ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງພົນທີ 5 ກວດກາຄັດເລືອກທະຫານໃໝ່ ປະຈຳປີ 2020
ເວລາອອກຂ່າວ: 2020-10-21 08:30:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ:



ວັນທີ 14 ຕຸລາ 2020 ນີ້, ກອງພົນທີ 5 ໄດ້ຈັດຕັ້ງກວດ ກາຄັດເລືອກທະຫານໃໝ່ ປະຈຳ ປີ 2020, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ກຳມະການຄະ ນະພັກ ຫົວໜ້າຫ້ອງເສນາທິ ການກອງພົນທີ 5, ມີຄະນະອະນຸກຳມະການຈາກພະແນກກຳລັງພົນ, ພະແນກກວດກາ, ພະແນກປ້ອງກັນພາຍໃນ ແລະ ພະແນກເສນາຮັກ, ພະນັກງານ ວິຊາສະເພາະທີ່ກ່ຽວຂ້ອງ ພ້ອມ ດ້ວຍບັນດາຜູ້ທີ່ຈະສະໜັກເຂົ້າ ເປັນທະຫານເຂົ້າຮ່ວມ. ອີງຕາມກົດໜາຍປ້ອງກັນຊາດ ແລະ ຄຳສັ່ງແນະນຳການຈັດຕັ້ງປະຕິບັດກົດໜາຍປ້ອງກັນຊາດ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ອະນຸມັດຕົວເລກລະດົມພົນ ປະຈຳປີ 2020 ໃນນີ້, ມາດຖານທີ່ຈະສະໜັກເຂົ້າເປັນທະຫານໃໝ່ ຕ້ອງເປັນຄົນລາວ, ສັນຊາດລາວ ມີອາຍຸ 18 ຫາ 30 ປີ, ການ ສຶກສາຈົບມັດທະຍົມຕອນປາຍ ຂຶ້ນໄປ, ຖ້າຈົບວິຊາສະເພາະຕ້ອງ ແມ່ນວິຊາສະເພາະທີ່ກອງທັບ ຕ້ອງການເຊັ່ນ: ປຸງແຕ່ງ, ກະສິກຳ, ວິໄຈເຄມີ ແພດ, ເຕັກ ນິກກົນຈັກ ແລະ ເຄຫາ, ຄະແນນ ເສັງຈົບຕ້ອງແມ່ນເກດ A, ເກດ B ຖ້າມີ 3 ວິຊາຂຶ້ນໄປ ແລະ ເກດ C ວິຊາໃດໜຶ່ງຈະບໍ່ພິຈາລະນາຮັບ ເອົາ, ຖ້າເປັນຕົວເລກແມ່ນຄະ ແນນ 8 ຂຶ້ນໄປຈຶ່ງພິຈາລະນາ, ສຸຂະພາບຕ້ອງແຂງແຮງດີ, ບໍ່ລາຍສັກ, ລວງສູງເພດຊາຍ 1,60 ແມັດຂຶ້ນໄປ, ນໍ້າໜັກບໍ່ໃຫ້ ຫຼຸດ 60 ກິໂລ, ເພດຍິງ 1.55 ແມັດ ນ້ຳໜັກບໍ່ຫຼຸດ 50 ກິໂລ, ປະຫວັດຕ້ອງຈະແຈ້ງ ແລະ ເປັນ ເພດທີ່ຈະແຈ້ງ (ຊາຍແທ້, ຍິງ ແທ້ ຍົກເວັ້ນເຂົ້າສັງກັດຂະແໜງ ສິລະປະ ແລະ ກີລາ ທີ່ເປັນອາ ຊີບ), ຕ້ອງເປັນຊາຍໂສດ, ຍິງ ໂສດ ບໍ່ເຄີຍເປັນທະຫານ ຫຼື ຕຳຫຼວດມາກ່ອນ ແລະ ຕ້ອງ ປະຕິບັດຕາມການສັບຊ້ອນຂອງ ການຈັດຕັ້ງ. ໃນການກວດກາຄັ້ງນີ້, ກອງ ພົນທີ 5 ຍັງຈະໄດ້ກວດກາດ້ານ ສຸຂະພາບ ແລະ ຄວາມຮູ້ຮອບ ຕົວ ເຊັ່ນ: ການແລ່ນຈັບເວລາ ໄລຍະ 1 ກິໂລແມັດ, ການສອບ ເສັງທິດສະດີ ລວມມີ ອັດຕະໄນ ແລະ ປາລະໄນ ໃນນີ້, ມີຜູ້ສະໜັກ ເຂົ້າກວດກາ ຈຳນວນ 416 ຄົນ, ເພດຍິງ 129 ຄົນ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ