ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເມືອງຫົງສາ ເກັບກ່ຽວເຂົ້ານາປີ ສຳເລັດ 32%
ເວລາອອກຂ່າວ: 2020-10-25 12:24:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ການເກັບກ່ຽວເຂົ້ານາປີ ຂອງຊາວກະສິກອນ ເມືອງຫົງ ສາ ແຂວງໄຊຍະບູລີ ມາຮອດ ປັດຈຸບັນສຳເລັດ 32% ໃນເນື້ອ ທີ່ 1.575 ກວ່າເຮັກຕາ. ອີງຕາມຂໍ້ມູນຂອງໜ່ວຍງານ ປູກຝັງ-ລ້ຽງສັດຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງຫົງສາ ເປີດເຜີຍໃຫ້ຮູ້ໃນວັນທີ 5-12 ຕຸລາ 2020 ວ່າ: ແຜນການທົ່ວ ເມືອງຫົງສາມີເນື້ອທີ່ປູກເຂົ້າ ນາປີທັງໝົດ 1.575 ກວ່າ ເຮັກຕາ, ສະມັດຕະພາບ 4,5 ໂຕນຕໍ່ເຮັກຕາ, ຜົນຜະລິດ 2.268 ກວ່າໂຕນ, ໂດຍໃຊ້ ແນວພັນຄັ້ງນີ້: ເຂົ້າ 450 ປີ, ຫອມຈັນ, ໄກ່ນ້ອຍ, ຕາກົບ, ເລົ້າແຕກ, ດໍລາຍ, ເຂົ້າດໍ ຂາວ, ເຂົ້າອ້າຍ ແລະ ອື່ນໆ. ນັບແຕ່ກາງເດືອນກັນຍາຜ່ານ ມາ, ຊາວກະສິກອນໄດ້ເລີ່ມ ຕົ້ນການເກັບກ່ຽວມ້ຽນມັດ ເຂົ້ານາປີດ້ວຍຄວາມຂຸ້ນຂ້ຽວ ເປັນຂະບວນຢ່າງກວ້າງຂວາງ. ເພື່ອເຮັດໃຫ້ທັນກັບລະດູການ ແລະ ຮັບປະກັນຕໍ່ການຕົກເຮ່ຍ ເສຍຫາຍ. ປັດຈຸບັນສາມາດ ເກັບກ່ຽວສຳເລັດ 362 ກວ່າ ເຮັກຕາ, ເທົ່າ 32% ຂອງເນື້ອ ທີ່ທັງໝົດ. ພ້ອມນັ້ນ, ວິຊາການ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງຍັງໄດ້ສືບຕໍ່ເອົາໃຈ ໃສ່ຊຸກຍູ້ປະຊາຊົນເກັບກູ້ພືດລະ ດູຝົນຢ່າງເປັນປົກກະຕິເຊັ່ນ: ເຂົ້າເນີນສູງເກັບກູ້ສຳເລັດ 543 ກວ່າເຮັກຕາ ເທົ່າກັບ 46%, ສາລີ ເກັບກູ້ສຳເລັດ 816 ກວ່າເຮັກຕາເທົ່າກັບ 80%, ໝາກເດືອຍ 56 ກວ່າ ເຮັກຕາເທົ່າກັບ 18%, ໝາກ ງາ 210 ກວ່າເຮັກຕາ ເທົ່າກັບ 98%, ຖົ່ວດິນ 52 ກວ່າເຮັກ ຕາ ເທົ່າກັບ 48%, ອ້ອຍ 0,6 ເຮັກຕາ ເທົ່າກັບ 6%, ໝາກກ້ວຍ 2,1 ເຮັກຕາ ເທົ່າກັບ 3%, ໝາກ ເຜັດ 12,1 ເຮັກຕາ ເທົ່າກັບ 40%, ໝາກເຂືອ 9 ເຮັກຕາ ເທົ່າກັບ 42%, ໝາກນັດ 0,36 ເຮັກຕາ ເທົ່າກັບ 2%, ຂີງ 6,68 ເຮັກ ຕາ ເທົ່າກັບ 55%, ເຜືອກ-ມັນ 2 ເຮັກຕາ ເທົ່າກັບ 20% ແລະ ພືດຜັກຕ່າງໆ 89,9 ເຮັກຕາ ເທົ່າກັບ 38%. ພ້ອມ ນີ້, ຍັງໄດ້ຕິດຕາມສະພາບ ການຈຳໜ່າຍສິນຄ້າກະສິກຳ ໃນຕະຫຼາດ, ຕິດຕາມການນຳ ເຂົ້າຜະລິດຕະພັນສັດຕ່າງໆ ຈາກຕ່າງແຂວງ ແລະ ໄດ້ ອອກແຈ້ງການຫ້າມຊື້-ຂາຍ ສັດ ເຂົ້າ-ອອກ ຢູ່ພາຍໃນເມືອງ ຫົງສາ. ເພື່ອຕິດຕາມກວດ ກາ ແລະ ສະກັດກັ້ນການແຜ່ ລະບາດຂອງພະຍາດສັດລ້ຽງ (ອະຫິວາໝູອາຟຣິກາ). ພ້ອມ ທັງ, ແຕ່ງຕັ້ງພະນັກງານເຄື່ອນ ໄຫວສະກັດກັ້ນຕັ້ງດ່ານກວດ ກາລົດ ເຂົ້າ-ອອກ ຜ່ານເມືອງ ແລະ ໃຫ້ສີດພົ່ນຢາຂ້າເຊື້ອພະ ຍາດ. ໂດຍ: ກິດຕິສັກ ບົວໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ