ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງບໍ່ແກ້ວ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ
ເວລາອອກຂ່າວ: 2020-10-30 08:33:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ໃນວັນທີ 27 ຕຸລາ 2020 ນີ້, ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ສະຫຼຸບຖອນຖອດບົດຮຽນການ ເຄື່ອນໄຫວວຽກງານກໍ່ສ້າງຮາກ ຖານການເມືອງ ໃນໄລຍະ 5 ປີ (2016-2020) ແລະ ວາງທິດ ທາງແຜນການ 5 ປີ (2021-2025), ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ວິດອນ ພຸດດາວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ບໍ່ແກ້ວ, ສະຫາຍ ພັນເອກ ຄຳຮັງ ໄຊມຸງຄຸນ ຮອງຫົວໜ້າກົມກໍ່ ສ້າງຮາກຖານກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກ ການ ແລະ ບັນດາກົມກອງຂຶ້ນ ກັບກອງບັນຊາການທະຫານ ແຂວງເຂົ້າຮ່ວມ. ສະຫາຍ ພັນໂທ ທອງໄຂ ສີຍາ ລາດ ກຳມະການຄະນະປະຈຳ ພັກ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານບົດສະ ຫຼຸບການເຄື່ອນໄຫວວຽກງານ ກໍ່ສ້າງຮາກຖານການເມືອໃນ ໄລຍະ 5 ປີຜ່ານມາ ເຊິ່ງຄະ ນະພັກ-ຄະນະບັນຊາ ໄດ້ເອົາ ໃຈໃສ່ຕໍ່ໜ້າທີ່ວຽກງານລົງກໍ່ ສ້າງຮາກຖານການເມືອງໃນ ຖັນແຖວກຳລັງປະກອບອາວຸດ ໂດຍປິ່ນອ້ອມ 4 ໜ້າທີໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງຂອງ ກອງບັນຊາການທະຫານແຂວງ ໂດຍໄດ້ຫັນເອົາກໍາລັງລົງກໍ່ສ້າງ ຮາກຖານປະຊາຊົນຢ່າງໜັກ ແໜ້ນເຂັ້ມແຂງສົມທົບກັບກຸ່ມ ບ້ານ ແລະ ອໍານາດການປົກຄອງ ທ້ອງຖິ່ນດໍາເນີນວຽກງານກໍ່ສ້າງ ຮາກຖານການເມືອງ, ພັດທະນາ ຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບ ວຽກງານ 3 ສ້າງ, ຫັນເອົາວຽກ ງານດັ່ງກ່າວເປັນອັນລະອຽດ ທັງສຸມທຶນຮອນ, ພາຫະນະ ແລະ ບຸກຄະລາກອນເຂົ້າໃນການຈັດ ຕັ້ງປະຕິບັດວຽກງານຢ່າງເປັນ ຂະບວນກວ້າງຂວາງ, ເຊິ່ງສາ ມາດສະຫຼຸບສັງລວມໄດ້ດັ່ງນີ້: ຄະ ນະພັກ-ຄະນະບັນຊາພວກເຮົາໄດ້ ເອົາໃຈໃສ່ປັບປຸງລະບົບການຈັດ ຕັ້ງນັບແຕ່ຂັ້ນພະແນກ, ຂະແໜງ, ກອງປະຕິບັດງານລວມທັງພະ ນັກງານລົງກໍ່ສ້າງຮາກຖານການ ເມືອງ 18 ກຸ່ມບ້ານ 39 ບ້ານທົ່ວ ແຂວງໄດ້ຖືເອົາການຫັນກຳລັງ ລົງກໍ່ສ້າງຮາກຖານຕາມແບບ ມູນເຊື້ອຂອງກອງທັບ, ກົມກອງ ຕັ້ງທັບຢູ່ບ່ອນໃດກໍຕ້ອງພົວພັນ ສະນິດແໜ້ນກັບອຳນາດການປົກ ຄອງປະຊາຊົນຢູ່ບ່ອນນັ້ນ, ຜ່ານ ການຈັດຕັ້ງປະຕິບັດມາເຖິງປັດຈຸ ບັນມີ 14 ຫົວໜ່ວຍກົມກອງ, ກວມເອົາ 5 ເມືອງ, 248 ບ້ານ, ໄປຄຽງຄູ່ກັນນັ້ນຍັງໄດ້ຊ່ວຍປະ ຊາຊົນແກ້ໄຂຊີວິດການເປັນຢູ່ ແລະ ຮັກສາຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍທາງສັງ ຄົມ, ສາມາດສ້າງບ້ານປ້ອມໝັ້ນ ໄດ້ 78 ບ້ານ, ກຸ່ມບ້ານສູ້ຮົບໄດ້ 13 ກຸ່ມ, ສ້າງຄອບຄົວປ້ອງກັນຊາດ ເຂັ້ມແຂງໄດ້ 3058 ຄອບຄົວ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 13 ບ້ານໃນທົ່ວແຂວງຈາກຜົນ ງານດັ່ງກ່າວ ກະຊວງປ້ອງກັນ ປະເທດຕົກລົງປະດັບຫຼຽນໄຊພິ ລາດອາດຫານຊັ້ນ II ໃຫ້ 1 ກົມ ກອງ, ປະດັບຫຼຽນໄຊພິລາດອາດ ຫານຊັ້ນ III ໃຫ້ບຸກຄົນ ຈຳນວນ 1 ສະຫາຍ ແລະ 1 ກົມ ກອງ, ມອບ ໃບຍ້ອງຍໍກະຊວງປ້ອງກັນປະ ເທດໃຫ້ບຸກຄົນ ຈຳນວນ 7 ສະ ຫາຍ, ຍ້ອງຍໍກົມໃຫຍ່ການເມືອງ ກອງທັບ ຈຳນວນ 11 ສະຫາຍ, ໂດຍການມອບຂອງ ສະຫາຍ ພັນ ເອກ ຄຳຮັງ ໄຊມຸງຄຸນ ຮອງຫົວ ໜ້າກົມກໍ່ສ້າງຮາກຖານພ້ອມ ດ້ວຍຄະນະປະຈຳພັກກອງບັນ ຊາການໄດ້ຜັດປ່ຽນກັນຂຶ້ນມອບ ຢ່າງສົມກຽດ. ໂອກາດນີ້ ສະຫາຍ ພັນເອກ ວິດອນ ພຸດດາວົງ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳ ເລັດໃນການເຄື່ອນໄຫວປະຕິບັດ ໜ້າທີ່ວຽກງານກໍ່ສ້າງຮາກຖານ ຕະຫຼອດໄລຍະ 05 ປີ ຜ່ານມາ ເຊິ່ງມີຜົນສຳເລັດໃນຫຼາຍດ້ານ ພ້ອມທັງໄດ້ເນັ້ນໜັກບາງບັນຫາ ທີ່ຈະຕ້ອງໄດ້ເອົາໃຈໃສ່ເປັນຕົ້ນ ແມ່ນສືບຕໍ່ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດໃຫ້ຖັນ ແຖວພະນັກງານ, ສະມາຊິກພັກ, ນັກຮົບໃຫ້ຮັບຮູ້ ແລະ ເຂົ້າໃຈ, ກໍາ ແໜ້ນຢ່າງເລິກເຊິ່ງຕໍ່ແນວທາງ ຂອງພັກກົດໝາຍຂອງລັດ ແລະ ຂອງກອງທັບ ສ້າງໃຫ້ພະນັກ ງານມີທັດສະນະການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທໍາ ປະຕິວັດ, ມີແບບແຜນດໍາລົງ ຊີວິດທີ່ປອດໃສ, ເປັນຫຼັກແຫຼ່ງ ໃນການສຶກສາອົບຮົມ,ເຕົ້າໂຮມ ຄວາມສາມັກຄີກັບປະຊາຊົນ ບັນດາເຜົ່າຢ່າງເປັນຂະບວນ ການຟົດຟື້ນ, ພະນັກງານຮາກ ຖານຕ້ອງເພີ່ມທະວີຄວາມຮັບ ຜິດຊອບໜ້າທີ່ການເມືອງຂອງ ຕົນໃຫ້ເຂັ້ມແຂງ ໜັກແໜ້ນປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດພ້ອມ ກັນນຳເອົາເນື້ອໃນກອງປະຊຸມ ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ຫັນເປັນແຜນງານອັນລະອຽດ ລົງສູ່ຮາກຖານປະຊາຊົນເພື່ອນໍາ ໄປຈັດຕັ້ງປະຕິບັດຕົວຈິງໃຫ້ມີ ຜົນສໍາເລັດຕໍ່ກັບວຽກງານກໍ່ສ້າງ ຮາກຖານການເມືອງ,ພັດທະນາ ຊົນນະບົດຮອບດ້ານຢ່າງຕັ້ງ ໜ້າຕິດພັນກັບຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະ ນາ. ໂດຍ: ວໍລະສິດ ພິດສະຫາຍ ພາບ: ສົມໄຊ ສີລາຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ