ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ຈັດງານລະນຶກວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ
ເວລາອອກຂ່າວ: 2020-10-28 08:20:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ວັນທີ 26 ຕຸລາ 2020, ທີ່ໂຮງແຮມແລນມາກ ນະຄອນ ຫຼວງວຽງຈັນ, ກະຊວງການຕ່າງ ປະເທດ ຮ່ວມກັບ ຫ້ອງການຜູ້ ປະສານງານອົງການສະຫະປະ ຊາຊາດ ປະຈຳ ສປປ ລາວ ໄດ້ຈັດ ງານລະນຶກວັນສ້າງຕັ້ງອົງການ ສະຫະປະຊາຊາດ ຄົບຮອບ 75 ປີ (24/10/1945-24/10/ 2020) ໂດຍການເປັນປະທານ ຮ່ວມຂອງ ທ່ານ ສະເຫຼີມໄຊ ກົມ ມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊັກເກນເນັສ (Ms. Sara Sekkenes), ຜູ້ປະສານງານອົງການ ສປຊ ປະ ຈຳ ສປປ ລາວ. ເຂົ້າຮ່ວມງານດັ່ງ ກ່າວມີການນໍາຂັ້ນສູງຈາກບັນ ດາກະຊວງ ແລະ ອົງການທຽບ ເທົ່າກະຊວງ, ມີບັນດາເອກອັກ ຄະລັດຖະທູດ, ຜູ້ຕາງໜ້າບັນດາ ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ເຂົ້າຮ່ວມ. ໃນພິທີດັ່ງກ່າວ, ທ່ານ ສະເຫຼີມ ໄຊ ກົມມະສິດ ແລະ ທ່ານ ນາງ ຊາຣາ ເຊັກເກນເນັສ ໄດ້ຮ່ວມກັນ ເປີດພິທີ ແລະ ໃຫ້ກຽດຂຶ້ນກ່າວ ບົດປາໄສ ໂດຍໄດ້ສະແດງຄວາມ ຊົມເຊີຍຕໍ່ຜົນສຳເລັດຂອງອົງການ ສປຊ ໃນການເຮັດໜ້າທີ່ປົກ ປັກຮັກສາສັນຕິພາບ ແລະ ຄວາມ ໝັ້ນຄົງສາກົນ, ສົ່ງເສີມການຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງບັນດາປະ ຊາຊາດໃນທົ່ວໂລກ ເພື່ອພ້ອມກັນ ພັດທະນາຕາມທິດຍືນຍົງ, ພ້ອມ ທັງໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງ ການ ສປຊ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຮ່ວມມື ໃນຂົງເຂດວຽກງານຫຼຸດຜ່ອນ ຄວາມທຸກຍາກ, ການສຶກສາ, ສາ ທາລະນະສຸກ, ການສົ່ງເສີມບົດ ບາດຍິງ-ຊາຍ, ການແກ້ໄຂບັນດາລະເບີດຕົກຄ້າງບໍ່ທັນແຕກ, ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ ແລະ ຂົງເຂດອື່ນໆ, ຊຶ່ງເຫັນວ່າມີຜົນສຳເລັດເປັນ ກ້າວໆ. ເຖິງຢ່າງໃດກໍຕາມຄຽງ ຄູ່ກັບຜົນສຳເລັດດ້ານຕ່າງໆກໍຍັງ ມີສິ່ງທ້າທາຍຫຼາຍບັນຫາເປັນ ຕົ້ນແມ່ນການສະໜອງທຶນເພື່ອ ການພັດທະນາຂອງອົງການ ສປຊ ທີ່ມີທ່າອ່ຽງຫຼຸດລົງຢ່າງຕໍ່ ເນື່ອງ ແລະ ໃນປັດຈຸບັນສິ່ງທ້າ ທາຍໃໝ່ທີ່ເກີດຈາກການແຜ່ລະ ບາດຂອງພະຍາດ COVID-19 ໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງ ໄດ້ເພີ່ມທະວີການຮ່ວມມືກັນໃນ ການຟື້ນຟູຜົນກະທົບທັງໄລຍະ ສັ້ນ ແລະ ໄລຍະຍາວ. ພ້ອມດຽວ ກັນນັ້ນ, ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນງານການຮ່ວມມືໃຫ້ສອດຄ່ອງກັບແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ໄດ້ຮັບຜົນຕາມຄາດໝາຍ, ສປປ ລາວ ແລະ ອົງການ ສປຊ ຈະໄດ້ສືບຕໍ່ເພີ່ມທະວີການຮ່ວມ ມືໃຫ້ກ້າວສູ່ລວງເລິກ ໂດຍສະ ເພາະແມ່ນການຮ່ວມມືພາຍໃຕ້ ຂອບການຮ່ວມມືລະຫວ່າງລັດ ຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ 2017-2021 ເພື່ອຍົກລະດັບ ການຮ່ວມມືຂື້ນສູ່ລະດັບສູງ, ພ້ອມດຽວກັນ ກໍໄດ້ເສີມຂະ ຫຍາຍທ່າແຮງດ້ານຕ່າງໆລວມ ທັງກົນໄກການລະດົມທຶນຮອນ ເພື່ອໃຫ້ສາມາດບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ຜ່ານຜ່າຜົນກະທົບຂອງໄພພິບັດ ແລະ ການແຜ່ລະບາດຂອງພະ ຍາດໂຄວິດ-19 ທີ່ພວກເຮົາປະ ເຊີນຢູ່ໃນປັດຈຸບັນ. ຕະຫຼອດ 75 ປີທີ່ຜ່ານມາ, ອົງ ການ ສປຊ ໄດ້ເປັນແກນກາງ ແລະ ອົງກອນທີ່ສໍາຄັນໃນການ ແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ, ເພີ່ມທະວີຄຸນຄ່າ ແລະ ໃຫ້ຄວາມສຳຄັນຕໍ່ກັບສິດ ທິມະນຸດ ແລະ ເສີມຂະຫຍາຍ ຄວາມສະເໜີພາບລະຫວ່າງ ຍິງ ຊາຍ. ພ້ອມດຽວກັນນັ້ນ, ອົງການ ສປຊ ໄດ້ຍຶດໝັ້ນໃນການສ້າງການຮ່ວມມືລະຫວ່າງປະເທດ ແລະ ສົ່ງເສີມການຮ່ວມມືຫຼາຍ ຝ່າຍໄປພ້ອມກັບການຍົກສູງ ແລະ ຂັບເຄື່ອນວາລະການພັດທະ ນາທີ່ສຳຄັນຕ່າງໆຂອງສາກົນ. ໃນໄລຍະຜ່ານມາລັດຖະບານ ແລະ ອົງການ ສປຊ ໄດ້ມີການ ຮ່ວມມືກັນຕໍ່ສູ້ກັບການແກ້ໄຂ ຄວາມທຸກຍາກ ແລະ ການຂາດ ສານອາຫານ, ປັບປຸງອັດຕາການເຂົ້າໂຮງຮຽນຊັ້ນປະຖົມ ແລະ ຫຼຸດຜ່ອນອັດຕາການຕາຍ ຂອງເດັກອາຍຸຕໍ່າກວ່າ 5 ປີ. ພ້ອມດຽວກັນນັ້ນ, ຍັງສືບຕໍ່ເຮັດ ວຽກຮ່ວມກັນໃນບັນດາຂົງເຂດ ຍຸດທະສາດດ້ານການພັດທະ ນາເຊັ່ນ: ການປົກຄອງ, ສົ່ງເສີມ ການເຕີບໂຕແບບມີສ່ວນຮ່ວມ, ແກ້ໄຂບັນຫາລະເບີດຕົກຄ້າງບໍ່ ທັນແຕກ, ຮັບປະກັນຊີວິດການ ເປັນຢູ່ ແລະ ການເຂົ້າເຖີງການ ບໍລິການພື້ນຖານສຳລັບທຸກຄົນ, ສ້າງຄວາມເຂັ້ມແຂງເພື່ອກຽມ ພ້ອມຮັບມື ແລະ ຕອບໂຕ້ຕໍ່ຜົນ ກະທົບດ້ານໄພພິບັດຂອງທຳມະ ຊາດ ແລະ ການພັດທະນາຊັບພະ ຍາກອນມະນຸດ. ໃນຕອນທ້າຍພິທີ, ບັນດາ ທ່ານແຂກທີ່ເຂົ້າຮ່ວມໄດ້ພ້ອມ ກັນນັບຖອຍຫຼັງເພື່ອເປີດໄຟ 17 ສີທີ່ເປັນສັນຍາລັກຂອງເປົ້າ ໝາຍການພັດທະນາແບບຍືນຍົງ (SDGs) ສ່ອງໃສ່ປະຕູໄຊ ອີກ ດ້ວຍ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ