ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພູຜາມ່ານ ແຫຼ່ງທ່ອງທ່ຽວທີ່ໜ້າສຳຜັດ
ເວລາອອກຂ່າວ: 2020-10-25 12:24:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ພູຜາມ່ານສະຖານທີ່ທ່ອງ ທ່ຽວແຫ່ງໃໝ່ຂອງເມືອງຄູນຄຳ ແຂວງຄຳມ່ວນເປັນເຂດທີ່ມີທິວ ທັດທໍາມະຊາດງົດງາມ ແລະ ມີ ຫຼາຍກິດຈະກຳໄວ້ຕ້ອນຮັບນັກ ທ່ອງທ່ຽວ. ພູຜາມ່ານ ເປັນຈຸດ ຊົມວີວໜຶ່ງໃນເຂດພູຫີນໜາມ ໜໍ່ຕັ້ງຢູ່ເສັ້ນທາງເລກທີ 8 ໄປ ເມືອງຄຳເກີດລະຫວ່າງບ້ານ ນາ ຫີນຫາບ້ານຄູນເງິນ ເມືອງ ຄູນຄຳແຂວງຄຳມ່ວນ, ຫ່າງ ຈາກເສັ້ນທາງເລກທີ 13 ໃຕ້ ປະມານ 33 ກິໂລແມັດ. ເປີດບໍ ລິການຢ່າງເປັນທາງການ ນັບ ແຕ່ກາງເດືອນທັນວາ 2019 ຜ່ານມາ. ທ່ານ ທອງໃສ ບູລະພາ ຜູ້ຈັດ ການສະຖານທີ່ທ່ອງທ່ຽວພູຜາ ມ່ານ ໃຫ້ຮູ້ວ່າ : ສະຖານທີ່ດັ່ງ ກ່າວ, ເປັນແຫຼ່ງທ່ອງທ່ຽວທີ່ມີ ຄວາມທ້າທາຍເໝາະແກ່ນັກ ທ່ອງທ່ຽວພະຈົນໄພ ຫຼື ຜູ້ໂດຍ ສານທີ່ເດີນທາງຜ່ານ, ເປີດບໍລິ ການແຕ່ 8:00-16:00 ໂມງ, ກິດຈະກຳທີ່ໃຫ້ບໍລິການມີຄື: ຂີ່ ສະລິງ, ປີນຜາ, ໄຕ່ຂົວເຫຼັກ, ຂົວອູ່ ແລະ ເດີນປ່າ. ສຳລັບຄ່າ ບໍລິການ 285.000 ກີບ, ຕໍ່ ຄົນ, ໃຊ້ເວລາໃນການຫຼິ້ນກິດ ຈະກຳຊົ່ວໂມງກວ່າ. ນອກຈາກນີ້, ຈຸດຊົມວີວຍັງມີຮ້ານອາຫານ ຕາມສັ່ງໄວ້ຄອຍບໍລິການລູກຄ້າ ສາມາດນັ່ງຮັບປະທານອາຫານ ແລະ ຊົມທຳມະຊາດໄປພ້ອມ. ສຳ ລັບການບໍລິການ ແລະ ແຜນປັບ ປຸງໃນຕໍ່ໜ້າຈະໄດ້ສ້າງສະລິງ ຕໍ່ໄປຈົນຮອດຖໍ້ານໍ້າ. ໃນນີ້, ມີຕັ້ງແຄັມ ແລະ ກໍ່ສ້າງທີ່ພັກ ໃຫ້ລູກຄ້າ ເຊິ່ງພວມດຳເນີນ ການກໍ່ສ້າງ ແລະ ຄາດວ່າ ຈະໄດ້ ນຳໃຊ້ໃນຕົ້ນປີ 2021. ດັ່ງນັ້ນ, ຈິ່ຶງຂໍເຊີນຊວນບັນດາທ່ານມາ ສຳຜັດໄດ້ດ້ວຍຕົນເອງ. ໂດຍ: ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ