ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຂື່ອນໄຟຟ້ານ້ຳງື່ມ 1 ມີບົດບາດສຳຄັນໃນການພັດທະນາເສດຖະກິດ - ສັງຄົມຂອງ ສປປ ລາວ
ເວລາອອກຂ່າວ: 2020-11-01 12:12:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ເຂື່ອນໄຟຟ້ານໍ້າງື່ມ 1 ມີບົດ ບາດສໍາຄັນໃນການພັດທະນາປະ ເທດ, ເຮັດໃຫ້ ສປປ ລາວ ມີ ຄວາມໝັ້ນຄົງທາງດ້ານພະລັງ ງານໄຟຟ້າ, ສາມາດຕອບສະ ໜອງຄວາມຮຽກຮ້ອງຕ້ອງ ການໃນການພັດທະນາເສດຖະ ກິດ-ສັງຄົມ, ການພັດທະນາທາງ ດ້ານອຸດສາຫະກໍາ, ກະສິກໍາ, ການທ່ອງທ່ຽວ ແລະ ການພັດ ທະນາຊີວິດການເປັນຢູ່ຂອງປະ ຊາຊົນ ນັບມື້ນັບດີຂຶ້ນເປັນກ້າວໆ ມາ. ນໍ້າງື່ມ ເປັນສາຍນໍ້າຂະໜາດ ໃຫຍ່ອັນດັບສອງ (ຮອງຈາກ ສາຍນໍ້າອູ) ໃນບັນດາສາຂາ ແມ່ນໍ້າຂອງຢູ່ ສປປ ລາວ, ມີ ຄວາມຍາວປະມານ 354 ກິ ໂລແມັດ, ມີຈຸດກໍາເນີດຈາກເຂດ ຍອດງື່ມ ເມືອງແປກ ແຂວງ ຊຽງຂວາງ, ໄຫຼຜ່ານພູພຽງ ຊຽງຂວາງ, ແຂວງໄຊສົມບູນ, ແຂວງວຽງຈັນລົງສູ່ແມ່ນໍ້າຂອງ ທີ່ເມືອງປາກງື່ມ ນະຄອນຫຼວງ ວຽງຈັນ. ເຂື່ອນໄຟຟ້ານໍ້າງື່ມ 1 ມີສັກ ກະຍະພາບໃນການຜະລິດພະ ລັງງານໄຟຟ້າສູງເຖິງ 1.600 ເມກາວັດ (MW), ບໍລິເວນອ່າງ ໂຕ່ງມີເນື້ອທີ່ປະມານ 8.460 ກິໂລຕາແມັດ ເປັນເງື່ອນໄຂອຸ ດົມສົມບູນໃນການຜະລິດພະລັງ ງານໄຟຟ້າດ້ວຍພະລັງງານນໍ້າ, ເນື້ອທີ່ອ່າງນໍ້າງື່ມມີຂະໜາດ 370 ກິໂລຕາແມັດ, ລະດັບນໍ້າ ເຕັມອ່າງສູງສຸດ 212,30 ແມັດ ແລະ ຕໍ່າສຸດ 196 ແມັດ (ທຽບ ໃສ່ລະດັບໜ້ານໍ້າທະເລ), ເຊິ່ງ ສາມາດກັກເກັບນໍ້າໄດ້ປະມານ 7.030 ລ້ານແມັດກ້ອນ ໃນນັ້ນ, ນໍາໃຊ້ເຂົ້າໃນການຜະລິດພະລັງ ງານໄຟຟ້າປະມານ 4.700 ລ້ານແມັດກ້ອນ. ເຂື່ອນໄຟຟ້ານໍ້າງື່ມ 1 ເປັນ ເຂື່ອນໃຫຍ່ແຫ່ງທໍາອິດຂອງ ສປປ ລາວ, ຕັ້ງຢູ່ເມືອງແກ້ວອຸ ດົມ ແຂວງວຽງຈັນ ຫ່າງຈາກ ນະຄອນຫຼວງວຽງຈັນໄປທາງ ທິດຕາເວັນອອກສ່ຽງເໜືອປະ ມານ 90 ກິໂລແມັດ ແລະ ເປັນ ໜຶ່ງໃນບັນດາເຂື່ອນໄຟຟ້າທີ່ບໍລິ ສັດ ຜະລິດ-ໄຟຟ້າລາວ ມະຫາ ຊົນ (ຜຟຟລ) ເປັນຜູ້ຄຸ້ມຄອງ. ນອກຈາກ ມີບົດບາດໃນການ ຜະລິດພະລັງງານໄຟຟ້າຮັບໃຊ້ ການພັດທະນາປະເທດຊາດ ຍັງ ມີບົດບາດຊ່ວຍຫຼຸດຜ່ອນໄພນ້ໍາ ຖ້ວມ-ແຫ້ງແລ້ງ ແລະ ລະບາຍ ນໍ້າລົງສູ່ສາຍນໍ້າງື່ມຕອນລຸ່ມໃນ ລະດູແລ້ງ ເພື່ອໃຫ້ປະຊາຊົນທີ່ ອາໄສຕາມແຄມລໍານໍ້າງື່ມໄດ້ ນໍາໃຊ້ນໍ້າຢ່າງອຸດົມສົມບູນຕະ ຫຼອດປີ. ສໍາລັບ ຂໍ້ມູນທາງດ້ານເຕັກນິກ ຂອງເຂື່ອນໄຟຟ້ານໍ້າງື່ມ 1 ມີດັ່ງ ນີ້: ສັນເຂື່ອນແບບເບຕົງເສີມ ເຫຼັກມີຄວາມຍາວ 468 ແມັດ, ກວ້າງ 6 ແມັດ, ຈາກລະດັບຮາກ ຖານສູງ 70 ແມັດ, ປະຕູລະ ບາຍນໍ້າລົ້ນແບບບານໂຄ້ງຕັ້ງຢູ່ ເບື້ອງຂວາຂອງເຂື່ອນ ເຊິ່ງມີ 4 ປະຕູ, ແຕ່ລະປະຕູກວ້າງ 12,5 ແມັດ, ສູງ 10 ແມັດ; ເຮືອນຈັກຂອງເຂື່ອນດັ້ງເດີມຕັ້ງ ຢູ່ຕີນເຂື່ອນກໍ້າຊ້າຍ ມີເຄື່ອງ ກໍາເນີດໄຟຟ້າ 5 ຊຸດ, ກົງຫັນ ແບບຟຣານສິດແກນຕັ້ງປະ ກອບດ້ວຍ ຊຸດທີ 1 ແລະ 2 ມີ ກໍາລັງຕິດຕັ້ງຊຸດລະ 17,5 ເມ ກາວັດ, ຊຸດທີ 3, 4 ແລະ ຊຸດທີ 5 ມີກໍາລັງຕິດຕັ້ງຊຸດລະ 40 ເມກາວັດ ລວມກໍາລັງຕິດຕັ້ງ 155 ເມກາວັດ; ເຮືອນຈັກໃໝ່ ຕັ້ງຢູ່ຕີນເຂື່ອນກໍ້າຂວາມີເຄື່ອງ ກໍາເນີດໄຟຟ້າ 2 ຊຸດ, ກົງຫັນ ແບບຟຣານສິດແກນຕັ້ງ, ມີກໍາ ລັງຕິດຕັ້ງຊຸດລະ 40 ເມກາວັດ ລວມກໍາລັງຕິດຕັ້ງ 80 ເມກາ ວັດ, ປັດຈຸບັນເຂື່ອນໄຟຟ້ານໍ້າງື່ມ 1 ມີກໍາລັງຕິດຕັ້ງທັງໝົດ 235 ເມກາວັດ, ເຂື່ອນໄຟຟ້ານໍ້າງື່ມ 1 ຜະລິດ ແລະ ສະໜອງພະລັງ ງານໄຟຟ້າໃຫ້ບັນດາແຂວງພາກ ເໜືອ ແລະ ພາກກາງຂອງ ສປປ ລາວ, ລະບົບສາຍສົ່ງໄຟຟ້າສາຍ ສົ່ງສະເພາະວົງຈອນທີ 1, 2, 3, 4 ແລະ ພາກຂະຫຍາຍຈັກເບີ 7-8 ຈາກເຂື່ອນໄຟຟ້ານໍ້າງື່ມ 1 ໄດ້ສະໜອງໃຫ້ລັດວິສາຫະ ກິດໄຟຟ້າລາວ ໃນລະບົບສາຍສົ່ງ 115 ກິໂລໂວນ (KV) ທີ່ສະ ຖານີໄຟຟ້າແສງສະຫວ່າງ ເຊິ່ງ ຕັ້ງຢູ່ຫ່າງຈາກເຂື່ອນໄຟຟ້ານໍ້າ ງື່ມ 1 ປະມານ 4 ກິໂລແມັດ, ສາຍສົ່ງທີ 5 ຈາກເຂື່ອນໄຟຟ້າ ນໍ້າງື່ມ 1 ຫາເຂື່ອນໄຟຟ້ານໍ້າ ເລິກລວງຍາວຂອງສາຍສົ່ງ 55 ກິໂລແມັດ. ການກໍ່ສ້າງເຂື່ອນໄຟຟ້ານໍ້າ ງື່ມ 1 ແບ່ງອອກເປັນ 5 ໄລຍະ ຄື: ໄລຍະທີ 1 ເລີ່ມຕົ້ນການ ກໍ່ສ້າງໃນປີ 1968, ສໍາເລັດໃນ ປີ 1971 ໄດ້ຕິດຕັ້ງເຄື່ອງກໍາ ເນີດໄຟຟ້າ 2 ຊຸດ, ມີກໍາລັງຕິດ ຕັ້ງຊຸດລະ 15 ເມກາວັດ ລວມມີ 30 ເມກາວັດ; ໄລຍະທີ 2 ເລີ່ມ ການກໍ່ສ້າງໃນປີ 1976, ສໍາ ເລັດໃນປີ 1978 ໄດ້ຕິດຕັ້ງ ເຄື່ອງກໍາເນີດໄຟຟ້າຂະໜາດ 40 ເມກາວັດຕື່ມອີກ 2 ຊຸດ ລວມ ເປັນ 110 ເມກາວັດ; ໄລຍະທີ 3 ເລີ່ມການກໍ່ສ້າງໃນປີ 1983, ສໍາເລັດໃນປີ 1984 ໄດ້ຕິດຕັ້ງ ເຄື່ອງກໍາເນີດໄຟຟ້າຕື່ມອີກ 1 ຊຸດ ມີກໍາລັງຕິດຕັ້ງ 40 ເມກາວັດ. ພາຍຫຼັງສໍາເລັດການກໍ່ສ້າງທັງ 3 ໄລຍະເຂື່ອນໄຟຟ້ານໍ້າງື່ມ 1 ມີກໍາລັງຕິດຕັ້ງລວມທັງໝົດ 150 ເມກາວັດ. ມາຮອດປີ 1996 ລັດ ຖະບານໄດ້ສ້າງໂຄງການຜັນນໍ້າ ຊອງເຂົ້າອ່າງນໍ້າງື່ມ ເພື່ອເພີ່ມ ປະລິມານການຜະລິດພະລັງງານ ໄຟຟ້າ. ນອກນັ້ນ, ໃນປີ 1999 ເມື່ອໂຄງການເຂື່ອນໄຟຟ້ານໍ້າ ເລິກສໍາເລັດການກໍ່ສ້າງນໍ້າທີ່ໄຫຼ ຜ່ານກົງຫັນໄດ້ລົງສູ່ອ່າງນໍ້າງື່ມ ເພີ່ມກໍາລັງການຜະລິດພະລັງ ງານໄຟຟ້າຕື່ມອີກ. ມາຮອດ ປີ 2003-2004 ໄດ້ມີການສ້ອມ ແປງໃຫຍ່ເພື່ອປັບປຸງຍົກກໍາລັງ ຂອງເຄື່ອງຈັກເບີ 1-2 ເຮັດໃຫ້ ກໍາລັງຕິດຕັ້ງເພີ່ມຂຶ້ນໜ່ວຍລະ 2,5 ເມກາວັດ ຈາກ 15 ເມກາ ວັດ ຂຶ້ນເປັນ 17,5 ເມກາວັດ ດັ່ງນັ້ນ, ຈຶ່ງເຮັດໃຫ້ກໍາລັງຕິດ ຕັ້ງລວມທັງໝົດ 155 ເມກາ ວັດ; ໄລຍະທີ 4 ການກໍ່ສ້າງ ພາກຂະຫຍາຍຈັກເບີ 7-8 ເລີ່ມ ຕົ້ນໃນເດືອນພຶດສະພາ 2016 ແລະ ສໍາເລັດໃນເດືອນພຶດສະພາ 2018, ມີກໍາລັງຕິດຕັ້ງ 80 ເມ ກາວັດ; ໄລຍະທີ 5 ໃນເດືອນ ຕຸລາ 2017 ໄດ້ເລີ່ມໂຄງການກໍ່ ສ້າງພາກຂະຫຍາຍຈັກເບີ 6 ມີກໍາລັງຕິດຕັ້ງ 40 ເມກາວັດ ເຊິ່ງມີທີ່ຕັ້ງຕິດກັບໂຮງຈັກເດີມ ຄາດວ່າໂຄງການນີ້ຈະສໍາເລັດ ໃນປີ 2021, ພາຍຫຼັງການກໍ່ ສ້າງສໍາເລັດຈະເຮັດໃຫ້ເຂື່ອນ ໄຟຟ້ານໍ້າງື່ມ 1 ມີກໍາລັງຕິດຕັ້ງ ລວມທັງໝົດ 275 ເມກາວັດ ແລະ ມີຄວາມສາມາດຜະລິດພະ ລັງງານໄຟຟ້າໄດ້ 1.140 ລ້ານ ກິໂລວັດໂມງຕໍ່ປີ. ວຽກງານດ້ານການປົກປັກ ຮັກສາສະພາບແວດລ້ອມ: ເຂື່ອນ ໄຟຟ້ານໍ້າງື່ມ 1 ໄດ້ຮັບໃບຢັ້ງ ຢືນການບໍລິຫານຈັດການທາງ ດ້ານສິ່ງແວດລ້ອມຕາມມາດ ຕະຖານ ISO14001:2004-EMS ນັບແຕ່ປີ 2011-2016 ຈາກອົງການ Direct Assessment Service (DAS) ທີ່ມີ ສໍານັກງານໃຫຍ່ຕັ້ງຢູ່ນະຄອນ ຫຼວງລອນດອນ ປະເທດອັງກິດ. ນັບແຕ່ປີ 2016 ເຖິງປັດຈຸບັນ ໄດ້ຮັບການຢັ້ງຢືນມາດຕະຖານ ISO14001:2015-EMS ຈາກອົງການ DAS ເຊັ່ນດຽວ ກັນ ແຕ່ມີການປັບປຸງແກ້ໄຂບາງ ລະບຽບຫຼັກການການບໍລິຫານ ຈັດການທາງດ້ານສິ່ງແວດລ້ອມ ຄືນໃໝ່ເພື່ອໃຫ້ມີປະສິດທິພາບ. ວຽກງານດ້ານການຊ່ວຍເຫຼືອ ສັງຄົມ: ການນໍາພັກ-ລັດໄດ້ຕິດ ຕາມຢ່າງໃກ້ຊິດ, ບັນດາຜູ້ບໍລິ ຫານໄຟຟ້າລາວ ແລະ ຜູ້ບໍລິ ຫານເຂື່ອນໄຟຟ້ານໍ້າງືມ 1 ໄດ້ ຈັດຕັ້ງກອງປະຊຸມວາງແຜນປະ ສານສົມທົບກັບອໍານາດການ ປົກຄອງ ແລະ ປະຊາຊົນທ້ອງ ຖິ່ນທີ່ອາໄສຕາມແຄມສາຍນໍ້າງື່ມ ຕອນລຸ່ມ ເພື່ອບໍ່ໃຫ້ເກີດຜົນກະ ທົບ ຫຼື ສ້າງຜົນກະທົບໜ້ອຍທີ່ ສຸດໃນເວລາມີການລະບາຍນໍ້າ ອອກຈາກເຂື່ອນ. ນອກຈາກນັ້ນ, ຍັງໄດ້ຈັດກິດຈະກໍາໃຫ້ຄວາມ ຮູ້ແກ່ນັກຮຽນ-ນັກສຶກສາ ເພື່ອ ສ້າງຈິດສໍານຶກ ແລະ ມີສ່ວນ ຮ່ວມໃນການປົກປັກຮັກສາສິ່ງ ແວດລ້ອມ ແລະ ເປັນການສ້າງ ຄວາມສໍາພັນໃກ້ຊິດລະຫວ່າງ ເຂື່ອນກັບຊຸມຊົນທີ່ອາໄສຢູ່ຮ່ວມ ກັນ ແລະ ເພິ່ງພາຊ່ວຍເຫຼືອເຊິ່ງ ກັນ ແລະ ກັນໃນຫຼາຍທົດສະວັດ ຜ່ານມາ. ພ້ອມດຽວກັນນີ້, ເຂື່ອນ ໄຟຟ້ານໍ້າງື່ມ 1 ຍັງເປັນສັນ ຍາ ລັກຂອງແຂວງວຽງຈັນ ແລະ ອ່າງນໍ້າງື່ມໄດ້ກາຍເປັນແຫຼ່ງ ທ່ອງທ່ຽວທີ່ມີຊື່ສຽງ ແລະ ມີ ທັດສະນີຍະພາບທີ່ສວຍສົດງົດ ງາມເໝາະແກ່ການພັກຜ່ອນ ຢ່ອນອາລົມ. ບັນດາຄະນະຜູ້ບໍລິຫານ ແລະ ພະນັກງານເຂື່ອນໄຟຟ້ານໍ້າງື່ມ 1 ຈະຕັ້ງໜ້າປະກອບສ່ວນວຽກ ງານຕາມພາລະບົດບາດສິດໜ້າ ທີ່ ທີ່ໄດ້ຮັບການມອບໝາຍ ເພື່ອ ປະຕິບັດໜ້າທີ່ໃນການຜະລິດພະ ລັງງານໄຟຟ້າຕອບສະໜອງ ການຊົມໃຊ້ພາຍໃນປະເທດ ປະ ກອບສ່ວນເຂົ້າໃນການພັດທະນາ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຂຶ້ນໄປຢ່າງບໍ່ຢຸດຢັ້ງ. ໂດຍ: ບຸນທະວີ ອິນທະມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ