ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພັນເອກ ສີ ທະວີໄຊ ລົງກວດກາຊຸກຍູ້ວຽກງານສວນສະໜາມ ຢູ່ກອງຮາກຖານຂອງຕົນ
ເວລາອອກຂ່າວ: 2018-12-17 09:18:32 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນວັນທີ 10 ທັນວາ 2018 ນີ້, ພັນເອກ ສີ ທະວີໄຊ ຫົວ ໜ້າການທະຫານກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ ໄດ້ລົງກວດກາຊຸກຍູ້ວຽກ ງານສວນສະໜາມຢູ່ກອງບັນ ຊາການທະຫານເມືອງສັງທອງ, ກອງຮ້ອຍທະຫານຊາຍແດນ 241 ແລະ ກອງພັນນ້ອຍ 511 ທີ່ຂຶ້ນກັບກົມກອງຂອງຕົນ ເພື່ອ ກະກຽມໃສ່ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ ຄົບຮອບ 43 ປີ ທີ່ຈະມາ ເຖິງໃນມໍ່ໆນີ້. ໂອກາດດັ່ງກ່າວຄະນະບັນຊາ ແຕ່ລະກົມກອງກໍໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານສວນສະໜາມ ເຊິ່ງໄດ້ ເລີ່ມຕົ້ນເຕົ້າຮວມກຳລັງຂອງຕົນ ຫັດແອບມາຕັ້ງແຕ່ກາງເດືອນ ພະຈິກ2018 ເປັນຕົ້ນມາ ແລະ ໄດ້ພ້ອມກັນສຸມໃສ່ຢ່າງຕັ້ງໜ້າ ເຂົ້າໃນການປະກອບສ່ວນອັນ ສຳຄັນເຂົ້າໃນວັນດັ່ງກ່າວ ເພື່ອ ໃຫ້ເປັນຂະບວນຟົດຟື້ນຢ່າງ ແຂງແຮງ, ຜ່ານການຫັດແອບ ໃນໄລຍະຜ່ານມາເຫັນວ່າແມ່ນ ເຮັດໄດ້ດີ. ພ້ອມນີ້ ພັນເອກ ສີ ທະວີໄຊ ຫົວໜ້າການທະຫານກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ ພ້ອມຄະນະກໍໄດ້ລົງ ກວດກາເບິ່ງສະຖານທີ່ພັກເຊົາ ແລະ ການເດີນຂະບວນສວນ ສະໜາມກ້ອນກຳລັງຂອງອ້າຍ ນ້ອງແຕ່ລະກົມກອງ ພ້ອມນັ້ນກໍ ໄດ້ມີຄຳເຫັນວ່າ: ມີຄວາມເປັນ ລະບຽບຮຽບຮ້ອຍ ແລະ ມີຂະ ບວນຟົດຟື້ນຢ່າງແຂງແຮງກ້ອນ ກຳລັງສວນສະໜາມທີ່ຈະໄດ້ ເຂົ້າຮ່ວມຈະຕ້ອງໄດ້ພ້ອມກັນ ສຸມໃສ່ອົບຮົມຫັດແອບຢ່າງຕັ້ງ ໜ້າໂດຍເນັ້ນໃສ່ຄຸນະພາບເປັນ ຫຼັກ ພ້ອມທັງໄດ້ເນັ້ນໃຫ້ເອົາ ໃຈໃສ່ໃນການປັບປຸງທາງດ້ານ ລະບຽບຮູບແຖວ, ທ່າຈັງຫວະ ວິຊາງົດງາມ ເຊິ່ງຈະຕ້ອງໄດ້ ພ້ອມກັນຍົກສູງຄວາມຮັບຜິດ ຊອບຂອງຕົນໃຫ້ສູງຂຶ້ນ ເພື່ອ ສ້າງຄວາມຊຳນິຊຳນານຄ່ອງ ແຄ່ວໃຫ້ແກ່ຕົນເອງ, ພ້ອມກັນ ເປັນເຈົ້າການຈັດຕັ້ງປະຕິບັດຕໍ່ ວຽກງານດັ່ງກ່າວທີ່ການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ມີຜົນສຳ ເລັດ ແລະ ໄດ້ຮັບຜົນສູງເປັນ ຢ່າງດີ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ