ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ປັນຈັກສິລັດລາວຍາດໄດ້ 2 ຫຼຽນທອງທຳອິດຊິງແຊັມໂລກ 2018 ທີ່ ສິງກະໂປ
ເວລາອອກຂ່າວ: 2018-12-18 09:28:22 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 571 | ຄວາມນິຍົມ:



ນັກກີລາປັນຈັກສີລັດລາວ ລົງແຂ່ງຂັນຊີງແຊັມໂລກຄັ້ງທີ 18 ທີ່ປະເທດສິງກະໂປ ຮອບ 4 ຄົນສຸດທ້າຍປະເພດຕໍ່ສູ້ 2 ຄົນຄື: ນ້ອງອ້ອຍ ວົງພັກດີ ນັກກີລາ ຍິງໜຶ່ງດຽວຈາກ ສປປ ລາວ ທີ່ ເຂົ້າຮ່ວມຄັ້ງນີ້ລົງແຂ່ງຮຸ່ນນຳ້ ໜັກ 55-60 ກິໂລ ເປັນມື 7 ຂອງລາຍການເສຍໃຫ້ຮວາງ ທີລ໋ວນ ຈາກຫວຽດນາມ ມື 9 ຂອງລາຍການ 0-5 ໄດ້ຫລຽນ ທອງ ຮ່ວມກັບນັກກີລາຈາກສິງ ກະໂປເຈົ້າພາບ. ຂະນະທີ່ທ້າວ ທະນະພົນ ສິມພິລາວົງ ລົງແຂ່ງ ຮຸ່ນນໍ້າໜັກ 45-50 ກິໂລ ຮອບ 4 ຄົນ ສຸດທ້າຍ ເປັນມື 11 ຂອງ ລາຍການເສຍໃຫ້ ສຸຣະສັດ ໂພ ມາ ນັກກີລາຈາກໄທ ມື 8 ຂອງ ລາຍການ 0-5 ໄດ້ຫລຽນທອງ ຮ່ວມກັບນັກກີລາຈາກຟີລິບປິນ. ສ່ວນ ທ້າວ ມີໂນ່ ວົງພັກດີ ລົງ ແຂ່ງຂັນຮຸ່ນນຳ້ໜັກ 60-65 ກິ ໂລ ເປັນມື 3 ຂອງລາຍການລົງ ແຂ່ງຮອບ 8 ຄົນສຸດທ້າຍ ເສຍ ໃຫ້ ຊາລີມັອຟ ອັບດູວາລິກ ມື 2 ຂອງລາຍການຈາກອຸດສະເບກິດ ສະຖານ 0-5 ຕົກຮອບ 8 ຄົນ ສຸດທ້າຍ. ການແຂ່ງຂັນໃນຄັ້ງນີ້ສະຫະ ພັນກີລາປັນຈັກສີລັດແຫ່ງຊາດ ລາວ ສົ່ງຄະນະນຳ, ຄູເຝິກ, ກຳ ມະການຕັດສິນ ແລະ ນັກກີລາ ຈຳນວນ 8 ທ່ານເຂົ້າຮ່ວມນຳ ໂດຍ ທ່ານ ທິບພົງພັດ ມະນີວົງ ຫົວໜ້າຄະນະ, ທ່ານ ວັນໄຊ ອຸ ດົມຜົນ ກຳມະການຕັດສິນ, ທ່ານ ໂອລັນ ສີຫາລາດ ຄູເຝິກ ແລະ ນັກກີລາ 5 ຄົນ. ງານຄັ້ງ ນີ້ມີນັກກີລາຈາກ 48 ປະເທດ ໃນທົ່ວໂລກເຂົ້າຮ່ວມ ແລະ ຄັ້ງ ທຳອິດທີ່ປັນຈັກສີລັດລາວເຂົ້າ ຮ່ວມຊີງແຊັມໂລກແມ່ນປີ 2016 ທີ່ເກາະບາຫລີ ປະເທດ ອິນໂດເນເຊຍ ໄດ້ 1 ຫລຽນເງິນ ຈາກ ທ້າວ ໂບ້ ທຳມະວົງສາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ