ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຊັນສັນຍາຄູ່ຮ່ວມທຸລະກິດເຊື່ອມຕໍ່ລະບົບການຊຳລະຜານເອັມມັນນີ
ເວລາອອກຂ່າວ: 2020-10-30 08:53:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 28 ຕຸລາ 2020 ທີ່ບໍລິສັດ ລາວ ໂທ ລະຄົມມະນາຄົມ ມະຫາຊົນ, ນະ ຄອນຫຼວງວຽງຈັນ, ໄດ້ຈັດພີທີ ເຊັນສັນຍາ ວ່າດ້ວຍ ການເປັນຄູ່ ຮ່ວມທຸລະກິດລະຫວ່າງບໍລິ ສັດລາວ ໂມບາຍມັນນີ ຈໍາກັດ ຜູ້ດຽວ, ບໍລິສັດ ພີທີທີ (ລາວ) ຈໍາກັດ ແລະ ບໍລິສັດ ລາວ ເບເວີ ເຣດ ຈໍາກັດຜູ້ດຽວ ເພື່ອເຊື່ອມຕໍ່ລະ ບົບການຊໍາລະຜ່ານບໍລິການ ເອັມມັນນີ ກະເປົາເງິນເທິງມືຖື, ໂດຍການເຂົ້າຮ່ວມຂອງ ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍ ການໃຫຍ່ ບໍລິສັດລາວ ໂທລະຄົມ ມະນາຄົມ ມະຫາຊົນ, ທ່ານ ມົນໄຊ ບຸນຍິ້ມ ຜູ້ອໍານວຍການ ບໍລິສັດ ພີທີທີ ລາວ ຈໍາກັດ ແລະ ທ່ານ ວີເພັດ ສີຫາຈັກຣ໌ ປະທານ ບໍລິສັດ ລາວ ເບເວີເຣ ຈໍາກັດຜູ້ດຽວ ພ້ອມ ດ້ວຍພະນກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ. ຈຸດປະສົງຂອງການຈັດພີທີ ເຊັນສັນຍາໃນຄັ້ງນີ້ ເພື່ອເປັນການ ເປີດຕົວຄູ່ຮ່ວມທຸລະກິດຄື: ບໍລິ ສັດ ພີທີທີ ລາວ ຈໍາກັດ ບໍລິສັດ ລາວ ເບ ເວີເຣດຈໍາກັດຜູ້ດຽວ ແລະ ບໍລິ ສັດລາວ ໂມບາຍມັນນີ ຈຳກັດຜູ້ ດຽວຢ່າງເປັນທາງການ, ໂດຍ ເຊື່ອມຕໍ່ລະບົບການຊໍາລະຜ່ານ ກະເປົາເງິນເທິງມືຖື ເອັມມັນນີ ເພື່ອແນໃສ່ຕອບສະໜອງຄວາມ ຕ້ອງການຂອງລູກຄ້າ, ອໍານວຍ ຄວາມສະດວກໃຫ້ລູກຄ້າ ແລະ ຄູ່ຮ່ວມທຸລະກິດໃນການຊໍາລະເງິນຮູບແບບໃໝ່ຜ່ານ ກະເປົາເງິນດີຈິຕອນເທິງມືຖືເອັມ ມັນນີທີ່ມີຄວາມທັນສະໄໝ, ສະ ດວກ, ງ່າຍ, ວ່ອງໄວ ແລະ ປອດ ໄພ ໄດ້ມາດຕະຖານສາກົນ ພາຍ ໃຕ້ຄໍາຂວັນໃຫ້ຊີວິດງ່າຍຂຶ້ນ ຕາມ ຍຸກດີຈິຕອນ ບໍລິການຂອງ ບໍລິສັດ ພີທີທີ ລາວ ຈໍາກັດ ທີ່ຮັບຊໍາ ລະຜ່ານກະເປົາເງິນເທິງມືຖື ເອັມມັນນີ ລວມມີການຕື່ມນ້ໍາ ມັນທີ່ ປໍ້ານ້ໍາມັນພີທີທີທຸກປ້ໍາ ທົ່ວປະເທດ, ການປ່ຽນນ້ໍາມັນ ເຄື່ອງ ພີທີທີ ລັບຣີກັນ ສູນບໍລິ ການ ລົດຍົນຟິດໂອໂຕ, ສູນບໍລິການ ລົດຍົນໂປຣເຊັກ,ຮ້ານຄ່າເຟ ອາເມຊອນ, ຮ້ານເຂົ້າປຽກປູ ປາກເຊ, ຮ້ານຊານົມໄຂ່ມຸກ ເພີລີ້ທີ; ບໍລິການຂອງບໍລິສັດ ລາວເບເວີເຣດ ຈໍາກັດຜູ້ດຽວ ທີ່ຮັບຊໍາລະຜ່ານກະເປົາເງິນ ເທິງມືຖື ເອັມມັນນີ ລວມມີຮ້ານ ອາຫານ ເອັມເຄ (ສາຂາ 1, 2), ຮ້ານ ໂດໂຊ ( ສາຂາ 1, 2 ), ຮ້ານ ມີຢາຊາກ, ຮ້ານເດລິລາວກາເຟ ແລະ ຮ້ານຮາດລັອກກາເຟ; ການຮ່ວມມືທາງທຸລະກິດໃນຄັ້ງ ນີ້ ເປັນບາດກ້າວໜຶ່ງທີ່ສໍາຄັນ ແລະ ເປັນບາດກ້າວທໍາອິດໃນ ການຫັນການຊໍາລະເງິນໃນຮູບ ແບບໃໝ່ ຜ່ານກະເປົາເງິນດີຈິ ຕອນເທິງມືຖື ເອັມມັນນີ ເຂົ້າໃນ ຫົວໜ່ວຍທຸລະກິດທີ່ທັນສະໄໝ ແລະ ມີຄວາມຈໍາເປັນໃນການ ດໍາລົງຊີວິດປະຈໍາວັນຂອງຄົນ ໃນທົ່ວປະເທດ, ເປັນສ່ວນໜຶ່ງ ໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະ ຜັນຂະຫຍາຍເສດ ຖະກິດດີຈິ ຕ້ອນ, ຫຼຸດຜ່ອນການ ນໍາໃຊ້ເງິນສົດຕາມແຜນພັດ ທະນາເສດຖະກິດດີຈິຕ້ອນຂອງ ພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງບໍລິສັດລາວ ໂມບາຍມັນນີຈໍາກັດຜູ້ດຽວ ເປັນ ຜູ້ນໍາດ້ານການ ບໍລິການການເງິນ ດີຈິຕອນ ໃນ ສປປ ລາວ. ການເຊັນສັນຍາ ວ່າດ້ວຍ ການ ເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະ ບົບການຊໍາລະຜ່ານ M-Money ໃນຄັ້ງນີ້, ເປັນການຮ່ວມມື ລະຫວ່າງ 3 ບໍລິສັດດ້ວຍກັນ ເຊິ່ງເຂົ້າຮ່ວມລົງນາມມີ: 1) ທ່ານ ທັນສະໄໝ ຊາມຸນຕີ ຜູ້ອໍານວຍການ ບໍລິສັດ ລາວ ໂມ ບາຍມັນນີ ຈໍາກັດຜູ້ດຽວ; 2) ທ່ານ ມົນໄຊ ບຸນຍິ້ມ ຜູ້ອໍານວຍ ການບໍລິສັດ ພີທີທີ ລາວ ຈໍາກັດ; 3) ທ່ານ ວີເພັດ ສີຫາຈັກຣ໌ ປະ ທານ ບໍລິສັດລາວ ເບເວີເຣດ ຈໍາກັດຜູ້ດຽວ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ