ທະຫານແຂວງສະຫວັນນະເຂດສະຫຼຸບວຽກງານພັກ - ວຽກງານກວດກາ ປະຈຳປີ 2019
ເວລາອອກຂ່າວ: 2020-10-22 10:33:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 299 | ຄວາມນິຍົມ: ![]()
ໃນວັນທີ 14 ຕຸລານີ້, ກອງ ບັນຊາການທະຫານແຂວງສະ ຫວັນນະເຂດ ໄດ້ເປີດກອງປະ ຊຸມສະຫຼຸບວຽກງານພັກ-ວຽກ ງານກວດກາ ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ສີ ທະວີໄຊ
ເລຂາຄະນະພັກ ຫົວໜ້າການ
ເມືອງກອງບັນຊາການທະຫານ ແຂວງສະຫວັນນະເຂດ, ມີຄະນະ
ພັກ-ຄະນະບັນຊາ, ຄະນະພັກ ຮາກຖານອົງການ 5 ຫ້ອງ, ກອງ
ບັນຊາການທະຫານເມືອງ 14 ເມືອງ, 1 ນະຄອນ ແລະ ກົມກອງອ້ອມຂ້າງກອງບັນຊາການທະຫານແຂວງເຂົ້າຮ່ວມ.
ໃນກອງປະຊຸມ ບັນດາ ຄະນະຮັບຜິດຊອບຈາກແຕ່ລະ ກົມກອງ ໄດ້ຜັດປ່ຽນກັນຂຶ້ນສະ
ຫຼຸບວຽກງານພັກ-ວຽກງານ ກວດກາໃນໄລຍະ 1 ປີຜ່ານມາ.
ໄດ້ຍົກໃຫ້ເຫັນຜົນງານດ້ານດີ
ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບ ປຸງແກ້ໄຂໃນຕໍ່ໜ້າ, ເຊິ່ງຄະນະ
ພັກແຕ່ລະກົມກອງໄດ້ເອົາໃຈໃສ່ ຕິດຕາມກວດກາການປະຕິບັດ ພາລະບົດບາດ, ສິດ, ໜ້າທີ່ ຕາມ
ລະບຽບພັກທີ່ ໄດ້ກຳນົດໄວ້ ໂດຍ
ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງ,
ແບບແຜນນຳພາ, ແບບແຜນວິທີ
ເຮັດວຽກ, ເຄົາລົບ ແລະ ປະຕິບັດ
ຫຼັກການລວມສູນປະຊາທິປະໄຕ,
ມີຄວາມສາມັກຄີພາຍໃນໜັກ
ແໜ້ນ. ໃນ1 ປີຜ່ານມາ, ໄດ້ດຳ
ເນີນການກວດກາທັງໝົດ 15
ເປົ້າໝາຍ. ໃນນັ້ນ, ໄດ້ເຂົ້າຮ່ວມ
ປຶກສາຫາລືໂຄງການກໍ່ສ້າງອາ
ຄານ 3 ຊັ້ນ ກອງບັນຊາການທະ
ຫານແຂວງ, ກວດກາໂຄງການ
ກໍ່ສ້າງຄ້າຍທະຫານຊາຍແດນ 327. ນອກນັ້ນ, ຍັງໄດ້ເຂົ້າຮ່ວມ
ກວດກາວຽກງານອື່ນໆ ອີກຈຳ
ນວນໜຶ່ງ; ດ້ານວຽກງານພັກ ໄດ້ຊຸກຍູ້ ແລະ ຊີ້ນຳຫຼາຍຮາກ ຖານພັກ, ໄດ້ຜັນຂະຫຍາຍໄປ ພ້ອມໆກັບການດຳເນີນຊິວິດ ການເມືອງປົວແປງພາຍໃນພັກ ຢ່າງກວ້າງຂວາງ ບົນພື້ນຖານ ການປັບປຸງກໍ່ສ້າງພັກໃຫ້ຖືກ ຕ້ອງຕາມລະບຽບຫຼັກການຂອງ ພັກຢ່າງເຂັ້ມງວດ, ພະນັກງານ
ສະມາຊິກພັກມີຄວາມໜັກແໜ້ນ ເຂັ້ມແຂງ, ມີຄວາມສາມັກຄີພາຍ ໃນພັກ ແລະ ປະກົດການຫຍໍ້ທໍ້ ຕາງໆທີ່ເກີດຂຶ້ນໃນກົງຈັກການ ຈັດຕັ້ງພັກ-ລັດໄດ້ຮັບການແກ້ ໄຂດີຂຶ້ນເປັນກ້າວໆ. ປັດຈຸບັນທົ່ວ ທະຫານແຂວງມີ 11 ຄະນະພັກ
ຮາກຖານ, ມີ 44 ໜ່ວຍພັກ, ມີ
ສະມາຊິກພັກແຂງ 1.777 ສະ ຫາຍ, ກາງ 207 ສະຫາຍ, ສະມາຊິກພັກສົມບູນທີ່ໄດ້ຮັບບັດແດງມີ 692 ສະຫາຍ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 37 ໜ່ວຍພັກ. ຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມຍັງໄດ້ປະກອບຄຳຄິດ ເຫັນຢ່າງກົງໄປກົງມາ ແລະ ມີ
ຄວາມເໝາະສົມ. ຈາກນັ້ນ, ໄດ້
ຜ່ານມະຕິຕົກລົງຂອງຄະນະ ປະຈຳພັກແຂວງ ວ່າດ້ວຍ ການ
ມອບໃບຢັ້ງຢືນໜ່ວຍພັກປອດ
ໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ 37
ໜ່ວຍພັກ ທີ່ຂຶ້ນກັບຄະນະພັກກອງ
ບັນຊາການທະຫານແຂວງ.
ໃນຕອນທ້າຍ, ຍັງໄດ້ຮັບຟັງ
ການໂອ້ລົມຂອງສະຫາຍ ຫົວໜ້າ
ການເມືອງກອງບັນຊາການທະ ຫານແຂວງຕື່ມອີກ.
ໂດຍ: ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















