ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເສດຖະກິດລາວຄາດວ່າຈະບັນລຸໄດ້ພຽງ 3,3%
ເວລາອອກຂ່າວ: 2020-10-29 08:33:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດມະຫາພາກ ພາຍໃນຂອງ ສປປ ລາວ ການຂະ ຫຍາຍຕົວຂອງເສດຖະກິດໃນ ໄລຍະ 1 ປີຜ່ານມາ ເຫັນວ່າ ອັດ ຕາການເຕີບໂຕເສດຖະກິດ ຂອງ ປະເທດເຮົາ (GDP) ຄາດວ່າ ຈະບັນລຸໄດ້ພຽງ 3,3% (ແຜນ ດັດແກ້3,3% ຫາ 3,6%) ມູນຄ່າຕາມລາຄາປີປະມານ 173.138 ຕື້ກີບ. ທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ລາຍງານ ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມປະຈຳປີ 2020 ແລະ ແຜນການປະຈໍາປີ 2021 ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020 ທີ່ຫໍປະຊຸມສະພາແຫ່ງ ຊາດ(ຫຼັກຫົກ) ວ່າ: ມູນຄ່າການ ນໍາເຂົ້າ-ສົ່ງອອກສິນຄ້າ ສາມາດ ປະຕິບັດໄດ້ 75.267 ຕື້ກີບ ເທົ່າ ກັບ 67,79% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາຫຼຸດລົງ 5,6%. ໃນນັ້ນ, ການສົ່ງອອກປະຕິບັດໄດ້ 4.278 ລ້ານໂດລາສະຫະລັດ ເທົ່າກັບ 70,84% ຂອງແຜນດັດແກ້ (6.039 ລ້ານໂດລາສະຫະ ລັດ), ການນໍາເຂົ້າ ປະຕິບັດໄດ້ 3.824 ລ້ານໂດລາສະຫະລັດ ເທົ່າກັບ 64,68% ຂອງແຜນດັດ ແກ້ (5.912 ລ້ານໂດລາສະຫະ ລັດ), ສາມາດເກີນດຸນ 454 ລ້ານໂດລາສະຫະລັດ (ແຜນການ ໃຫ້ເກີນດຸນ 127 ລ້ານໂດລາສະ ຫະລັດ). ຄາດວ່າໝົດປີມູນຄ່າ ການນໍາເຂົ້າ-ສົ່ງອອກຈະສາ ມາດປະຕິ ບັດໄດ້ບັນລຸແຜນດັດແກ້ 11.951 ລ້ານໂດລາສະຫະລັດ ຫຼື 111.024,79 ຕື້ກີບ. ສ່ວນ ການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 45.967 ຕື້ກີບ ເທົ່າກັບ 70,34% ຂອງແຜນດັດ ແກ້, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 6,73%, ຄາດຄະເນໝົດປີ ຈະສາມາດ ບັນລຸໄດ້ຕາມແຜນດັດແກ້ 65.347,02 ຕື້ກີບ. ໄດ້ຕິດຕາມ ແລະ ແກ້ໄຂຫຼາຍບັນຫາທີ່ເກີດ ຂຶ້ນໃນໄລຍະປິດດ່ານຊາຍແດນ ເຮັດໃຫ້ການຂົນສົ່ງສິນຄ້າ ສາມາດດໍາເນີນໄປໄດ້ເປັນປົກ ກະຕິ; ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາ ສິນຄ້າບໍລິໂພກ-ອຸປະໂພກທີ່ຈໍາ ເປັນເຊັ່ນ: ລາຄາເຂົ້າ, ຊີ້ນ, ປາ, ອາຫານ, ຜ້າອັດປາກ-ດັງ, ເຈວ ລ້າງມື ແລະ ເຫຼົ້າຂ້າເຊື້ອເພືີ່ອ ບໍ່ໃຫ້ມີການສວຍໂອກາດໃນໄລ ຍະທີ່ມີການລະບາດພະຍາດ ໂຄວິດ-19. ຂະແໜງພະລັງງານ ແລະ ບໍ່ແຮ່: ການຜະລິດກະແສ ໄຟຟ້າ ປະຕິບັດໄດ້ 29.787 ລ້ານ ກິໂລວັດໂມງ, ມູນຄ່າ 15.395 ຕື້ກີບ ເທົ່າກັບ 71,85% ຂອງ ແຜນດັດແກ້, ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ ເພີ່ມຂຶ້ນ 34%. ຄາດຄະເນໝົດປີຈະສາມາດຜະ ລິດໄດ້ 40.621 ລ້ານກິໂລວັດ ໂມງ ມີ ມູນຄ່າປະມານ 20.964 ຕື້ກີບ. ສໍາລັບດ້ານແຮ່ທາດ: ຜະລິດ ໄດ້ 7.704 ຕື້ກີບ ເທົ່າກັບ 71% ຂອງແຜນດັດແກ້, ຄາດຄະເນໝົດ ປີການຜະລິດແຮ່ທາດຈະສາ ມາດປະຕິບັດໄດ້ 10.851 ຕື້ກີບ, ເຫັນວ່າຈະປະຕິບັດໄດ້ຕາມແຜນ ດັດແກ້. ຮອດທ້າຍເດືອນກັນຍາ 2020 ປະຕິບັດໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງ ແຜນດັດແກ້. ໝົດປີຈະສູ້ຊົນ ໃຫ້ປະຕິບັດໄດ້ຕາມແຜນດັດແກ້. ການດຸ່ນດ່ຽງງົບປະມານຕາມ ຕົວເລກການຈັດຕັ້ງປະຕິບັດ ລາຍຮັບ-ລາຍຈ່າຍງົບປະມານ 9 ເດືອນ ມີການຂາດດຸນ 3.228 ຕື້ກີບ. ຈະສືບຕໍ່ສູ້ຊົນລະດົມທຶນ ດຸ່ນດ່ຽງງົບປະມານໃຫ້ໄດ້ຕາມ ແຜນການຂາດດຸນ ແລະ ຊໍາລະ ໜີ້ສິນຕ່າງປະເທດໃຫ້ທັນຕາມ ກໍານົດເວລາ. ເນື່ອງຈາກຄວາມ ຫຍຸ້ງຍາກໃນການຄຸ້ມຄອງເສດ ຖະກິດມະຫາພາກທີ່ແກ່ຍາວມາ ຫຼາຍປີ, ບັນຫາໄພທໍາມະຊາດ ເກີດຂຶ້ນຕໍ່ເນື່ອງ ແລະ ການແຜ່ລະ ບາດຂອງພະຍາດໂຄວິດ-19 ທີ່ ສົ່ງຜົນກະທົບໂດຍກົງໜັກໜ່ວງ ຕໍ່ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ຂອງ ພວກເຮົາເຮັດໃຫ້ຫຼາຍຄາດ ໝາຍຈະບໍ່ສາມາດບັນລຸໄດ້ຕາມ ແຜນທີ່ວາງໄວ້. ໂດຍ: ຄຳປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ