ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສສຊ ປະກອບຄຳຄິດເຫັນໃສ່ບົດລາຍງານຂອງລັດຖະບານ
ເວລາອອກຂ່າວ: 2020-10-29 08:16:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ການດຳເນີນກອງປະຊຸມສະ ໄໝສາມັນເທື່ອທີ 10 ຂອງສະ ພາແຫ່ງຊາດ ຊຸດທີ VIII ໃນວັນທີ 28 ຕຸລາ 2020 ເຊິ່ງເປັນມື້ທີ 2 ຂອງການດຳເນີນກອງປະຊຸມດັ່ງ ກ່າວ, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ບັນດາທ່ານສະ ມາຊິກສະພາແຫ່ງຊາດໃນແຕ່ລະ ເຂດເລືອກຕັ້ງໄດ້ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນໃສ່ບົດ ລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນການ ການເງິນ ປະຈຳ ປີ 2020 ແລະ ທິດທາງແຜນ ການປີ 2021. ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດ 1 ນະຄອນຫຼວງວຽງ ຈັນ ໄດ້ປະກອບຄຳເຫັນກ່ຽວກັບ ບັນຫາການຄິດໄລ່ລວມຍອດຜະ ລິດຕະພັນ ຫຼື ຈີດີພີ ສຳລັບປີນີ້ເຫັນ ວ່າ ໂຕເລກຍັງສູງເກີນ ຄວາມເປັນ ຈິງ ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການວາງແຜນພັດທະນາເສດ ຖະກິດ-ສັງຄົມ, ການລົງທຶນ, ການຈັດເກັບລາຍຮັບ ແລະ ບັນ ຫາການປ່ອຍສິນເຊື່ອຂອງທະນາ ຄານ ທຸລະກິດບໍ່ບັນລຸຕາມຄາດ ໝາຍ ເຮັດໃຫ້ທຸລະກິດຂະໜາດ ນ້ອຍ, ຂະໜາດກາງ ບໍ່ຂະຫຍາຍ ຕົວເທົ່າທີ່ຄວນ. ຈາກນັ້ນ, ທ່ານ ສຸວັນນີ ໄຊຊະນະ ສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ປະກອບຄຳ ເຫັນ ກ່ຽວກັບບັນຫາໜີ້ສິນ ແລະ ການແກ້ໄຂໜີ້ສິນຂອງລັດທີ່ແລກ ມາດ້ວຍຕົ້ນທຶນສູງ ແຕ່ບໍ່ໄດ້ວາງ ກົນໄກຄຸ້ມຄອງແຕ່ຫົວທີ, ມາດຕະ ການຫຼຸດຜ່ອນລາຍຈ່າຍ ແລະ ເພີ່ມລາຍຮັບຍັງເຮັດບໍ່ທັນໄດ້ດີ, ສະເໜີໃຫ້ກະຊວງການເງິນ ຈົ່ງ ເພີ່ມທະວີຄວາມຮັບຜິດຊອບຕໍ່ ກັບລາຍຮັບລາຍຈ່າຍຕື່ມອີກ. ທ່ານ ວົງເພັດ ພະຍົນ ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ປະກອບຄຳ ເຫັນໃສ່ວຽກງານສຶກສາທິການ ແລະ ກີລາ ຜ່ານມາເຫັນວ່າ ເຮັດ ບໍ່ທັນໄດ້ດີເທົ່າທີ່ຄວນ ເປັນຕົ້ນ ແມ່ນຢູ່ຊົນນະບົດເຂດຫ່າງໄກ ສອກຫຼີກ ຂອງແຂວງເຊກອງ ອັດຕາການເຂົ້າຮຽນຈຳນວນນັກ ຮຽນຊັ້ນປະຖົມແມ່ນມີໜ້ອຍ ແຕ່ການປະລະການຮຽນຂອງ ຊັ້ນປະຖົມ, ມັດທະຍົມ ແມ່ນມີ ຫຼາຍ, ສຳລັບວຽກງານສາທາລະ ນະສຸກສະເໜີໃຫ້ລັດຖະບານ ເອົາໃຈໃສ່ສ້າງໂຮງໝໍຊຸມຊົນ ແລະ ສັບຊ້ອນພະນັກງານແພດໝໍ ໄປຮັບໃຊ້ຢູ່ຊົນນະບົດໃຫ້ຫຼາຍ ຂຶ້ນ. ສຳລັບໃນພາກບ່າຍກອງປະຊຸມ ໄດ້ຮັບຟັງການຂຶ້ນຊີ້ແຈງ ຈາກຄະ ນະລັດຖະບານ ເປັນຕົ້ນແມ່ນກະ ຊວງແຜນການ ແລະ ການລົງທຶນ ກະຊວງ ອຸດສາຫະກຳ ແລະ ການ ຄ້າ, ກະຊວງສຶກສາທິການ ແລະ ກີລາ, ກະຊວງສາທາລະນະສຸກ ແລະ ທະນາຄານ ແຫ່ງ ສປປ ລາວ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ