ສຳເລັດກອງປະຊຸມວຽກງານປັບປຸງ ລະບຽບ-ແບບແຜນທົ່ວກອງພົນທີ 4 ຄັ້ງທີ I
ເວລາອອກຂ່າວ: 2020-10-25 12:18:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 321 | ຄວາມນິຍົມ: ![]()
ກອງປະຊຸມວຽກງານ ປັບປຸງລະບຽບ-ແບບແຜນທົ່ວ
ກອງພົນທີ 4 ຄັ້ງທີ I ໄດ້ຈັດ
ຂຶ້ນໃນວັນທີ 15 ຕຸລາ 2020 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ຕ່າງຕາ ຕາດເວີນຄຳ ຫົວໜ້າການທະຫານ ກອງພົນ
ທີ 4, ມີຄະນະພັກ-ຄະນະບັນ
ຊາ, ອົງການ 5 ຫ້ອງ ແລະ ບັນ ດາກົມກອງທົ່ວກອງພົນທີ 4 ເຂົ້າ ຮ່ວມ.
ສະຫາຍ ພັນໂທ ສົມສະໄໝ ສີລາວັນ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການ ກອງພົນທີ 4 ໄດ້ຂຶ້ນຜ່ານບົດສະຫຼຸບການ
ຈັດຕັ້ງປະຕິບັດຂໍ້ກຳນົດ 7 ລະ
ບອບ 18 ວຽກ ຂອງກອງທັບ ທົ່ວກອງພົນທີ 4 ແຕ່ປີ 2015-
2020 ແລະ ທິດທາງແຜນ ການຫັນເອົາອົງການ, ກົມກອງ ປະຕິບັດ 7 ລະບອບ 18 ວຽກ ຂອງກອງທັບ ແຕ່ປີ 2020-2025, ຂໍ້ກໍານົດ ວ່າດ້ວຍ ການນຸ່ງຖືເຄື່ອງແບບຂອງກອງ ທັບ, ລະບຽບຍາມປະຕູໂຂງ, ລະບຽບເຂົ້າ-ອອກຢູ່ອົງການ, ກົມກອງ ແລະ ລະບຽບຕັດຜົມ ຂອງນາຍ-ພົນທະຫານ ໃນທົ່ວ
ກອງພົນທີ 4 (ສະບັບປັບປຸງ
ເພີ່ມເຕີມ), ຄຳສັ່ງເພີ່ມເຕີມຂອງ ຫົວໜ້າກອງພົນທີ 4 ວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍຄຳສັ່ງ ອົບຮົມ-ຫັດແອບ ປີ 2020 ຈຸດ ປະສົງກໍເພື່ອເອກະພາບວຽກ ງານປັບປຸງລະບຽບ-ແບບແຜນ, ການນຸ່ງຖືເຄື່ອງແບບຂອງກອງ ທັບ, ບັນດາຂໍ້ກຳນົດ 7 ລະບອບ 18 ວຽກ, ການເຂົ້າອອກປະຕູໂຂງ, ການເຄົາລົບລາຍງານລະຫວ່າງ ຜູ້ບັນຊາ, ພົນທະຫານໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ ກົມ ກອງກ້າວເຂົ້າສູ່ລະບຽບແບບແຜນຕິດພັນກັບຂະບວນການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກາຍເປັນກອງ 3 ປອດ, ກອງວັດທະນະທຳ-ນັກ
ຮົບວັດທະນະທຳ ແລະ ກົມກອງ ທີ່ມີລະບຽບແບບແຜນເຂັ້ມງວດ.
ໂອກາດນີ້, ສະຫາຍ ພັນເອກ
ຕ່າງຕາ ຕາດເວີນຄຳ ໄດ້ມີຄຳ ເຫັນຊີ້ນຳ ຄະນະພັກ-ຄະນະບັນ ຊາໃນແຕ່ລະຂັ້ນທົ່ວກອງພົນທີ 4 ເພີ່ມທະວີຍົກສູງວຽກງານ ສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກເຂົ້າໃນການປັບປຸງລະບຽບແບບແຜນ ວ່າດ້ວຍ ການກຳນົດ 7 ລະບອບ 18 ວຽກຂອງກອງທັບວາງອອກ ໃຫ້ເຂັ້ມງວດ, ລະບຽບການນຸ່ງ ຖືເຄື່ອງແບບຂອງກອງທັບ, ການເຂົ້າອອກປະຕູໂຂງ, ການ
ເຄົາລົບລາຍງານ, ເພີ່ມທະວີ ຄວາມສາມັກຄີພາຍໃນ-ພາຍ ນອກ. ສິ່ງສໍາຄັນ ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນຕ້ອງເອກະ ພາບກັນນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ໄປຈັດ ຕັ້ງຜັນຂະຫຍາຍໃຫ້ນາຍ ແລະ ພົນທະຫານຢ່າງທົ່ວເຖິງ ເພື່ອເຮັດ ໃຫ້ກົມກອງເຂັ້ມແຂງຮອບດ້ານ.
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















