ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

9 ເດືອນຕົ້ນປີ 2020 ແຂວງໄຊຍະບູລີ ເກັບລາຍຮັບໄດ້ 806 ຕື້ກີບ
ເວລາອອກຂ່າວ: 2020-10-28 08:29:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ການຈັດຕັ້ງແຜນງົບປະມານ ໃນໄລຍະ 9 ເດືອນຕົ້ນປີ 2020 ຢູ່ແຂວງໄຊຍະບູລີ ເຫັນວ່າມີ ຄວາມຫຍຸ້ງຍາກຫຼາຍປະການ ເປັນຕົ້ນແມ່ນ ຖືກຜົນກະທົບຈາກ ໄພທໍາມະຊາດ, ພະຍາດລະບາດ, ໂດຍສະເພາະ ພະຍາດໂຄວິດ-19 ເຊິ່ງມີຜົນກະທົບຕໍ່ການຈັດເກັບ ລາຍຮັບເຂົ້າງົບປະມານຊັກຊ້າ ແລະ ບໍ່ໄດ້ຕາມຄາດໝາຍ, ບວກ ກັບແຂວງເປັນແຂວງຂາດດຸນ ງົບປະມານລາຍຮັບບໍ່ກຸ້ມລາຍ ຈ່າຍປະມານ 52% ຈຶ່ງເຮັດໃຫ້ການເບີກຈ່າຍງົບປະມານຮ່ວງຕ່າງໆຊັກຊ້າ. ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ, ອະດີດຫົວໜ້າພະແນກການ ເງິນ ແຂວງໄຊຍະບູລີ ໄດ້ລາຍ ງານຕໍ່ກອງປະຊຸມອົງການປົກ ຄອງ ປະຈໍາ 9 ເດືອນຜ່ານມານີ້ ວ່າ: ຜ່ານການຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງຂະແໜງ ການເງິນໃນໄລຍະ 9 ເດືອນ ຜ່ານມາສາມາດຈັດຕັ້ງປະຕິບັດ ໄດ້ທັງໝົດ 806 ຕື້ກີບ ເທົ່າກັບ 76,88% ຂອງແຜນການເບື້ອງ ຕົ້ນ, ທຽບໃສ່ໄລຍະດຽວກັນ ເທົ່າກັບ 123,37%. ໃນນີ້, ລາຍ ຮັບຮ່ວງສູນກາງ ປະຕິບັດໄດ້ 648,74 ຕື້ກີບ ເທົ່າກັບ 81,82%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 130,47%, ລາຍຮັບພາຍໃນແຂວງປະຕິ ບັດໄດ້ 157,26 ຕື້ກີບ ເທົ່າກັບ 61,55%, ທຽບໃສ່ໄລຍະດຽວ ກັນເທົ່າກັບ 100,76%. ໃນ ນັ້ນ, ສ່ວຍສາອາກອນປະຕິບັດ ໄດ້152,22 ຕື້ກີບ ເທົ່າກັບ 60,62%, ຂະແໜງຄຸ້ມຄອງຊັບ ສິນຂອງລັດ ປະຕິບັດໄດ້ 4,99 ຕື້ກີບ ເທົ່າກັບ 114,80%, ຂະ ແໜງຄຸ້ມຄອງລັດວິສາຫະກິດ ປະຕິບັດໄດ້ 40,01 ລ້ານກີບ, ເທົ່າກັບ 80,04%, ສາມາດ ຄຸ້ມຄອງລາຍຈ່າຍ ໄດ້ທັງໝົດ 367,10 ຕື້ກີບ ເທົ່າກັບ 68,15%, ທຽບໃສ່ໄລຍະດຽວກັນ ເທົ່າກັບ 101,01%. ສໍາລັບ 3 ເດືອນທ້າຍ ປີ 2020 ນີ້ ຈະສູ້ຊົນເກັບລາຍຮັບ ໃຫ້ໄດ້ 314,75 ຕື້ກີບ, ຄາດຄະເນ ໝົດປີໃຫ້ໄດ້ 1.120,75 ຕື້ກີບ, ເທົ່າກັບ 100,59%, ຄຸ້ມຄອງ ລາຍຈ່າຍໃຫ້ໄດ້ 152,86 ຕື້ກີບ, ຄາດຄະເນໝົດປີໃຫ້ໄດ້ 519,96 ຕື້ກີບ ເທົ່າກັບ 96,53%. ທ່ານ ສໍາລານ ສຸວັນນະໂຊດ ຍັງກ່າວຕື່ມອີກວ່າ: ເພື່ອເຮັດໃຫ້ ການຈັດເກັບລາຍຮັບ 3 ເດືອນ ທ້າຍປີ 2020 ໃຫ້ໄດ້ຕາມແຜນ ການນັ້ນ ຈະໄດ້ສືບຕໍ່ສຶກສາອົບ ຮົມວຽກງານການເມືອງ-ນຳພາ ແນວຄິດໃຫ້ສະມາຊິກພັກ,ພະ ນັກງານລັດຖະກອນທຸກຂັ້ນມີ ຄວາມຮັບຜິດຊອບສູງ, ມີຈັນຍາ ບັນໃນການປະຕິບັດໜ້າທີີ່ວຽກ ງານວິຊາສະເພາະ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ ລັດຖະກອນ, ບັນດາຂໍ້ຫ້າມ, ວິ ໄນການເງິນຢ່າງເຂັ້ມງວດ, ລົງ ຕິດຕາມກວດກາຊຸກຍູ້ການຈັດ ເກັບລາຍຮັບຢູ່ບັນດາພະແນກ ການ ແລະ ເມືອງ, ພ້ອມທັງຊີ້ນໍາ ການຄຸ້ມຄອງລາຍຈ່າຍໃຫ້ບັນ ລຸຕາມແຜນການທີ່ວາງໄວ້. ໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ