ກອງພັນໃຫຍ່ 11 ຈັດງານແຂ່ງຂັນນັກຮ້ອງ - ຂັບລຳສຽງດີ
ເວລາອອກຂ່າວ: 2020-10-23 10:57:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 365 | ຄວາມນິຍົມ: ![]()
ກອງພັນໃຫຍ່ 11 ຈັດງານ
ແຂ່ງຂັນນັກຮ້ອງ-ຂັບລຳສຽງ ດີສະໝັກຫຼິ້ນໃນວັນທີ 14 ຕຸລາ
2020 ນີ້, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນໂທ ຄຳສາຍ
ມົນດວງສິງ ຫົວໜ້າພະແນກ ການເມືອງ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ, ພະ
ນັກງານ-ນັກຮົບ, ນັກແຂ່ງຂັນ ທີ່ມາຈາກພະແນກການ, ກົມກອງ ທີ່ຂຶ້ນກັບຕະຫຼອດຮອດກອງຊົມ ກອງເຊຍເຂົ້າຮ່ວມ.
ຈຸດປະສົງຂອງການສ້າງ ຂະບວນການແຂ່ງຂັນນັກຮ້ອງ-ຂັບລຳສຽງດີສະໝັກຫຼິ້ນໃນ ຄັ້ງນີ້, ເພື່ອຂໍ່ານັບຮັບຕ້ອນວັນ ປະຫວັດສາດສຳຄັນຂອງຊາດ, ຂອງພັກ, ເວົ້າສະເພາະແມ່ນວັນ ສ້າງຕັ້ງກອງພັນໃຫຍ່ 11 ຄົບ ຮອບ 45 ປີ ທີ່ຈະໝູນວຽນມາ ຄົບຮອບອີກວາລະໜຶ່ງ ທັງນີ້ ເພື່ອແນໃສ່ຄວາມສາມັກຄີພາຍ ໃນລະຫວ່າງພະນັກງານ-ນັກ ຮົບໃຫ້ມີບັນຍາກາດຟົດຟື້ນ ມ່ວນຊື່ນ ພ້ອມທັງ, ເປັນການຄັດ ເລືອກເອົານັກຮ້ອງສຽງດີທົ່ວ ກອງພັນໃຫຍ່ 11 ເຂົ້າຮ່ວມການແຂ່ງຂັນຢູ່ກົມໃຫຍ່ການ ເມືອງກອງທັບ. ລາຍການທີ່ ນຳມາແຂ່ງຂັນໃນຄັ້ງນີ້, ມີຮ້ອງ ເພງປະເພດຍິງ-ຊາຍ ຜົນຂອງ ການແຂ່ງຂັນປະເພດບົດເພງ ຮ້ອງດ່ຽວຍິງຊະນະເລີດໄດ້ແກ່ ສະຫາຍ ຮ້ອຍໂທ ນາງ ຄູນຄຳ ໄຊຍະລານ ມາຈາກກອງຮ້ອຍ 174, ຮອງຊະນະເລີດອັນດັບ I ໄດ້ແກ່ ສະຫາຍ ຮ້ອຍໂທ ນາງ ບຸນຫາຍ ພົມພັກດີ ມາຈາກໂຮງ ໝໍ 10 ຕຽງ, ຮອງຊະນະເລີດ ອັນດັບ II ໄດ້ແກ່ສະ ຫາຍ ພັນຕີ ນາງ ສີພອນຄຳ ພິລາວົງ ມາ ຈາກພະແນກການເມືອງ, ປະ ເພດບົດເພງຮ້ອງດ່ຽວຊາຍຊະ ນະເລີດໄດ້ແກ່ ສະຫາຍຊັ້ນ 1 ສົມບູນ ສີລານົນ ມາຈາກພະແນກ ການເມືອງ, ຮອງຊະນະເລີດອັນ ດັບ I ໄດ້ແກ່ສະຫາຍ ວາທີ ບຸນ ເຫຼືອ ພົງໄພສານ ມາຈາກກອງ ຮ້ອຍສືບຂ່າວ,ຮອງຊະນະເລີດ ອັນດັບ II ໄດ້ແກ່ສະຫາຍ ວາທີ ທອນສາວແກ້ວ ມະນີທອງມາ ຈາກກອງພັນທີ 1.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















