ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກວດກາການສ້າງກອງວັດທະນະທຳ ແລະ ນັກຮົບວັດທະນະທຳຢູ່ໂຮງຮຽນເຫຼົ່າຮົບສື່ສານ 205
ເວລາອອກຂ່າວ: 2020-10-22 10:34:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 305 | ຄວາມນິຍົມ:



ໃນວັນທີ 14 ຕຸລານີ້, ຄະນະ ກວດກາການກໍ່ສ້າງກອງວັດທະ ນະທຳ-ນັກຮົບວັດທະນະທຳ ກົມ ໃຫຍ່ເສນາທິການກອງທັບ ໄດ້ ເຄື່ອນໄຫວກວດກາການກໍ່ສ້າງ ນັກຮົບວັດທະນະທໍາ ແລະ ກອງ ວັດທະນະທໍາຢູ່ໂຮງຮຽນເຫຼົ່າ ຮັບສື່ສານ 205, ໂດຍການນໍາພາ ຂອງສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ກຳມະການຄະນະພັກ ກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ພ້ອມດ້ວຍ ຄະນະພັກ-ຄະນະອຳນວຍການ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ບົວສອນ ສີບຸນທອງ ຮັກ ສາການຫົວໜ້າການເມືອງໂຮງ ຮຽນເຫຼົ່າຮົບສື່ສານ 205 ໄດ້ ລາຍງານການກໍ່ສ້າງກອງວັດ ທະນະທໍາ ແລະ ນັກຮົບວັດທະ ນະທໍາ ປະຈໍາປີ 2020, ໂດຍປະ ຕິບັດຕາມທິດຊີ້ນໍາຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ປັບປຸງ, ກໍ່ສ້າງກອງທັບປະຊາ ຊົນລາວໃຫ້ກາຍເປັນກອງທັບ ປະຕິວັດ ມີແບບແຜນທັນສະໄໝ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ເເຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ. ປະ ຕິບັດຕາມຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບ ວ່າດ້ວຍ ການສ້າງກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ ໃນ ກອງທັບປະຊາຊົນລາວ ສະເພາະ ໂຮງຮຽນເຫຼົ່າຮົບສື່ສານ 205 ເປັນໂຮງຮຽນເອກະລາດຂອງ ເຫຼົ່າຮົບ ທຽບເທົ່າຂັ້ນກອງພັນ ໃຫຍ່, ເປັນໂຮງຮຽນກໍ່ສ້າງ ນັກວິຊາສະເພາະເຕັກນິກ, ໂທ ລະເລກ, ໂທລະລົມ, ໂທລະສັບ ແລະ ໄຟຟ້າ ໃນລະດັບຊັ້ນຕົ້ນ, ຊັ້ນກາງ ບໍາລຸງ, ພາຍໃຕ້ການຊີ້ ນໍາໂດຍກົງຂອງກົມໃຫຍ່ເສນາ ທິການກອງທັບ. ຕີລາຄາຜົນຂອງການຈັດຕັ້ງ ປະຕິບັດການປັບປຸງກໍ່ສ້າງກອງ ວັດທະນະທໍາ ແລະ ນັກຮົບວັດທະ ນະທໍາໃນປີ 2020 ຄະນະພັກ- ຄະນະອຳນວຍການ ແຕ່ລະຂັ້ນໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າ. ໃນນີ້, ການຊີ້ນໍາ-ນໍາພາພະນັກງານ- ນັກຮົບເຂົ້າໃນການປັບປຸງກໍ່ສ້າງ ກົມກອງ ເປັນຕົ້ນແມ່ນ ການ ປັບປຸງກໍ່ສ້າງເຮືອນນອນ, ຫ້ອງ ການ, ຫ້ອງນ້ໍາ, ຫ້ອງຮຽນ, ເຮືອນ ຄົວລວມ ແລະ ສະຖານທີ່ຄ້າຍຄູ ມີຄວາມຈົບງາມ, ມີການຈັດສະ ຖານທີ່ປູກຕົ້ນໄມ້ປະດັບ, ຕາມ ເສັ້ນທາງເຂົ້າຄ້າຍ. ໄປຄຽງຄູ່ ກັນນັ້ນ, ຍັງໄດ້ຍົກສູງນ້ໍາໃຈເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ຈາກການປູກຝັງ-ລ້ຽງສັດ ສາ ມາດສ້າງລາຍຮັບໄດ້ທັງໝົດ 319.703.000 ກີບ, ສະເລ່ຍ ໃສ່ຫົວຄົນ 1.631.137 ກີບ. ຫຼັງຈາກນັ້ນ, ຄະນະກວດ ກາກົມກອງວັດທະນະທໍາ ໄດ້ລົງ ກວດກາເບິ່ງພື້ນທີ່ຜະລິດ, ພື້ນ ຖານໂຄງລ່າງ, ການຈັດຕັ້ງລະ ບົບຫ້ອງການ, ເຮືອນນອນ, ເຮືອນຄົວ, ເຮືອນກິນເຂົ້າ, ຫ້ອງ ຮຽນ, ສະຖານທີ່ຄ້າຍຄູ ແລະ ອື່ນໆ ເຫັນວ່າ ມີທ່າກ້າວຂະຫຍາຍ ຕົວດີ. ໂດຍ: ນາງ ໄຂນະພາ ບົວຍາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ