ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຖະແຫຼງຂ່າວການແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດເພື່ອດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX
ເວລາອອກຂ່າວ: 2020-11-01 13:32:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ພິທີຖະແຫລງຂ່າວຂອງ ທ່ານ ປອ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລ ຂານຸການ, ໂຄສົກຄະນະກໍາມະ ການເລືອກຕັ້ງລະດັບຊາດ ໄດ້ ຈັດຂຶ້ນໃນວັນທີ 30 ຕຸລາ 2020 ນີ້ ຢູ່ທີ່ສະພາແຫ່ງຊາດ (ຫຼັກ6) ກ່ຽວກັບການແຕ່ງຕັ້ງຄະນະກຳ ມະການເລືອກຕັ້ງລະດັບຊາດ ແລະ ບັນດາອະນຸກໍາມະການຂອງ ຄະນະກໍາມະການເລືອກຕັ້ງລະ ດັບຊາດ ເພື່ອດຳເນີນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ II. ອີງຕາມລັດຖະທຳມະນູນ ແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2015) ມາດຕາ 54 ແລະ ກົດ ໝາຍວ່າດ້ວຍສະພາແຫ່ງຊາດ ລາວ (ສະບັບປັບປຸງປີ 2015) ມາດຕາ 06 ກ່ຽວກັບອາຍຸການ ຂອງສະພາແຫ່ງຊາດແຕ່ລະຊຸດ ແມ່ນ 5 ປີ; ລັດຖະທຳມະນູນ ແຫ່ງ ສປປ ລາວ ມາດຕາ 108 ແລະ ມາດຕາ 109 ກ່ຽວກັບການແຕ່ງ ຕັ້ງຄະນະກໍາມະການເລືອກຕັ້ງ ລະດັບຊາດ ແລະ ອີງຕາມກົດ ໝາຍວ່າດ້ວຍການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ແລະ ສະ ພາປະຊາຊົນຂັ້ນແຂວງ (ສະບັບ ປັບປຸງ ປີ 2015) ມາດຕາ 25 ທີ່ໄດ້ກໍານົດໃຫ້ຄະນະປະຈໍາສະ ພາແຫ່ງຊາດ ເປັນຜູ້ຕົກລົງແຕ່ງ ຕັ້ງຄະນະກໍາມະການເລືອກຕັ້ງ ລະດັບຊາດ ແລ້ວສະເໜີທ່ານ ປະທານປະເທດ ອອກລັດຖະດຳລັດປະກາດເປັນທາງການຢ່າງຊ້າ 90 ວັນກ່ອນວັນເລືອກຕັ້ງ. ຄະນະກຳມະການເລືອກຕັ້ງລະ ດັບຊາດ ປະກອບດ້ວຍປະທານ, ຮອງປະທານ ແລະ ກຳມະການ. ແຕ່ຈຳນວນຄະນະກຳມະການບໍ່ ໃຫ້ເກີນ 17 ຄົນ ແລະ ມາດຕາ 24 ຍັງໄດ້ກຳນົດສິດໃຫ້ຄະນະ ກຳມະການເລືອກຕັ້ງແຕ່ລະຂັ້ນ ມີສິດສ້າງຕັ້ງອະນຸກຳມະການ ເພື່ອເປັນກົງຈັກຊ່ວຍວຽກຂອງ ຕົນຢ່າງເໝາະສົມ. ຜ່ານການຈັດຕັ້ງປະຕິບັດຕາມເນື້ອໃນຂອງ ລັດຖະທໍາມະນູນ ແລະ ກົດໝາຍ ດັ່ງກ່າວ ຂ້າພະເຈົ້າ ຂໍແຈ້ງໃຫ້ບັນ ດາທ່ານໄດ້ຮັບຊາບ ດັ່ງນີ້: 1. ຄະນະປະຈໍາສະພາແຫ່ງ ຊາດ ໄດ້ມີມະຕິສະບັບ ເລກທີ 32/ຄປຈ, ລົງວັນທີ 13/5/2020 ວ່າ ດ້ວຍການແຕ່ງຕັ້ງຄະນະກຳມະ ການເລືອກຕັ້ງລະດັບຊາດ ເພື່ອດໍາ ເນີນການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ຊຸດທີ IX ແລະສະ ພາປະຊາຊົນຂັ້ນແຂວງຊຸດທີ II ໂດຍແຕ່ງຕັ້ງ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການ ເມືອງສູນກາງພັກ, ປະທານສະ ພາແຫ່ງຊາດ ເປັນປະທານຄະນະ ກໍາມະການເລືອກຕັ້ງລະດັບຊາດ; ທ່ານ  ຈັນສີ ໂພສີຄຳ ກໍາມະການ ກົມການເມືອງສູນກາງພັກ, ເລ ຂາທິການສູນກາງພັກ, ຫົວໜ້າ ຄະ ນະຈັດຕັ້ງສູນກາງພັກ ແລະ ທ່ານ ບຸນທອງ ຈິດມະນີ ກໍາມະການ ກົມການເມືອງສູນກາງພັກ, ເລ ຂາທິການສູນກາງພັກ, ປະທານ ອົງການກວດກາລັດຖະບານ ເປັນຮອງປະທານຄະນະກໍາມະ ການເລືອກຕັ້ງລະດັບຊາດ, ພ້ອມ ດ້ວຍບັນດາທ່ານກຳມະການ ຂອງຄະນະກໍາມະການເລືອກ ຕັ້ງລະດັບຊາດ ເຊິ່ງມາຈາກອົງ ການຈັດຕັ້ງພັກ-ລັດ ແລະ ອົງ ການຈັດຕັ້ງມະຫາຊົນອີກຈຳ ນວນ 15 ທ່ານ. 2. ຄະນະກໍາມະການເລືອກ ຕັ້ງລະດັບຊາດ ໄດ້ອອກມະຕິສະ ບັບເລກທີ 01 /ຄລຊ, ລົງວັນທີ 20 ສິງຫາ 2020 ວ່າດ້ວຍການ ແຕ່ງຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາອະນຸກຳມະການຂອງ ຄະນະກໍາມະການເລືອກຕັ້ງລະ ດັບຊາດ ເພື່ອຊ່ວຍຄະນະກຳມະ ການເລືອກຕັ້ງລະດັບຊາດກະ ກຽມ ແລະດຳເນີນວຽກງານ ເລືອກຕັ້ງໃຫ້ໄປຕາມຂັ້ນຕອນ, ຕາມກຳນົດເວລາ ແລະ ຄາດ ໝາຍທີ່ວາງໄວ້ ເຊິ່ງປະກອບມີ 5 ອະນຸກໍາມະການດັ່ງນີ້: 1. ອະນຸກຳມະການເລຂານຸ ການ: ມີ ທ່ານ ນາງ ສີໃສ ລືເດດ ມູນສອນ ກໍາມະການສູນກາງ ພັກ, ຮອງປະທານສະພາແຫ່ງ ຊາດ, ກໍາມະການຄະນະກໍາມະ ການເລືອກຕັ້ງລະດັບຊາດ, ຜູ້ປະ ຈໍາການຄະນະປະຈໍາການ ຄະນະ ກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກຳມະການ ແລະ ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກຳມະການ ພ້ອມດ້ວຍກຳມະການອີກຈຳ ນວນ 07 ທ່ານ ເພື່ອຊ່ວຍຄະນະ ກຳມະການເລືອກຕັ້ງລະດັບຊາດ ໃນການຄົ້ນຄວ້າສ້າງເອກະສານ ຕ່າງໆ, ສະຫຼຸບສັງລວມການ ເຄື່ອນໄຫວຂອງຄະນະກໍາມະ ການເລືອກຕັ້ງລະດັບຊາດ, ເປັນ ໃຈກາງໃນການປະສານສົມທົບ ວຽກງານກັບບັນດາອະນຸກຳມະ ການຂອງຄະນະກຳມະການ ເລືອກຕັ້ງລະດັບຊາດ, ຄະນະກຳ ມະການເລືອກຕັ້ງຂັ້ນທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງທີ່ ກ່ຽວຂ້ອງ ພ້ອມທັງເຮັດໜ້າທີ່ ເປັນໂຄສົກຂອງຄະນະກຳມະ ການເລືອກຕັ້ງລະດັບຊາດ. 2. ອະນຸກຳມະການໂຄງປະ ກອບ ແລະ ບຸກຄະນະລາກອນ: ມີທ່ານ ຈັນສີ ໂພສີຄຳ ກໍາມະການ ກົມການເມືອງສູນກາງພັກ, ເລ ຂາທິການສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ຮອງ ປະທານຄະນະກໍາມະການເລືອກ ຕັ້ງລະດັບຊາດ ເປັນຫົວໜ້າອະ ນຸກຳມະການ; ທ່ານ ພົນໂທ ແສງ ນວນ ໄຊຍະລາດ ຄະນະເລຂາທິ ການສູນກາງພັກ, ຮອງປະທານ ສະພາແຫ່ງຊາດລາວ, ກໍາມະ ການຄະນະກໍາມະການເລືອກ ຕັ້ງລະດັບຊາດ ເປັນຮອງຫົວ ໜ້າອະນຸກຳມະການ ພ້ອມດ້ວຍ ກຳມະການອີກຈຳນວນ 9 ທ່ານ ເພື່ອຮັບຜິດຊອບປະສານສົມ ທົບກັບອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການ ຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ຄົ້ນຄວ້າບຸກຄະລາ ກອນ ແລະ ຄາດຄະເນອັດຕາສ່ວນ ຜູ້ຮັບສະໝັກເລືອກຕັ້ງ, ກະກຽມ ເອກະສານຕ່າງໆກ່ຽວກັບວຽກ ງານບຸກຄະລາກອນ ແລະເກັບກຳ ສະຖິຕິຈຳນວນພົນ ລະເມືອງ ແລະ ຜູ້ມີສິດເລືອກຕັ້ງໃນຂອບ ເຂດທົ່ວປະເທດ. 3. ອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ: ມີ ທ່ານ ປອ ບຸນທອງ ຈິດມະນີ ກໍາມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ປະທານ ອົງການກວດກາລັດຖະບານ, ຮອງປະທານຄະນະກໍາມະການ ເລືອກຕັ້ງລະດັບຊາດເປັນຫົວ ໜ້າອະນຸກຳມະການ ແລະ ທ່ານ ຄຳພັນ ພົມມະທັດ ກໍາມະການ ກົມການເມືອງສູນກາງພັກ, ເລ ຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກ, ກໍາມະການຄະນະກໍາມະ ການເລືອກຕັ້ງລະດັບຊາດ ເປັນ ຮອງຫົວໜ້າອະນຸກຳມະການ ແລະ ທ່ານ ສົມພັນ ແພງຄຳມີ, ກຳມະການສູນກາງພັກ, ຮອງ ປະທານສະພາແຫ່ງຊາດ ເປັນ ຮອງຫົວໜ້າອະນຸກຳມະການ ພ້ອມດ້ວຍກຳມະການອີກຈຳ ນວນ 13 ທ່ານ ເພື່ອຈັດຕັ້ງເຝິກ ອົບຮົມ ແລະ ໂຄສະນາເຜີຍແຜ່ ບັນດາເອກະສານຮັບໃຊ້ໃຫ້ແກ່ ການກະກຽມ ແລະ ດຳເນີນການ ເລືອກຕັ້ງ; ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບ; ຄວາມຕື່ນຕົວສະໝັກໃຈຂອງປະຊາຊົນບັນດາເຜົ່າ ໃນການ ໃຊ້ສິດປະຊາທິປະໄຕຂອງຕົນ ເຂົ້າໃນການເລືອກຕັ້ງ ແລະ ນຳພາ ສື່ມວນຊົນປະເພດຕ່າງໆຢູ່ຂັ້ນ ສູນກາງ ແລະທ້ອງຖິ່ນ ເພື່ອໂຄ ສະນາການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II. 4. ອະນຸກຳມະການປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ: ມີທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ກໍາມະການຄະນະກໍາມະ ການເລືອກຕັ້ງລະດັບຊາດ ເປັນ ຫົວໜ້າອະນຸກຳມະການ ແລະ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ລັດ ຖະມົນຕີກະຊວງປ້ອງກັນ ຄວາມ ສະຫງົບ, ກໍາມະການຄະນະກໍາ ມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກຳມະການ ພ້ອມດ້ວຍກຳມະການອີກຈຳ ນວນ 7 ທ່ານ ເພື່ອຄົ້ນຄວ້າ, ວາງ ແຜນການປ້ອງກັນການເລືອກ ຕັ້ງໃຫ້ມີຄວາມສະຫງົບ, ເປັນ ລະບຽບຮຽບຮ້ອຍ; ແກ້ໄຂບັນ ຫາຫຍໍ້ທໍ້ຕ່າງໆທີ່ເປັນປັດໄຈກໍ່ ຄວາມບໍ່ສະຫງົບ ແລະ ຄວາມ ບໍ່ເປັນລະບຽບຮຽບຮ້ອຍ ທີ່ຫວັງ ກີດຂວາງ, ທຳລາຍການເລືອກ ຕັ້ງຢ່າງທັນ ການ ແລະ ເດັດຂາດ. 5. ອະນຸກຳມະການງົບປະ ມານ: ມີທ່ານ ສົມດີ ດວງດີ ກໍາມະການສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການເງິນ, ກໍາມະການ ຄະນະກໍາມະການເລືອກຕັ້ງລະ ດັບຊາດ ເປັນຫົວໜ້າອະນຸກຳ ມະການ ແລະ ທ່ານ ບຸນປອນ ບຸດຕະນະວົງ ກໍາມະການສູນ ກາງພັກ, ຮອງປະທານສະພາ ແຫ່ງຊາດ, ກໍາມະການຄະນະກໍາ ມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກຳມະການ ພ້ອມດ້ວຍກຳມະການອີກຈຳ ນວນ 03 ທ່ານ ເພື່ອຄົ້ນຄວ້າ ຈັດສັນງົບປະມານກ່ຽວກັບການ ເຄື່ອນໄຫວ ໃຫ້ບັນດາອະນຸກຳ ມະການຂອງຄະນະກຳມະການ ເລືອກຕັ້ງລະດັບຊາດ ດຳເນີນ ງານໃຫ້ສອດຄ່ອງຕາມລະບຽບ ການເງິນບົນຫຼັກການປະຢັດມັດ ທະຍັດ ແລະ ສົມເຫດສົມຜົນ.   ທ່ານຍິງ ແລະ ທ່ານຊາຍ ທີ່ ນັບຖື ແລະ ຮັກແພງ ການເລືອກ ຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ເປັນເຫດ ການທາງການເມືອງທີ່ມີຄວາມ ສໍາຄັນຂອງຊາດ ເຊິ່ງອົງການ ຈັດຕັ້ງພັກ-ລັດ, ກໍາລັງປະກອບ ອາວຸດ ແລະ ປະຊາຊົນລາວບັນ ດາເຜົ່າມີໜ້າທີ່ປະກອບສ່ວນ ເຮັດໃຫ້ການເລືອກຕັ້ງໃນຄັ້ງນີ້ ເປັນປາງບຸນໃຫຍ່ຂອງຊາດ, ດໍາ ເນີນດ້ວຍບັນຍາກາດເບີກບານ ມ່ວນຊື່ນ, ມີປະຊາທິປະໄຕ, ຖືກ ຕ້ອງຕາມກົດໝາຍ, ປະຢັດມັດ ທະຍັດ ແລະ ສູ້ຊົນໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້. ຖືເອົາການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະສະມາຊິກສະພາປະ ຊາຊົນຂັ້ນແຂວງເທື່ອນີ້ ເປັນການ ບູລະນະລັດປະຊາທິປະໄຕ ປະ ຊາຊົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ; ເປັນການເສີມຂະ ຫຍາຍສິດປະຊາທິປະໄຕ, ສິດ ເປັນເຈົ້າຂອງປະຊາຊົນລາວ ບັນດາເຜົ່າ ເຂົ້າໃນການເລືອກ ເອົາຕົວແທນແຫ່ງສິດ ແລະ ຜົນ ປະໂຫຍດຂອງຕົນເຂົ້າໃນອົງ ການອຳນາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ; ສະແດງໃຫ້ເຫັນ ທາດແທ້ຂອງລັດ ທີ່ມາຈາກປະ ຊາຊົນ, ລັດຂອງປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນຢ່າງແທ້ຈິງ. ຄະ ນະກຳມະການເລືອກຕັ້ງລະດັບ ຊາດ ຈະປະຕິບັດໜ້າທີ່ ແລະ ເຄື່ອນໄຫວວຽກງານຕາມຫຼັກການລວມສູນປະຊາທິປະໄຕ ເສີມຂະຫຍາຍບົດບາດນຳພາ ເປັນໝູ່ຄະນະ ໃນການຕົກລົງ ທຸກບັນຫາທີ່ສຳຄັນ, ຖືເອົາການ ແບ່ງງານ ແລະ ແບ່ງຄວາມຮັບ ຜິດຊອບໃຫ້ບຸກຄົນ ເພື່ອເສີມຂະ ຫຍາຍຄວາມເປັນເຈົ້າການໃນ ການປະຕິບັດໜ້າທີ່ວຽກງານ ໃຫ້ບັນລຸຕາມຄາດໝາຍ. ສຳລັບການປະກາດວັນ ເລືອກຕັ້ງ, ການກຳນົດຈຳນວນ ຜູ້ສະໝັກຮັບເລືອກຕັ້ງ ແລະ ຈຳ ນວນສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ແມ່ນຈະມີ ການຖະແຫຼງຂ່າວຕື່ມພາຍຫຼັງທີ່ຄະນະກຳມະການເລືອກຕັ້ງລະ ດັບຊາດ ໄດ້ກຳນົດບັນຫາດັ່ງກ່າວ ອອກມາຢ່າງເປັນທາງການ. ສະນັ້ນ ຈຶ່ງຂໍໃຫ້ບັນດາທ່ານຮ່ວມ ຕິດຕາມເຫດການການເມືອງ ທີ່ສຳຄັນຂອງຊາດ ໃນຄັ້ງນີ້ ຢ່າງໃກ້ຊິດດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ