ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ພະລາທິການກອງທັບ ຈັດຕັ້ງຍ້ອງຍໍຜົນງານກົມກອງລວມໝູ່ - ບຸກຄົນດີເດັ່ນ
ເວລາອອກຂ່າວ: 2020-10-28 08:16:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ໃນວັນທີ 23 ຕຸລາ ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງພິທີຍ້ອງຍໍຜົນງານໃຫ້ ກົມກອງລວມໝູ່-ບຸກຄົນດີເດັ່ນ ທີ່ປະຕິບັດງານໃນໂຄງການ 01728, ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາແດງ ແພງວິໄລ ຮອງເລຂາຄະນະພັກອົງການກົມ ໃຫຍ່ ຮອງຫົວໜ້າກົມໃຫຍ່ພະລາ ທິການກອງທັບ, ມີຄະນະກົມ, ຫ້ອງການ, ບັນດາຄະນະພັກ, ຄະ ນະບັນຊາກົມກອງຮາກຖານທີ່ ຂຶ້ນກັບ ພ້ອມດ້ວຍພະນັກງານ-ນັກຮົບທີ່ໄດ້ຮັບການຍ້ອງຍໍເຂົ້າ ຮ່ວມ. ສະຫາຍ ພັນໂທ ສົມພິດ ແກ້ວ ວັນທອງ ຮອງຫົວໜ້າກົມເສນາ ພະລາກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບວຽກ ງານຮັບປະກັນພະລາທິການໃຫ້ ແກ່ໂຄງການ 01728 ປະຈໍາປີ 2017-2019 ເຊິ່ງໄດ້ຍົກໃຫ້ ເຫັນ ຜົນງານອັນພົ້ນເດັ່ນຫຼາຍດ້ານ ໂດຍສະເພາະດ້ານການຮັບປະ ກັນວຽກງານພະລາທິການຮອບ ດ້ານໃຫ້ກັບບັນດາກົມກອງທີ່ ເຄື່ອນໄຫວເຮັດໜ້າທີ່ກຽມພ້ອມ ສູ້ຮົບ ແລະ ການກອບກູ້ໄພພິບັດຢູ່ 4 ແຂວງພາກໃຕ້ ໄດ້ມີຜົນສໍາເລັດ ຕາມລະດັບຄາດໝາຍ, ໃນນີ້ໄດ້ ຈັດຕັ້ງກໍາລັງພະລາທິການແຕ່ ລະດ້ານເຊັ່ນ, ວຽກງານຂົນສົ່ງ ເຄື່ອນຍ້າຍກໍາລັງ, ວັດຖຸເຄື່ອງ ຂອງຕ່າງໆໄດ້ 122 ຖ້ຽວ, ບໍລິ ມາດຂົນສົ່ງທັງໝົດ 151 ໂຕນ, ວຽກງານອຸປະໂພກ-ບໍລິໂພກ ຮັບເຄື່ອງລາຍທົ່ວໄປທັງໝົດ 4. 944 ຊຸດຈ່າຍໃຫ້ນາຍ ແລະ ພົນທະຫານ,ເຄື່ອງເຮືອນຄົວ ຂັ້ນໝວດ 20 ໝວດ, ເຄື່ອງເຮືອນ ຄົວຂັ້ນໝູ່ 30 ໝູ່, ເຂົ້າສານໜຽວ 150.000 ກິໂລ, ເຂົ້າແຫ້ງ 2.820 ກິໂລ, ເຄື່ອງເສນາພະລາ, ເຕັ້ນຂັ້ນໝວດ 200 ຫຼັງ, ເຕັ້ນ ຂັ້ນໝູ່ 121 ຫຼັງ, ຕຽງບຸກຄົນ 771 ໜ່ວຍ, ມຸ້ງ 11.000 ດາງ, ວຽກງານເສນາຮັກ, ຊີ້ນໍາບັນດາ ໂຮງໝໍ 4 ແຂວງພາກໃຕ້ຈັດຕັ້ງ ເປັນໂຮງໝໍສະໜາມສາມາດ ຜ່າຕັດໄດ້ຂັ້ນກາງປະກອບຢາ, ອຸປະກອນການແພດລວມມີ, ຢາປິ່ນປົວພະຍາດ 130 ລາຍ ການມີມູນຄ່າ 1. 433.894.076 ກີບ, ວຽກງານເຊື້ອໄຟໄດ້ນໍາ ໃຊ້ກຸ່ມສາງນໍ້າມັນເລກ 4, ເລກ 9, ເລກ 8 ເປັນບ່ອນຮັບປະກັນ ເບີກຈ່າຍ ເຊິ່ງໄດ້ຈ່າຍນຳ້ມັນ ແອັດຊັງ 389.706 ລິດ, ນໍ້າມັນ ກາຊວນ 2.069.998 ລິດ, ນໍ້າ ມັນຍົນ 602.076 ລິດ ແລະ ນຳ້ ມັນຫຼໍ່ລື້ນຕ່າງໆ 43.844 ລິດ, ວຽກງານການເງິນໄດ້ຕິດຕາມ ຄຸ້ມຄອງການເບີກຈ່າຍລະບົບ ອັດຕາກິນຢູ່ສະໜາມທັງໝົດ 2. 176.837.000 ກີບ, ຈາກຜົນ ງານດັ່ງກ່າວໄດ້ເຮັດໃຫ້ມີຫຼາຍ ກົມ ແລະ ພະນັກງານ-ນັກຮົບໄດ້ ຮັບການຍ້ອງຍໍປະເພດຕ່າງໆຄື: ໄດ້ຮັບຫຼຽນໄຊພິລາດອາດຫານ ຊັ້ນ III ຈຳນວນ 7 ກົມກອງ, ມອບ ຫຼຽນໄຊພິລາດອາດຫານຊັ້ນ II ໃຫ້ບຸກຄົນຈໍານວນ 30 ສະຫາຍ, ຫຼຽນໄຊພິລາດອາດຫານຊັ້ນ III ຈໍານວນ 28 ສະຫາຍ ແລະ ມອບໃບຍ້ອງຍໍກະຊວງປ້ອງກັນ ປະເທດ ຈໍານວນ 22 ສະຫາຍ ຢ່າງສົມກຽດ. ໂອກາດເຂົ້າຮ່ວມ, ສະຫາຍ ພົນຈັດຕະວາ ຄໍາແດງ ແພງວິໄລ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນສໍາເລັດຂອງເຫຼົ່ົາຮົບ ພະລາທິການຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບ ທີ່ໄດ້ຮັບການຍ້ອງຍໍຄັ້ງນີ້, ຈົ່ງຕັ້ງ ໜ້າສຸມໃສ່ເຮັດວຽກງານພະລາທິການຮອບດ້ານໃຫ້ບັນດາກົມ ກອງເຮັດໜ້າທີ່ສູ້ຮົບໄດ້ເຄື່ອນ ໄຫວຢ່າງແຂງແຮງ, ເອົາໃຈ ໃສ່ສຸມທຸກກໍາລັງວັງຊາປັບປຸງ ແບບແຜນການຄຸ້ມຄອງວັດຖຸ ພາຫະນະເຕັກນິກ, ການເບີກຈ່າຍ ໃຫ້ຖືກຕ້ອງຕາມລະບຽບຫຼັກ ການຂອງກອງທັບ, ຍູ້ແຮງວຽກ ງານຫັນລົງກໍ່ສ້າງຮາກຖານ ການເມືອງນໍາບັນດາກົມກອງ, ທ້ອງຖິ່ນຢ່າງແຂງແຮງ, ລຽນ ຕິດ, ເຮັດວຽກງານສຶກສາອົບ ຮົມການເມືອງນໍາພາ-ແນວຄິດ ພະນັກງານ-ນັກຮົບທີ່ເຂົ້າຮ່ວມ ໂຄງການ 01728 ໃຫ້ເລິກເຊິ່ງ, ເພື່ອພ້ອມກັນອົດທົນຜ່ານຜ່າ ທຸກອຸປະສັກ, ທຸກຄວາມຫຍຸ້ງ ຍາກນາໆປະການໃຫ້ມີຜົນສໍາ ເລັດຕໍ່ເນື່ອງ ແລະ ທັງຮັບປະກັນ ໄດ້ວຽກງານພະລາທິການທັນ ກັບສະພາບເງື່ອນໄຂ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ