ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກມທ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການສ້າງກອງວັດທະນະທຳ - ນັກຮົບວັດທະນະທຳ
ເວລາອອກຂ່າວ: 2020-10-30 08:40:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ວັນທີ 28 ຕຸລາ 2020 ນີ້, ກົມໃຫຍ່ການເມືອງກອງທັບ ຈັດ ຕັ້ງກອງປະຊຸມເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະ ຮັບ ຜິດຊອບຊີ້ນໍາລວມ ແລະ ອະນຸກໍາ ມະການຊຸກຍູ້ວຽກງານການກໍ່ ສ້າງກອງວັດທະນະທໍາ-ນັກຮົບ ວັດທະນະທຳ ໃນອົງການກົມ ໃຫຍ່ການເມືອງກອງທັບ ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດ ດາວົງ ກໍາມະການຄະນະພັກກະ ຊວງ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີຄະຫ້ອງ, ຄະ ນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າ ຮ່ວມ. ສະຫາຍ ພັນໂທ ສອນໄຊ ອິນ ທະວົງ ຮອງຫົວໜ້າພະແນກໂຄສະນາ-ອົບຮົມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍການ ແຕ່ງຕັ້ງຄະນະ ຮັບຜິດຊອບຊີ້ນໍາ ລວມ ແລະ ອະນຸກໍາມະການຊຸກຍູ້ວຽກງານການກໍ່ສ້າງກອງວັດທະນະທໍາ-ນັກຮົບວັດທະນະທຳ ໃນອົງການກົມໃຫຍ່ການເມືອງ ກອງທັບ. ໃນຄັ້ງນີ້ກໍເພື່ອແນໃສ່ ເຮັດໃຫ້ຂະບວນການກໍ່ສ້າງກອງ ວັດທະນະທໍາ-ນັກຮົບວັດທະນະ ທຳໃຫ້ດຳເນີນໄປຖືກຕາມທິດນຳ ຂອງຂັ້ນເທິງ ທັງເປັນການຍູ້ແຮງ ຂະບວນການລວມຂອງແຕ່ລະ ຮາກຖານກົມກອງໃຫ້ມີຄວາມ ໜັກແໜ້ນ ເຂັ້ມແຂງ ໃນການປະ ກອບສ່ວນສຳຄັນສ້າງນັກຮົບວັດ ທະນະທຳ-ກອງວັດທະນະທຳ, ແຕ່ບົນພື້ນຖານແລ້ວຕ້ອງອີງໃສ່ ລະບຽບແບບແຜນຂອງກອງທັບ ເຮົາ ໃນໄລຍະໃໝ່ໃນການສ້າງ ກອງປະຕິບັດ ແລະ ມີແບບແຜນ ທັນສະໄໝ, ຍາກເຮັດໄດ້ຄືແນວ ນັ້ນ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບແຕ່ລະສະ ຫາຍຕ້ອງເປັນແບບຢ່າງນຳໜ້າ ທາງດ້ານຄຸນສົມບັດສິນທຳປະຕິ ວັດ, ຫຼັກໝັ້ນຊົນຊັ້ນ, ມີຄຸນທາດ ການເມືອງໜັກແໜ້ນ ພ້ອມກັນ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ວໍລະສານ ວິລັດດາວົງ ໄດ້ໂອ້ ລົມພ້ອມທັງຍົກໃຫ້ເຫັນການ ສ້າງນັກຮົບວັດທະນະທຳ, ກອງ ວັດທະນະທໍາໃນກອງທັບປະຊາ ຊົນລາວ ເນື້ອແທ້ແມ່ນການປັບ ປຸງກໍ່່ສ້າງກົມກອງທະຫານ ເຂົ້າ ສູ່ລະບຽບແບບແຜນ, ແມ່ນວິທີ ການສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ນັກຮົບ ໃຫ້ມີແບບແຜນດໍາລົງຊີວິດປອດ ໃສ ທັງເປັນການນໍາເອົາບັນດາ ຄຸນຄ່າວັດທະນະທໍາອັນດີງາມ ເຂົ້າສູ່ການດໍາລົງຊີວິດຂອງພະ ນັກງານ-ນັກຮົບໃນກອງທັບ ເປັນການປັບປຸງຊີວິດການເປັນ ຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງພະນັກງານ-ນັກຮົບໃຫ້ນັບ ມື້ນັບດີຂຶ້ນ. ແນໃສ່ປັບປຸງກໍ່ສ້າງ ກອງທັບກ້າວຂຶ້ນ ເປັນກອງທັບ ປະຕິວັດ, ມີແບບແຜນ ແລະ ທັນ ສະໄໝ. ສະນັ້ນການສ້າງນັກຮົບ ວັດທະນະທໍາ, ກອງວັດທະນະທໍາ ໃນກອງທັບປະຊາຊົນລາວ ຈຶ່ງມີ ຄວາມຈໍາເປັນພາວະວິໄສ ແລະ ແມ່ນໜ້າທີ່ຂອງນາຍ ແລະ ພົນ ທະຫານໝົດທຸກຄົນ. ຈົ່ງພ້ອມກັນ ເຮັດໜ້າທີ່ຕາມການມອບໝາຍ ໃຫ້ເປັນຮູບປະທໍາ ແລະ ປະກົດ ຜົນເປັນຈິງ. ໂດຍ: ວິລະພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ