ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວາງສີລາເລີກ ກໍ່ສ້າງໂຮງແຮມ ວຽງໄຊ ໂຄງການພັດທະນາບໍລິການ, ການຄ້າວຽງໄຊ ແລະ ສູນກະສິກຳຕົວແບບ
ເວລາອອກຂ່າວ: 2020-11-05 09:47:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ວັນທີ 1 ພະຈິກ 2020, ຢູ່ທີ່ ບ້ານນາໄກ່ ເມືອງວຽງໄຊ ແຂວງ ຫົວພັນ, ໄດ້ມີພິທີວາງສີລາເລີກ ການກໍ່ສ້າງໂຮງແຮມວຽງໄຊ, ໂຄງການພັດທະນາການບໍລິການ ການຄ້າວຽງໄຊ ແລະ ສູນກະສິ ກຳຕົວແບບຂຶ້ນ ໂດຍການເປັນ ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມ ພອນ ພົມວິຫານ, ກຳມະການ ກົມການເມືອງສູນກາງພັກ, ປະ ທານສູນກາງແນວລາວສ້າງ ຊາດ ພ້ອມດ້ວຍຄະນະ, ມີທ່ານ ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງ ແຂວງຫົວພັນ, ກຸ່ມບໍລິສັດ ພົງສະຫວັນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ກິດຈະກໍາກໍ່ສ້າງໂຮງແຮມ ວຽງໄຊ ແລະ ໂຄງການພັດທະນາ ການບໍລິການ ການຄ້າວຽງໄຊ ທີ່ຈະເລີ່ມກໍ່ສ້າງດັ່ງກ່າວ ແມ່ນ ການຮ່ວມມືລະຫວ່າງແນວລາວ ສ້າງຊາດ ແຂວງຫົວພັນ, ແນວ ລາວສ້າງຊາດ ເມືອງວຽງໄຊ ແລະ ກຸ່ມບໍລິສັດພົງສະຫວັນ ຈຳກັດ; ການພັດທະນາໂຄງການ ດັ່ງກ່າວ ເປັນຄັ້ງທຳອິດທີ່ກຸ່ມ ບໍລິສັດ ພົງສະຫວັນ ໄດ້ປະກອບ ສ່ວນພັດທະນາຢູ່ເຂດທີ່ໝັ້ນ ຂອງການປະຕິວັດ, ເຂດປະຫວັດ ສາດຂອງການນຳພັກ-ລັດ ທີ່ໄດ້ ຊີ້ນຳນຳພາຂະບວນການຕໍ່ສູ້ປົດ ປ່ອຍປະເທດຊາດໃນເມື່ອກ່ອນ, ເພື່ອໃຫ້ເມືອງວຽງໄຊ ນັບມື້ໄດ້ ຮັບການພັດທະນາຂຶ້ນ ເພື່ອຄວາມ ສະດວກໃນການຕອບສະໜອງ ດ້ານການທ່ອງທ່ຽວ ໃຫ້ແກ່ແຂກ ທັງພາຍໃນ ແລະ ຕ່າງປະເທດໃຫ້ ໄດ້ມາດຕະຖານລະດັບພາກພື້ນ ແລະ ສາກົນ; ເປັນການດຶງດູດ ເອົານັກທ່ອງທ່ຽວມາທ່ຽວຖ້ຳ ປະຫວັດສາດ, ທ່ອງທ່ຽວທຳມະ ຊາດ ທີ່ສວຍງາມ ແລະ ວັດທະນະ ທຳອັນຫຼາກຫຼາຍຂອງປະຊາຊົນ ບັນດາເຜົ່າ ຢູ່ແຂວງຫົວພັນ ສະ ຖານທີ່ກໍ່ສ້າງຕັ້ງຢູ່ບ້ານນາໄກ່ ເມືອງວຽງໄຊ ມີເນື້ອທີ່ 10,660 ຕາແມັດ, ຈະສ້າງເປັນອາຄານສູງ 7 ຊັ້ນ, ໃນນັ້ນຈະມີ: ຫ້ອງບໍລິ ການຈຳໜ່າຍຊື້-ຂາຍສິນຄ້າ, ໜ່ວຍບໍລິການທະນາຄານພົງສະ ຫວັນ ສາຂາແຂວງຫົວພັນ, ມີລະ ບົບໂຮງແຮມ ແລະ ຮ້ານອາຫານ. ຈາກນັ້ນທ່ານປະທານສູນ ກາງແນວລາວສ້າງຊາດ ພ້ອມ ດ້ວຍຄະນະນຳ ແຂວງຫົວພັນ, ເມືອງວຽງໄຊ ແລະ ອົງການຈັດ ຕັ້ງທີ່ກ່ຽວຂ້ອງ ໄດ້ໄປວາງສີລາ ເລີກ ກໍ່ສ້າງສູນກະສິກຳຕົວແບບຢູ່ ເຂດກຸ່ມ 5 ເມືອງວຽງໄຊ ແຂວງ ຫົວພັນ, ສູນກະສິກຳດັ່ງກ່າວ ມີ ເນື້ອທີປະມານ 50 ເຮັກຕາ ເຊີ່ງ ຈະເປັນໂຄງການຊຸກຍູ້ສົ່ງເສີມ ການຜະລິດກະສິກຳເປັນສິນຄ້າ ຕິດພັນກັບການທ່ອງທ່ຽວຜົນ ຜະລິດກະສິກຳ, ຈະສ້າງເປັນຕົວ ແບບທາງດ້ານການປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນການປູກ ໄມ້ກິນໝາກ, ປູກພືດຜັກຕ່າງໆ ທີ່ປອດສານພິດ ແລະ ຈະສົ່ງເສີມ ການລ້ຽງສັດພື້ນເມືອງ ແລະ ລ້ຽງສັດແບບອຸດສາຫະກຳ ໃນ ການເພາະພັນ, ການປະສົມພັນ ທຽມ ແລະ ການສ້າງສາຍພັນໃໝ່, ເພື່ອປະກອບສ່ວນເຂົ້າໃນການ ສ້າງວຽກເຮັດງານທຳໃຫ້ຊາວ ໜຸ່ມ ແລະ ປະຊາຊົນ ໄດ້ຈຳນວນ ໜຶ່ງ ແລະ ເພື່ອນຳເອົາຜົນປະ ໂຫຍດມາໃຫ້ປະຊາຊົນບັນດາ ເຜົ່າ ທັງເປັນການພັດທະນາເສດ ຖະກິດສັງຄົມ ຢູ່ທ້ອງຖິ່ນເມືອງ ວຽງໄຊ ໃຫ້ນັບມື້ມີບາດກ້າວຂະຫຍາຍຕົວຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ