ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທີປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ
ເວລາອອກຂ່າວ: 2020-10-30 08:42:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ໃນວັນທີ 29 ຕຸລາ 2020 ນີ້, ທີ່ຫ້ອງຮັບແຂກສະໂມສອນກະຊວງປ້ອງກັນປະເທດ. ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ພັນເອກ ຕາວ ວັນທາຍ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈໍາລາວ ເນື່ອງໃນໂອກາດສໍາເລັດການດໍາ ລົງຕໍາແໜ່ງ ເປັນທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດ ນາມ ຢູ່ ສປປ ລາວ ເປັນເວລາ 8 ປີ. ໃນໂອກາດນີ້, ສະຫາຍຫົວໜ້າ ກົມໃຫຍ່ການເມືອງກອງທັບໄດ້ ສະແດງຄວາມຊົມເຊີຍ ແລະ ຍິນ ດີຕໍ່ຜົນສໍາເລັດໃນການປະຕິບັດ ໜ້າທີ່ເປັນທີ່ປຶກສາທູດຝ່າຍປ້ອງ ກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ເຖິງ 2 ສະໄໝ. ນອກ ນີ້, ສະຫາຍຍັງໄດ້ກ່າວເຖິງສາຍ ພົວພັນຮ່ວມມືແບບພິເສດລະ ຫວ່າງສອງພັກ, ສອງລັດ ລາວ-ຫວຽດນາມທີ່ມີມູນເຊື້ອອັນດີ ງາມມາແຕ່ດົນນານທີ່ບໍ່ມີປະເທດ ໃດໃນໂລກເຮັດໄດ້ ເຊິ່ງສະແດງ ອອກຄື: ໃນໄລຍະທີ່ຜ່ານມາສອງ ກອງທັບລາວ-ຫວຽດນາມ ໄດ້ ມີການແລກປ່ຽນຢ້ຽມຢາມນັບ ຕັ້ງແຕ່ຂັ້ນກະຊວງຈົນຮອດກົມ ກອງທ້ອງຖິ່ນ, ທັງໄດ້ມີການລົງ ນາມບົດບັນທຶກວ່າດ້ວຍການກໍ່ ສ້າງພະນັກງານຮ່ວມກັນໃນ ແຕ່ລະປີ ແລະ ວຽກງານອື່ນໆເຊັ່ນ: ວຽກງານພະລາທິການ ກອງທັບ, ວຽກງານສາທາລະ ນະສຸກ, ການປັກຫຼັກໝາຍຕາມ ຊາຍແດນລະຫ່ວາງສອງປະເທດ ແລະການຮ່ວມຂຸດຄົ້ນອັດຖິທະ ຫານອາສາສະໝັກຫວຽດນາມ ລວມທັງການສົ່ງລະດັບຊ່ຽວ ຊານມາເຮັດວຽກຢູ່ລາວ. ທັງໝົດ ສິ່ງເຫຼົ່ານີ້, ແມ່ນເກີດຂຶ້ນຈາກ ການຮ່ວມມືຮອບດ້ານແບບພິເສດ ລະຫວ່າງກອງທັບປະຊາຊົນ ລາວ-ຫວຽດນາມ ເຊິ່ງສ່ວນໃຫຍ່ ໄດ້ຮັບການຊ່ວຍເຫຼືອຈາກກອງ ທັບປະຊາຊົນຫວຽດນາມ ແນ່ ນອນວ່າຜົນງານອັນຍິ່ງໃຫຍ່ເຫຼົ່າ ນີ້ ມີການປະກອບສ່ວນຂອງ ສະ ຫາຍ ພັນເອກ ຕາວ ວັນທາຍ ທີ່ອຸ ທິດຕົນເຂົ້າໃນການສ້າງສາພັດ ທະນາສາຍພົວພັນແບບພິເສດ ລະຫວ່າງສອງກອງທັບທີ່ດີ ຕະ ຫຼອດມາ, ໃນໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ຍັງໄດ້ ປະດັບຫຼຽນໄຊພິລາດອາດຫານ ຊັ້ນ II ໃຫ້ສະຫາຍ ພັນເອກ ຕາວ ວັນທາຍ ທີ່ມີຄຸນງາມຄວາມດີໃນ ການເຮັດໜ້າທີ່ຢູ່ ສປປ ລາວຕະ ຫຼອດ 8 ປີຜ່ານມາ. ນອກຈາກ ນີ້, ຫົວໜ້າກົມໃຫຍ່ການເມືອງ ກອງທັບຍັງໄດ້ຖືໂອກາດນີ້ອວຍ ພອນ ສະຫາຍ ພັນເອກ ຕາວ ວັນ ທາວ ຈົ່ງປະສົບຜົນສໍາເລັດໃນ ໜ້າທີ່ໃໝ່ອັນມີກຽດ, ມີສຸຂະພາບ ແຂງແຮງ ສືບຕໍ່ຜັນຂະຫຍາຍ ສາຍພົວພັນພິເສດລາວ-ຫວຽດ ນາມໃຫ້ເກີດດອກອອກຜົນຍິ່ງໆ ຂຶ້ນ. ໃນໂອກາດດັ່ງກ່າວ, ທີ່ປຶກສາ ທູດປ້ອງກັນຊາດ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ສະ ຫາຍຫົວໜ້າກົມໃຫຍ່ການເມືອງ ກອງທັບ ພ້ອມດ້ວຍຄະນະທີ່ ສະລະເວລາອັນມີຄ່າ ແລະ ໃຫ້ ການຕ້ອນຮັບອັນອົບອຸ່ນ. ພ້ອມ ທັງກ່າວຂອບໃຈທີ່ພັກ-ລັດຖະ ບານ ລາວ ພິເສດກໍຄືກອງທັບ ປະຊາຊົນລາວທີ່ໄດ້ໃຫ້ການສະ ໜັບສະໜູນ ແລະ ຊ່ວຍເຫຼືອຕະ ຫຼອດມາຈົນເຮັດໃຫ້ປະສົບຜົນ ສໍາເລັດໃນການດໍາລົງຕໍາແໜ່ງ ເປັນທີ່ປຶກສາທູດຝ່າຍປ້ອງກັນ ຊາດຕະຫຼອດ ໄລຍະ ເວລາ 8 ປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ