ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມກອງປະຊຸມທາບທາມບຸກຄະລາກອນຄະນະພັກກະຊວງ ຮສສ
ເວລາອອກຂ່າວ: 2020-10-23 10:14:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ (ຮສສ) ຈັດ ກອງປະຊຸມປະກອບຄຳຄິດເຫັນ ຕໍ່ຮ່າງລາຍງານການເມືອງກອງ ປະຊຸມໃຫຍ່, ແຜນພັດທະນາວຽກ ງານແຮງງານ ແລະ ສະຫວັດ ດີການສັງຄົມ 5 ປີ ຄັ້ງທີ V ແລະ ຮ່າງບົດສຳຫຼວດ ການນຳ ພາລວມຂອງຄະນະພັກກະຊວງ ແລະ ທາບທາມບຸກຄະລາກອນ ຄະນະບໍລິຫານງານພັກກະ ຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ສະໄໝທີ VI ຮອບ III ຂຶ້ນ ໃນວັນທີ 21 ຕຸລານີ້, ພາຍໃຕ້ການ ເປັນປະທານຂອງ ສະຫາຍ ຄຳ ແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະ ມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໂດຍໃຫ້ກຽດ ເຂົ້າຮ່ວມໂອ້ລົມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ, ມີບັນດາສະ ຫາຍ ຮອງເລຂາ, ຫົວໜ້າກົມ ພ້ອມດ້ວຍພະນັກງານການນຳ ເຂົ້າຮ່ວມ. ສະຫາຍ ຄຳແພງ ໄຊສົມແພງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອເປັນການປະກອບຄຳເຫັນ ຕໍ່ຮ່າງບົດລາຍງານການເມືອງ, ຮ່າງແຜນ ພັດທະນາວຽກງານ ແຮງງານ ແລະ ສະຫວັດດີການ ສັງຄົມ 5 ປີ ຄັ້ງທີ V ແລະ ຮ່າງ ບົດສຳຫຼວດການນຳພາລວມ ຂອງຄະນະພັກກະຊວງ ແລະ ທາບທາມບຸກຄະລາກອນຄະ ນະບໍລິຫານງານພັກກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ສະໄໝທີ VI ຮອບ III . ຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະ ຊຸມຈົ່ງ ພ້ອມກັນນຳເອົາຜົນສຳ ເລັດດັ່ງກ່າວໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການຄັດເລືອກບຸກ ຄົນທີ່ມີຄວາມຮູ້-ຄວາມສາມາດ, ມີມາດຖານເງື່ອນໄຂຄົບຖ້ວນ ໃນນີ້ມາດຖານເງື່ອນໄຂແມ່ນໄດ້ ກໍານົດໄວ້ໃນມະຕິຂອງກົມການ ເມືອງສູນກາງພັກ ວ່າດ້ວຍມາດ ຖານຂອງພະນັກງານນໍາພາ-ຄຸ້ມຄອງເປັນມາດຖານທີ່ຈໍາ ເປັນ ແລະ ຂາດບໍ່ໄດ້ຂອງພະນັກ ງານນໍາພາຄຸ້ມຄອງ ເພາະສະນັ້ນ, ບັນດາສະຫາຍຕ້ອງຊອກເຫັນ ແທ້ບຸກຄົນທີ່ມີຄວາມເໝາະສົມ ເພື່ອສະໝັກເຂົ້າໃນຄະນະບໍລິ ຫານງານພັກກະຊວງ ສະໄໝທີ VI ແຕ່ກໍຕ້ອງຮັບປະກັນ 3 ຮຸ່ນຄື: ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນ ໜຸ່ມ; ໃນນີ້, ຮຸ່ນກາງ ແລະ ຮຸ່ນໜຸ່ມ ໃຫ້ກວມອັດຕາສ່ວນຫຼາຍ ແລະ ຫຼີກລ່ຽງທີ່ສຸດແນວຄິດອະຄະຕິ, ກຸ່ມກ້ອນ, ພັກພວກ, ຈຸ້ມເຈື້ອ, ເຊື້ອສາຍ, ເພດ-ເຜົ່າ ແລະ ອື່ນໆ ທີ່ ຂັດຕໍ່ແນວທາງນະໂຍບາຍຂອງ ພັກ ແລະ ເຊື່ອໝັ້ນວ່າ ດ້ວຍມູນ ເຊື້ອຄວາມສາມັກຄີເປັນປຶກແຜ່ນ ແລະ ບົດຮຽນຕົວຈິງ ທີ່ໄດ້ສະ ສົມຜ່ານມາ ບວກກັບຄວາມເປັນ ເຈົ້າການ ແລະ ຄວາມຮັບຜິດ ຊອບສູງຂອງສະມາຊິກພັກ, ພະ ນັກງານ-ລັດຖະກອນທົ່ວຂະ ແໜງແຮງງານ ແລະ ສະຫວັດດີ ການສັງຄົມ ຈະສາມາດຜ່ານຜ່າ ຂໍ້ຫຍຸ້ງຍາກ ແລະ ເຮັດສໍາເລັດໜ້າ ທີ່ການເມືອງຕາມທີ່ຄາດຫວັງໄວ້ ທຸກປະການ. ໂດຍ: ຕຸໄລເພັດ ພິມເມືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ