ໂຮງຮຽນກໍ່ສ້າງນາຍສິບເລກ II ວຽງໄຊ ມອບເງິນອຸດໜູນ ໃຫ້ພະນັກງານພັກການເຂົ້າຮັບບຳນານ
ເວລາອອກຂ່າວ: 2020-10-21 08:30:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 252 | ຄວາມນິຍົມ: ![]()
ວັນທີ 15 ຕຸລາ 2020 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ II ວຽງໄຊ ໄດ້ມອບເງິນອຸດ ໜູນນະໂຍບາຍໃຫ້ພະນັກງານ ພັກການເຂົ້າຮັບບຳນານ, ໂດຍ
ການເຂົ້າຮ່ວມຂອງ ສະຫາຍ
ພັນໂທ ແສງເດືອນ ອິນທິສອນ
ຫົວໜ້າຫ້ອງການເມືອງໂຮງ
ຮຽນ, ມີບັນດາຄະນະຫ້ອງ, ຄະນະກອງພັນ, ພະແນກການ ທີ່ກ່ຽວຂ້ອງ ແລະ ພະນັກງານ ກຽມເຂົ້າຮັບບໍານານເຂົ້າຮ່ວມ.
ສະຫາຍ ພັນໂທ ພິມພາ
ຊາຍແສນຄຳ ຫົວໜ້າພະແນກ ນະໂຍບາຍໂຮງຮຽນ ໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍ ອະນຸມັດໃຫ້ ນາຍທະຫານພັກການເຂົ້າຮັບ ບຳນານ ອີງຕາມກົດໝາຍ ວ່າດ້ວຍ ປະກັນສັງຄົມ (ສະ
ບັບປັບປຸງ), ອີງຕາມກົດໝາຍ
ວ່າດ້ວຍ ນາຍທະຫານກອງທັບ ປະຊາຊົນລາວ ( ສະບັບປັບປຸງ) ເຫັນດີອະນຸມັດເງິນອຸດໜູນໃຫ້ ພະນັກງານຢູ່ໂຮງຮຽນກໍ່ສ້າງ
ນາຍສິບເລກ II ວຽງໄຊ ຈໍານວນ 2 ສະຫາຍ, ພັກການເຂົ້າຮັບບຳ ນານເປັນເງິນຈຳນວນທັງໝົດ 26.334.000 ກີບ, ໂດຍເປັນ ກຽດມອບຂອງ ສະຫາຍ ພັນໂທ
ແສງເດືອນ ອິນທິສອນ ພ້ອມທັງ
ໂອ້ລົມ ແລະ ຕີລາຄາສູງຕໍ່ບັນດາສະຫາຍທີ່ໄດ້ປະກອບສ່ວນ ເຂົ້າໃນທຸກວຽກງານຂອງກົມ ກອງຢ່າງຕັ້ງໜ້າ ແລະ ມີຜົນ ສຳເລັດເປັນຢ່າງສູງເຂົ້າໃນການ ພັດທະນາຊັບພະຍາກອນມະ ນຸດຈົ່ງສືບຕໍ່ປຸກລະດົມຊຸກຍູ້ສຶກ ສາອົບຮົມພະນັກງານຮຸ່ນສືບ ທອດເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ຂັ້ນເທິງມອບໝາຍໃຫ້.
ໂດຍ: ຄຳແປງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















