ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໄຊຍະບູລີ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງ
ເວລາອອກຂ່າວ: 2020-10-27 09:37:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ການປະຕິບັດວຽກງານກໍ່ ສ້າງຮາກຖານການເມືອງ, ການ ພັດທະນາຊົນນະບົດຮອບດ້ານ ແລະ ລົບລ້າງຄວາມທຸກຍາກ ຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບ ການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ ຂະບວນ ແຂ່ງຂັນຮັກຊາດ ແລະ ພັດທະນາ ແມ່ນການປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ຊົນນະບົດໄດ້ຮັບການ ພັດທະນາ ໂດຍມີສ່ວນຮ່ວມຢ່າງ ຕັ້ງໜ້າຂອງປະຊາຊົນບັນດາເຜົ່າ, ເຮັດໃຫ້ຄອບຄົວທຸກຍາກ, ບ້ານ ທຸກຍາກໄດ້ຮັບການແກ້ໄຂເປັນ ກ້າວໆ, ກຸ່ມການຜະລິດເປັນສິນຄ້າ ໂດຍມີການຊ່ວຍໜູນດ້ານສິນເຊື່ອ ຈາກທະນາຄານພາກລັດ, ພາກເອກະ ຊົນ ແລະ ຜູ້ປະກອບການອື່ນໆ ໄດ້ເກີດຂຶ້ນຢ່າງແຜ່ຫຼາຍ, ເຮັດໃຫ້ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາ ເຜົ່ານັບມື້ໄດ້ຮັບການປັບປຸງປົວ ແປງດີຂຶ້ນເປັນລໍາດັບ. ຂະບວນ ແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ ພາໃຫ້ເກີດມີວຽກຈິງຄົນແທ້, ມີ ບຸກຄົນ, ຄອບຄົວ, ບ້ານ ແລະ ກົມ ກອງລວມໝູ່ເປັນຕົວແບບດີເດັ່ນ ນັບມື້ນັບຫຼາຍຂຶ້ນ. ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກ ແຂວງ ເຈົ້າແຂວງໆໄຊຍະບູລີ ໄດ້ຍົກໃຫ້ເຫັນວ່າ: ວຽກງານ 3 ສ້າງເປັນວຽກຍຸດທະສາດ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກ ງານ. ສະນັ້ນ, ຕ້ອງໄດ້ເພີ່ມທະວີ ການຊີ້ນໍາ-ນໍາພາ ແລະ ຕິດຕາມ ກວດກາ ຖືເອົາວຽກ 3 ສ້າງເປັນ ທິດທາງລວມໃຫ້ກາຍເປັນສະຕິ ຫຼັກການໃນການເຄື່ອນໄຫວຂອງ ຜູ້ນໍາພາ-ຄຸ້ມຄອງ ທັງຖືເອົາການ ປຶກສາຫາລື, ການຕິດຕາມຊຸກຍູ້, ກວດກາຕີລາຄາ ເປັນລະບອບແບບ ແຜນໜຶ່ງໃນການນໍາພາ ທັງຕິດ ພັນກັບເນື້ອໃນດໍາເນີນຊີວິດການ ເມືອງຢູ່ພາຍໃນ ແນໃສ່ປັບປຸງ ລະບົບການເມືອງການພັດທະນາ ເສດຖະກິດ-ສັງຄົມ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ວຽກງານຮາກຖານ ມີການຫັນປ່ຽນລົງເລິກເຖິງຖອງ ຕາມຈິດໃຈ 3 ສ້າງ. ສະນັ້ນ, ເພື່ອ ບັນລຸບັນດາຕົວເລກຄາດໝາຍທີ່ລະ ບຸໄວ້ກ່ຽວກັບການກໍ່ສ້າງຮາກຖານ ການເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ໄດ້ໂດຍ ພື້ນຖານຍັງເຫຼືອບໍ່ເກີນ 3,2% ຕາມດໍາລັດ 348/ລບ, ບ້ານທຸກ ຍາກບໍ່ເກີນ 7,7%, ສູ້ຊົນສ້າງ ຄອບຄົວພັດທະນາໃຫ້ໄດ້ 88,9%, ສ້າງບ້ານພັດທະນາ ໃຫ້ໄດ້ຫຼາຍກວ່າ 44,6%, ສ້າງບ້ານໃຫຍ່ໃຫ້ກາຍ ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ ໄດ້ 8 ຈຸດ, ເມືອງພົ້ນທຸກໃຫ້ໄດ້ 3 ເມືອງ, ເມືອງເຂັ້ມແຂງຮອບດ້ານ ໃຫ້ໄດ້ 2 ເມືອງ, ຫົວໜ້າໜ່ວຍ ງານຂັ້ນບ້ານໃຫ້ເປັນສະມາຊິກພັກ ກວມຫຼາຍກວ່າ 50% ຂຶ້ນໄປ. ປັດ ຈຸບັນກວມພຽງ 38%. ພ້ອມກັນ ນັ້ນ, ພະແນກການ, ກົມກອງອ້ອມ ຂ້າງແຂວງ ຕ້ອງກວດກາຄືນ ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ເລກທີ 253/ຈຂ.ຊຍ, ລົງວັນທີ 2 ມິຖຸນາ 2020 ກ່ຽວກັບການແບ່ງ ຄວາມຮັບຜິດຊອບການປະເມີນ ຜົນສ້າງແຂວງໃຫ້ເປັນຫົວໜ່ວຍ ຍຸດທະສາດຕາມຍຸດທະສາດ 7 ດ້ານ 66 ຕົວຊີ້ບອກ. ຄຽງຄູ່ກັນນີ້, ຕ້ອງສືບຕໍ່ຍູ້ແຮງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງ ແລະ ການພັດທະນາຊົນນະບົດເຂົ້າສູ່ລວງ ເລິກເປັນວຽກແຖວໜ້າຂອງລະ ບົບການເມືອງ ເພື່ອຮັບປະກັນຄວາມ ໝັ້ນຄົງຂອງແຂວງ ຕ້ອງໄດ້ສຸມໃສ່ ຢ່າງແຂງແຮງ ແລະ ເປັນຂະບວນ ກວ້າງຂວາງ, ຍາດແຍ່ງ ແລະ ປຸກລະດົມທຸລະກິດ, ຜູ້ປະກອບ ການ ທັງພາຍໃນ ແລະ ຕ່າງປະ ເທດເຂົ້າຮ່ວມໃນການພັດທະນາ ຊົນນະບົດ ແລະ ລົບລ້າງຄວາມ ທຸກຍາກໃຫ້ຫຼາຍຂຶ້ນ, ຕ້ອງຖືເອົາ ຂະບວນການດັ່ງກ່າວເປັນຕົວຊີ້ ວັດໃນການປະຕິບັດມະຕິກອງປະ ຊຸມຂັ້ນຂອງຕົນ. ສໍາລັບວຽກ 3 ສ້າງຕ້ອງສືບຕໍ່ຈັດ ຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍ ການສ້າງແຂວງໃຫ້ເປັນຫົວໜ່ວຍ ຍຸດທະສາດ, ສ້າງເມືອງໃຫ້ເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງ ບ້ານໃຫ້ເປັນຫົວໜ່ວຍພັດທະນາ. ໂດຍ: ບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ