ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການກໍ່ສ້າງພະນັກງານເຕັກນິກເຫຼົ່າຮົບໃນໄລຍະໃໝ່
ເວລາອອກຂ່າວ: 2020-10-30 08:34:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໂດຍປະຕິບັດຕາມທິດນໍາ ຂອງກະຊວງປ້ອງກັນປະເທດຫັນ ກອງທັບເປັນກອງທັບປະຕິວັດມີແບບແຜນແລະທັນສະໄໝ, ປັດ ຈຸບັນໃນຍຸກແຫ່ງຂໍ້ມູນຂ່າວສານ ສະດວກວ່ອງໄວ ມີການເຊື່ອມ ໂຍງເຂົ້າກັບສາກົນໄດ້ຢ່າງໄວວາ ໂດຍສະເພາະແມ່ນການເຂົ້າເປັນ ປະຊາຄົມອາຊຽນ, ໃນຕໍ່ໜ້ານີ້ມັນເປັນສິ່ງທ້າທາຍທົດສອບ ອັນໜຶ່ງທີ່ເຮັດໃຫ້ກອງທັບ ເຮົາຕ້ອງມີການພັດທະນາດ້ານ ວິທະຍາສາດເຕັກໂນໂລຢີ, ພາ ສາຕ່າງປະເທດ, ການນໍາ ໃຊ້ ອິນເຕິເນັດ ແລະ ອື່ນໆເພື່ອຍາດ ແຍ່ງເອົາທືນການຊ່ວຍເຫືຼອ ຈາກເພື່ອນມິດຍຸທະສາດ ແລະ ສາກົນມາສ້າງສາພັດທະນາກອງ ທັບເຮົາໃຫ້ມີແບບແຜນ ແລະ ທັນ ສະໄໝໃນທຸກດ້ານ. ໂດຍລວມ ແລ້ວພັກ-ລັດຖະບານໄດ້ສຸມໃສ່ທືນຮອນປະກອບອາວຸດຍຸດໂທ ປະກອນເຕັກນິກວິທະຍາສາດ ການທະຫານທີ່ທັນສະໄໝເພື່ອ ປັບປຸງກໍ່ສ້າງກອງທັບເຮົາໃຫ້ນັບ ມື້ເຕີບໃຫຍ່ເຂັ້ມແຂງທາງດ້ານ ຈໍານວນ ແລະ ຄຸນນະພາບ. ສະຫາຍ ພັນເອກ ປອ ຟອງ ສະໝຸດ ພົນທິລາດ ຫົວໜ້າກົມ ເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກ ກອງທັບໃຫ້ສໍາພາດຕໍ່ນັກຂ່າວ ນັກ ສືພິມກອງທັບວ່າ: ໃນນີ້, ເວົ້າ ສະເພາະຂົງເຂດການກໍ່ສ້າງພະ ນັກງານເຕັກນິກເຫຼົ່າຮົບໃນໄລ ຍະໃໝ່ບົນພື້ນຖານແມ່ນອີງໃສ່ ຄວາມຮູ້ຄວາມສາມາດ, ລະດັບ ການສຶກສາ, ລະດັບວິຊາສະເພາະ ເຕັກນິກທີ່ແນ່ນອນສົມຄູ່ກັບການການນຳໃຊ້ພາຫະນະອາວຸດຍຸດ ໂທປະກອນ ແລະ ຈັດຕັ້ງຄຸ້ມຄອງ ເຕັກນິກເຫຼົ່າຮົບ, ເພາະວ່າວຽກງານຮັບປະກັນເຕັກນິກເຫຼົ່າຮົບ ແມ່ນມີຄວາມສັບຊ້ອນ ດັ່ງນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງດໍາເນີນ ໄປຖືກຕາມທິດນໍາຂອງຂັ້ນເທິງກໍ່ຄືຄະນະນໍາກົມໃຫຍ່ເຕັກນິກກອງ ທັບໄດ້ກໍານົດນັ້ນ, ຄະນະພັກ-ຄະນະບັນຊາທຸກຂັ້ນຕ້ອງຖືສໍາ ຄັນວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດເປັນກົກ ສອດຫ້ອຍເຂົ້າທຸກຂົງເຂດວຽກ ງານລວມຂອງກົມກອງເຮັດໃຫ້ ພະນັກງານ-ນັກຮົບ, ນັກວິຊາ ການຜູ້ທີ່ເຮັດວຽກງານດັ່ງກ່າວມີ ຄວາມສະດຸງໄວ, ພ້ອມທັງເລືອກ ເພັ້ນເອົາຜູ້ທີ່ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນ ທຳປະຕິວັດ, ມີແບບແຜນການນຳ ພາທີ່ສອດຄອງຖືກຕ້ອງບົນພື້ນ ຖານຫຼັກການລວມສູນປະຊາ ທິປະໄຕ, ມີຄວາມຕັດສິນໃຈກ້າ ເຮັດກ້າຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ເປັນເຈົ້າການເຄື່ອນ ໄຫວ,ພ້ອມນັ້ນ ກໍຕ້ອງມີແບບແຜນ ວິທີເຮັດວຽກຢ່າງພາວະວິໃສ ແລະ ມີວິທະຍາສາດ. ກອງທັບເຮົາເປັນກໍາລັງຫຼັກ ແຫ່ຼງເສົາຄໍ້າໃນການນໍາໃຊ້ພາຫະ ນະອາວຸດຍຸໂທປະກອນເຕັກນິກ ທັນສະໄໝເຂົ້າໃນການປະຕິບັດ ໜ້າທີ່ວຽກງານຂອງຕົນ ກົມ ການເມືອງສູນກາງພັກໄດ້ກໍານົດ ວ່າ: ກອງທັບເຮົາບໍ່ພຽງແຕ່ຈະ ເຮັດສອງໜ້າທີ່ຍຸດທະສາດໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດເທົ່ານັ້ນ ແຕ່ຍັງສ້າງກອງທັບປະຕິວັດໃຫ້ ມີປະສິດທິພາບ, ມີແບບແຜນ ແລະ ທັນສະໄໝ. ປະກອບສ່ວນ ອັນສໍາຄັນເຂົ້າໃນການສ້າງເສດ ຖະກິດ ແລະ ພັດທະນາປະເທດ ຊາດໃຫ້ຈະເລີນກ້າວໜ້ານໍາອີກ.ເພື່ອສູ້ຊົນປະຕິບັດຕາມທິດນໍາ ແລະ ຄາດໝາຍສູ້ຊົນແຕ່ນີ້ຮອດ ປີ 2025 ອີງໃສ່ແຜນງານ ແລະ ໂຄງການຈຸດສຸມໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ, ໃນການກໍ່ສ້າງ ພະນັກງານຕາມທິດນໍາຂອງພັກ ເພື່ອເຮັດໃຫ້ກອງທັບເປັນກໍາລັງ ທີ່ເຂັ້ມແຂງ ແລະ ຫັນເປັນໜຸ່ມ ຮັບປະກັນສ້າງໄດ້ພະນັກງານ 3 ຮຸ້ນ ຫຼັກແຫຼ່ງສືບທອດ ແລະ ປ່ຽນແທນ ກົມເຕັກນິກເຫຼົ່າຮົບ ໃນນາມເປັນເສນາທິການໃຫ້ກົມ ໃຫຍ່ເຕັກນິກກອງທັບ ກໍຄືກະ ຊວງປ້ອງກັນປະເທດຈຶ່ງໄດ້ກໍາ ນົດເອົາແຜນຍຸດທະສາດຂອງ ກົມກອງໂດຍເລັ່ງໃສ່ການພັດທະ ນາກໍ່ສ້າງພະນັກງານເຕັກນິກ ເຫຼົ່າຮົບໃນທຸກດ້ານຢູ່ບັນດາກົມ ກອງວິຊາສະເພາະ ທັງກໍ່ສ້າງກັບ ທີ່, ຢູ່ໂຮງໂຮຽນ ແລະ ວິທະຍາ ຄານເຕັກນິກການທະຫານທັງ ພາຍໃນ ແລະ ຕ່າງປະເທດ ໃນລະ ດັບບຳລຸງ, ກໍ່ສ້າງ, ນັບແຕ່ຂັ້ນ ນາຍຊ່າງສ້ອມແປງ, ຂັ້ນວິສະວະ ກອນຈົນເຖິງຊ່ຽວຊານໃນລະດັບ ການສຶກສາແຕ່ຊັ້ນກາງ, ຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ ແລະ ຄົ້ນຄວ້າຂັ້ນປະລິນຍາເອກ ໂດຍ ສະເພາະແມ່ນປະເທດເພື່ອນມິດ ຍຸດທະສາດ ສສ ຫວຽດນາມ, ສປ ຈີນ ແລະ ສ ຣັດເຊຍ ສາມາດ ຕອບສະໜອງໄດ້ໃນໜ້າທີ່ການ ເມືອງ ແລະ ເພື່ອເປັນການຮອງ ຮັບຄວາມພ້ອມທາງດ້ານວິຊາ ການເຕັກນິກເຫຼົ່າຮົບຕໍ່ກັບການ ຫັນກອງທັບໃຫ້ເຂັ້ມແຂງມີປະ ສິດທິພາບກ້າວຂຶ້ນເປັນກອງທັບ ປະຕິວັດມີແບບແຜນ ແລະ ທັນສະ ໄໝ. ໂດຍ: ວັນໄຊ ໄຊສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ