ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົມກໍ່ສ້າງຮາກຖານ ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອທະຫານຊາຍແດນ
ເວລາອອກຂ່າວ: 2020-11-03 08:26:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ວັນທີ 30 ຕຸລາ 2020 ນີ້, ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ກຳມະການຄະ ນະພັກກົມໃຫຍ່ ຫົວໜ້າກົມກໍ່ສ້າງ ຮາກຖານການເມືອງ ກົມໃຫຍ່ ການເມືອງກອງທັບ ພ້ອມດ້ວຍ ຄະນະ ແລະ ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ຮອງເລຂາ ຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຈຳປາສັກ, ມີບັນດາຄະນະພັກ-ຄະນະບັນຊາ 5 ຫ້ອງ ແລະ ພະ ແນກການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມອ້າຍນ້ອງ ທະຫານຊາຍແດນ ທີ່ຢູ່ເຂດທຸລະ ກັນດານຫ່າງໄກສອກຫຼີກທີ່ກຳ ລັງປະຕິບັດໜ້າທີ່ຢູ່ແນວໜ້າ ໂດຍ ການຕ້ອນຮັບຂອງຄະນະພັກ-ຄະ ນະບັນຊາ ແຕ່ລະກົມກອງຢ່າງ ອົບອຸ່ນພ້ອມທັງໄດ້ຮັບຟັງການ ລາຍງານສະພາບໂດຍຫຍໍ້ຂອງ ແຕ່ລະກົມກອງໃຫ້ຮັບຊາບ ແລະ ມອບເຄື່ອງບໍລິໂພກ-ອຸປະໂພກ ຈຳນວນໜຶ່ງໃຫ້ກອງພັນ 24, ກອງພັນ 28, ແລະ ກອງຮ້ອຍທະ ຫານຊາຍແດນ 529 ເຊິ່ງໃຫ້ ກຽດກ່າວມອບ ແລະ ຕາງໜ້າຄະ ນະພັກ-ຄະນະບັນຊາໂດຍ ສະ ຫາຍ ພັນໂທ ນາງ ປາ ວົງສະ ແຫວງ ຫົວໜ້າພະແນກສະຫະ ພັນແມ່ຍິງກົມໃຫຍ່ການເມືອງ ກອງທັບ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ບົວໄລ ພົມມະວົງ ຫົວໜ້າ ກົມກໍ່ສ້າງຮາກຖານການເມືອງ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດ ເຢືອງທາງໃຫ້ບັນດາສະຫາຍ ອ້າຍນ້ອງທະຫານຊາຍແດນ ເຊິ່ງ ກ່ອນອື່ນສະຫາຍໄດ້ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການປະຕິ ບັດໜ້າທີ່ຂອງນາຍ ແລະ ພົນທະ ຫານທີ່ມີຄວາມອຸ່ນອຽນທຸ່ນທ່ຽງ ອົດທົນຜ່ານຜ່າຂໍ້ຫຍຸ້ງຍາກອຸປະ ສັກຕ່າງໆ, ເຊື່ອໝັ້ນຕໍ່ການນຳ ພາຂອງພັກ ມີການນຳພາດ້ານ ແນວຄິດການເມືອງໜັກແໜ້ນ ເຂັ້ມແຂງສາມາດແຍກໄດ້ເພື່ອນ ມິດ ແລະ ສັດຕູ. ການລົງເຄື່ອນ ໄຫວຢ້ຽມຢາມຄັ້ງນີ້, ແນ່ໃສ່ເພື່ອ ຊຸກຍູ້ໃຫ້ກຳລັງໃຈອ້າຍນ້ອງທະ ຫານຊາຍແດນ ທີ່ໄດ້ຮັບການ ມອບໝາຍພະລະໜ້າທີ່ອັນມີກຽດ ສະຫງ່າ ຮັກສາເຂດນຳ້ແດນດິນ ໃຫ້ມີຄວາມສະຫງົບປອດໄພ ຮອບດ້ານ ແລະ ໝັ້ນຄົງຕະຫຼອດ ໄປ. ໂດຍ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ