່າງກວ້າງຂວາງຈາກຜູ້ເຂົ້າ ຮ່ວມງານຈາກຫຼາຍປະເທດ. ໃນ ປີ 2020 ເສດຖະກິດແຂວງຜົ້ງ ສາລີ ຈະຂະຫຍາຍຕົວຕາມແຜນ ການ 6,67% ລາຍຮັບສະເລ່ຍ ຕໍ່ຫົວຄົນ 988 ໂດລາສະຫະ ລັດ, ທຽບໃສ່ປີ 2015 ເພີ່ມຂຶ້ນ 199 ໂດລາສະຫະລັດ ໃນນີ້, ຂະແໜງການກະສິກຳ-ປ່າ ໄມ້ກວມເອົາ 48,89%; ອຸດ ສະຫະກຳ-ການຄ້າກວມເອົາ 21,16% ແລະ ການບໍລິການ ກວມເອົາ 29,66%. ສໍາລັບ ຂະ ແໜງກະສິກໍາເປັນສິນຄ້າໄດ້ ຮັບການຊຸກຍູ້ ແລະ ເອົາໃຈໃສ່ ມີເນື້ອທີ່ປູກຢາງພາລາ 17 ພັນ ກວ່າເຮັກຕາ, ເນື້ອທີ່ປູກຊາ 2.404 ກວ່າເຮັກຕາ, ປູກອ້ອຍ 1.759 ກວ່າເຮັກຕາ, ກ້ວຍ 736 ກວ່າເຮັກຕາ, ໝາກແໜງ, ປູກ ພືດຕາມລະດູການ 4 ພັນກວ່າ ເຮັກຕາ; ປະເພດສັດມີງົວ,ຄວາຍ, ໝູ ແລະ ສັດປີກ, ພົ້ນເດັ່ນແມ່ນ ການລ້ຽງເຜິ້ງ ແລະ ປູກອ້ອຍ ເປັນສິນຄ້າ ເຫັນວ່າມີທ່າກ້າວຂະຫຍາຍຕົວເປັນວົງກວ້າງ, ຂົງເຂດວຽກງານແກ້ໄຂຄວາມ ທຸກຍາກໄດ້ປະຕິບັດນະໂຍບາຍ 6 ທາງອອກຂອງແຂວງ ດ້ວຍ ການນຳໃຊ້ທຸກແຫຼ່ງທຶນ ແລະ ກຳລັງແຮງສັງລວມ, ຜ່ານການ ກວດກາປະເມີນຜົນເຫັນວ່າ ຄອບ ຄົວທຸກຍາກໄດ້ຫຼຸດລົງຍັງເຫຼືອ 9.987 ຄອບຄົວ, ກວມເອົາ 27,06% ຂອງຈຳນວນຄອບຄົວ ທົ່ວແຂວງ; ບ້ານທຸກຍາກ 329 ບ້ານ, ກວມເອົາ 63,03%, ບ້ານ ພັດທະນາກວມເອົາ 22,67% , ຄອບຄົວພັດທະນາກວມເອົາ 66,35%. ສະຫາຍ ຄຳຜອຍ ວັນນະສານ ໃຫ້ຮູ້ຕື່ມວ່າ: ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ໄດ້ກຳນົດເປົ້າໝາຍລະ ອຽດ ໃນນັ້ນ, ສາມາດດຶງດູດການ ລົງທຶນຈາກພາຍໃນ ແລະ ຕ່າງປະ ເທດ 403 ໂຄງການ ມູນຄ່າ 3.470 ຕື້ກີບ ໃນນັ້ນ, ທຶນພາຍ ໃນ 1.494 ຕື້ກີບ, ທຶນຕ່າງປະ ເທດ 1.976 ຕື້ກີບ ເຂົ້າໃສ່ແຕ່ ລະຂົງເຂດວຽກງານ ແລະ ຈຸດສຸມ ຂອງແຜນພັດທະນາ. ຜ່ານການ ຈັດຕັ້ງປະຕິບັດສາມາດຕີລາຄາ ຜົນສຳເລັດໃນການປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ຕາມຕົວເລກຄາດໝາຍຮອງຮັບ ຂອງ ມະຕິ 06/ສພຂ ວ່າດ້ວຍ ການຮັບຮອງເອົາວິໄສທັດຍຸດ ທະສາດ ການພັດທະນາໃຫ້ເສດ ຖະກິດເຕີບໂຕຢ່າງຕໍ່ເນື່ອງ, ໝັ້ນ ທ່ຽງ, ສ້າງຄວາມສົມດູນຂອງ ການເຕີບໂຕແບບຍືນຍົງຕາມ ທິດສີຂຽວ (ເສດຖະກິດ, ສັງ ຄົມ ແລະ ສິ່ງ ແວດລ້ອມ), ຫັນ ເອົາການພັດທະນາຂະແໜງ ກະສິກຳຕິດພັນກັບອຸດສາຫະ ກຳການປຸງແຕ່ງ ແລະ ອຸດສາ ຫະກຳການບໍລິການ-ການທ່ອງ ທ່ຽວເປັນເສດຖະກິດເສົາຄໍ້າ ຕົ້ນຕໍ, ຖືເອົາອຸດສາຫະກຳພະ ລັງງານໄຟຟ້າ ແລະ ບໍ່ແຮ່ເປັນ ເສດຖະກິດເສົາຄໍ້າສຳຮອງ, ດ້ານ ເສດຖະກິດມະຫາພາກສາມາດ ສ້າງລວມຍອດຜະລິດຕະພັນ ພາຍໃນ 7.427 ຕື້ກີບ ເທົ່າກັບ 92,79% ຂອງແຜນການ ທຽບ ໃສ່ 5 ປີຜ່ານມາ, ເພິີ່ມຂຶ້ນ 48,45% ລວມຍອດຜະລິດຕະ ພັນກະສິກຳ-ປ່າໄມ້ 45,65% ຂອງ GDP ເທົ່າກັບ 783,30 ຕື້ ກີບທຽບໃສ່ 5 ປີຜ່ານມາປະຕິ ບັດໄດ້ລື່ນແຜນການ 3,04%, ຜະລິດຕະພັນອຸດສາຫະກຳ-ຫັດ ຖະກຳມີອັດຕາຂະຫຍາຍຕົວ 5,42% ກວມເອົາ 25,26% ຂອງ GDP ເທົ່າກັບ 379,01 ຕື້ກີບ, ປະຕິບັດໄດ້ 73,74%, ການ ບໍລິການມີອັດຕາຂະຫຍາຍຕົວ 6,42% ກວມເອົາ 28,25% ຂອງ GDP ເທົ່າກັບ 472,92 ຕື້ກີບ ປະຕິບັດໄດ້ 85,97%, ຂະແໜງພາສີ-ອາກອນ ແລະ ນຳເຂົ້າກວມ 4,48% ຂອງ GDP, ສະເລ່ຍໃສ່ຫົວຄົນເພີ່ມ ຂຶ້ນຢ່າງຕໍ່ເນື່ອງສະແດງອອກ ໃນປີ 2016 ບັນລຸໄດ້ 857 ໂດລາສະຫະລັດ, ປີ 2017 ໄດ້ 863 ໂດລາສະຫະລັດ, ປີ 2018 ໄດ້ 936 ໂດລາສະຫະລັດ, ປີ 2019 ໄດ້ 960 ໂດລາສະຫະ ລັດ, ປີ 2020 ບັນລຸໄດ້ 988 ໂດລາສະຫະລັດ ທຽບໃສ່ປີ 2015 ເພີ່ມຂຶ້ນ 199 ໂດລາສະຫະລັດ. ສັງຮວມແລ້ວ, ຕະຫຼອດໄລຍະ ຜ່ານມາເຫັນວ່າ: ແຂວງຜົ້ງສາ ລີມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມ ມີຄວາມສະຫງົບ, ການພັດທະນາ ພື້ນຖານໂຄງລ່າງທາງດ້ານເສດ ຖະກິດ-ວັດທະນະທຳ, ສັງຄົມມີ ທ່າກ້າວກະໂດດໃນການຫັນເອົາ ມະຕິ 3 ສ້າງຂອງພັກ ໃນການສ້າງ ແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມ ແຂງຮອບດ້ານ ແລະ ສ້າງບ້ານ ເປັນກຸ່ມບ້ານພັດທະນາ ຕິດ ພັນແໜ້ນກັບແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຫັນເອົາ ແຜນພັດທະນາເສດຖະກິດ-ສັງຄົມ ລົງສູ່ຮາກຖານປະຊາຊົນ ຕາມເງື່ອນໄຂທ່າແຮງບົ່ມຊ້ອນ ຂອງຕົນ, ເຮັດໃຫ້ບັນດາເມືອງ ມີການພັດທະນາທີ່ມີຈຸດສຸມ ໃນ ນັ້ນ, ໄດ້ນໍາພາ-ຊີ້ນຳອົງການຈັດ ຕັ້ງທ້ອງຖິ່ນ ແລະ ຫົວໜ່ວຍພາກ ທຸລະກິດ, ປະຊາຊົນບັນດາເຜົ່າ ເຂົ້າຮ່ວມໃນການຜະລິດສິນຄ້າ ໂອດອບບົນພື້ນຖານ 1 ເມືຶອງ 1 ຜະລິດຕະພັນ ເຫັນວ່າມີທ່າກ້າວຂະຫຍາຍຕົວຕາມທິດແຜນພັດ ທະນາເສດຖະກິດ-ສັງຄົມສີຂຽວ ຂອງລັດຖະບານກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ. ໂດຍ: ວັນໄຊ ໄຊສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ