ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະກວດກາການສ້າງກອງວັດທະນະທຳ ແລະ ນັກຮົບວັດທະນະທຳເຄື່ອນໄຫວເຮັດວຽກຢູ່ກອງພັນກໍ່ສ້າງຂົວ - ທາງ 587
ເວລາອອກຂ່າວ: 2020-10-28 08:26:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ໃນວັນທີ 16 ຕຸລາ 2020 ນີ້, ຄະນະກວດກາການສ້າງ ກອງວັດທະນະທຳ ແລະ ນັກຮົບ ວັດທະນະທຳຂອງກົມໃຫຍ່ເສນາ ທິການກອງທັບ ນຳໂດຍ ສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ກຳ ມະການຄະນະພັກກົມໃຫຍ່, ຫົວ ໜ້າຫ້ອງການເມືອງ ກົມໃຫຍ່ເສ ນາທິການກອງທັບ ພ້ອມດ້ວຍ ຄະນະໄດ້ເຄື່ອນໄຫວກວດກາ ຢູ່ກອງພັນກໍ່ສ້າງຂົວ-ທາງ 587, ເຊິ່ງໃຫ້ການຕ້ອນຮັບໂດຍ ສະ ຫາຍ ພັນໂທ ໂອພາດ ທຳມະ ທອງ ຮອງເລຂາຄະນະພັກ ຫົວ ໜ້າການທະຫານກອງພັນ ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ, ກອງຮ້ອຍ ແລະ ອົງການຈັດ ຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ. ສະຫາຍ ພັນໂທ ສົມຮັກ ພົມ ມະນິນ ເລຂາຄະນະພັກຮາກ ຖານ, ຫົວໜ້າການເມືອງກອງ ພັນກໍ່ສ້າງຂົວ-ທາງ 587 ໄດ້ ລາຍງານການກໍ່ສ້າງກອງ ວັດທະນະທຳປະຈຳປີ 2020 ໂດຍ: ປະຕິບັດຕາມທິດຊີ້ນຳຂອງ ກະຊວງປ້ອງກັນປະເທດ ວ່າ ດ້ວຍ ການປັບປຸງກໍ່ສ້າງກອງທັບ ປະຊາຊົນລາວໃຫ້ກາຍເປັນກອງ ທັບປະຕິວັດມີແບບແຜນທັນ ສະໄໝ ໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ, ປະຕິບັດຕາມຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບ ວ່າ ດ້ວຍ ການສ້າງກອງວັດທະນະ ທຳ ແລະ ນັກຮົບວັດທະນະທຳ ໃນກອງທັບປະຊາຊົນລາວ ສະ ເພາະຢູ່ກອງພັນກໍ່ສ້າງຂົວ-ທາງ 587 ສ້າງຕັ້ງຂຶ້ນໃນວັນທີ 12 ກໍລະກົດ 1987 ໃນເວລານັ້ນ ໃສ່ຊື່ວ່າ: ກອງພັນນ້ອຍເຕັກນິກ ກໍ່ສ້າງເອກະລາດສືບທອດມາ ຈາກກອງພັນກໍ່ສ້າງສະໜາມ ຫຼວງດ້ານຈຳນວນພົນໄດ້ຍົກ ຍ້າຍມາຈາກກອງພັນ 506 ແລະ ກອງພັນ 582, ມີພາລະບົດ ບາດໜ້າທີ່ການເມືອງປະກອບ ສ່ວນເຂົ້າໃນການກໍ່ສ້າງເສັ້ນ ທາງຍຸດທະສາດ, ກໍ່ສ້າງກິດຈະ ການປ້ອງກັນຊາດ, ພັດທະນາ ພື້ນຖານໂຄງລ່າງຮອບດ້ານໃນ ຂອບເຂດທົ່ວປະເທດ ຕາມທິດຊີ້ ນຳ ແລະ ການມອບໝາຍຂອງ ຂັ້ນເທິງ, ລະບົບອົງການຈັດປະ ກອບມີ 3 ກອງຮ້ອຍ, 2 ໝວດ ເອກະລາດຂຶ້ນກັບ, ເຊິ່ງໄລຍະ ຜ່ານມາ ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ນຳພາ ແນວຄິດ ເຮັດໃຫ້ພະນັກງານ- ນັກຮົບມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະ ຕິວັດ, ມີຄວາມຮັບຮູ້ເຊື່ອມຊຶມ ຕໍ່ແນວທາງນະໂຍບາຍຂອງພັກ, ປະຕິບັດກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບຂອງກອງ ທັບ, ຮູ້ຈຳແນກໄດ້ມິດ-ສັດຕູຈະ ແຈ້ງ, ມີນ້ຳໃຈຮັກຊາດ, ຮັກລະ ບອບໃໝ່, ຮັກບ້ານເກີດເມືອງ ນອນ ແລະ ເຊື່ອໝັ້ນຕໍ່ການນຳ ພາຂອງພັກ, ມີນໍ້າໃຈອົດທົນ ຜ່ານຜ່າຕໍ່ຄວາມຫຍຸ້ງຍາກນາໆ ປະການ ເພື່ອພາລະກິດປົກປັກ ຮັກສາ ແລະ ສ້າງພັດທະນາ ປະເທດຊາດ, ເປັນເຈົ້າການໃນ ການແຂ່ງຂັນກັນສ້າງຕົນເອງ ໃຫ້ກາຍເປັນນັກຮົບວັດທະນະ ທຳ. ນອກນັ້ນ, ຍັງຕີລາຄາດ້ານ ແນວຄິດ-ການເມືອງຂອງພະ ນັກງານ-ນັກຮົບໄດ້ 90%, ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ຢ່າງ ຕັ້ງໜ້າໃນການປັບປຸງກໍ່ສ້າງກົມ ກອງເປັນຕົ້ນແມ່ນການກໍ່ສ້າງ ເຮືອນນອນ, ຫ້ອງການ, ສະໂມ ສອນ, ຫ້ອງນໍ້າ, ເຮືອນຄົວລວມ ແລະ ສະຖານທີ່ຄ້າຍຄູໃຫ້ມີ ຄວາມສະອາດຈົບງາມ, ມີການ ຈັດສັນສະຖານທີ່ປູກໄມ້ໃຫ້ໝາກ, ປູກດອກໄມ້ປະດັບຕາມເສັ້ນ ທາງ, ໄປຄ່ຽງຄູກັນນັ້ນ, ຍັງໄດ້ ຍົກສູງນໍ້າໃຈເພິ່ງຕົນເອງກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຈາກການປູກຝັງ- ລ້ຽງສັດ, ປັດຈຸບັນກອງພັນມີ ງົວລ້ຽງ 30 ກວ່າໂຕ, ແບ້ 50 ກວ່າໂຕ, ມີໜອງປາ 13 ໜອງ, ເປັດ-ໄກ່ 1.270 ໂຕ, ມີສ່ວນຢາງ ພາລາ 7 ເຮັກຕາ ປູກຢາງ 2.950 ຕົ້ນ ແລະ ປູກພືດທຸກຊະນິດຕ່າງໆ ຕາມລະດູການ ເພື່ອສະໜອງ ເຂົ້າເຮືອນຄົວລວມ ສາມາດປະ ຕິບັດໄດ້ 93% ຂຶ້ນໄປ. ຈາກນັ້ນຄະນະກວດກາກອງ ວັດທະນະທຳໄດ້ກວດກາເບິ່ງສະ ຖານທີ່ການຜະລິດ, ພື້ນຖານ ໂຄງລ່າງການຈັດຕັ້ງ, ລະບົບ ຫ້ອງການ, ເຮືອນນອນ, ເຮືອນ ຄົວລວມ, ຫໍມູນເຊື້ອ, ສະຖານ ທີ່ຄ້າຍຄູ ແລະ ອື່ນໆ ເຫັນວ່າ ມີທ່າກ້າວຂະຫຍາຍຕົວດີ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ