ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳພັກ - ລັດ ແລະ ມວນຊົນຮ່ວມໃສ່ບາດໃນງານບຸນນະມັດສະການພະທາດຫຼວງ ປີ 2020
ເວລາອອກຂ່າວ: 2020-11-01 13:33:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ໃນວັນທີ 31 ຕຸລາ 2020 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 12 ລາວ ພສ 2563 ຢູ່ທີ່ເດີ່ນພະທາດ ຫຼວງ, ນະຄອນຫຼວງວຽງຈັນ ການນຳພັກ-ລັດຂັ້ນສູງ ມີທ່ານ ໄຊສົມພອນ ພົມວິຫານ ປະທານ ສູນກາງແນວລາວສ້າງຊາດ, ເຈົ້າຄອງນະຄອນຫຼວງວຽງຈັນ, ແຂກທັງພາຍໃນ ແລະ ຕ່າງປະ ເທດ ພ້ອມດ້ວຍມວນຊົນຊາວ ພຸດທະສາສະນິກະຊົນ ພ້ອມກັນເຂົ້າຮ່ວມໃສ່ບາດຢາດນ້ໍາຢ່າງ ຄັບຄາໜາແໜ້ນ ໃນໂອກາດບຸນ ນະມັດສະການພະທາດຫຼວງວຽງ ຈັນ, ເຊິ່ງເປັນປະເພນີອັນດີງາມ ຂອງຊາດລາວເຮົາທີ່ເຄີຍປະຕິ ບັດ ແລະ ສືບທອດກັນມາແຕ່ບູ ຮານນະການເຖິງແມ່ນວ່າປີນີ້ຈະ ບໍ່ໄດ້ຈັດງານຢ່າງຍິ່ງໃຫ່ຍຄືກັບ ປີຜ່ານມາກໍຕາມ, ເພາະປະຕິບັດ ຕາມມາດຕະການຜ່ອນຜັນ ເພື່ອ ປ້ອງກັນການລະບາດ ຂອງພະ ຍາດໂຄວິດ-19 ແຕ່ບັນຍາກາດກໍເຕັມໄປດ້ວຍຄວາມເບີກບານ ມວ່ນຊື່ນ ເພາະງານບຸນນະມັດສະ ການພະທາດຫຼວງເປັນປາງບຸນ ໃຫຍ່ຂອງປວງຊົນລາວທັງຊາດ, ເປັນບ່ອນເຕົ້າໂຮມຄວາມສາ ມັກຄີ ເພາະພະທາດຫຼວງຄືມິ່ງ ຂັວນ ແລະ ເປັນເອກກະລັກຂອງ ຊາດລາວເຮົາ. ພາຍໃນງານປີນີ້ໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກຳສຳຄັນທີ່ໜ້າ ສົນໃຈເປັນຕົ້ນແມ່ນກິດຈະກຳ ທາງດ້ານສາສະໜາ-ຮີດຄອງປະ ເພນີ,ການບວງສວງ(ໄຫ້ວອົງ ພະທາດ) ການແຫ່ຜາສາດເຜີ້ງ, ການແຂ່ງຂັນກີລາຕີຄີ, ການ ວຽນທຽນ ແລະ ອື່ນໆທັງ ນີ້ເພື່ອ ເປັນການເສີມຂະຫຍາຍ ແລະ ຮັກ ສາໄວ້ເຊິ່ງມູນເຊື້ອ, ຮີດຄອງປະ ເພນີອັນດີງາມຂອງຊາດທີ່ເຄີຍ ສືບທອດ ແລະ ປະຕິບັດກັນມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ