ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບເອກອັກຄະຮາຊະທູດກຳປູເຈຍ ຄົນໃໝ່ ປະຈຳ ສປປ ລາວ
ເວລາອອກຂ່າວ: 2020-11-06 11:07:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ໃນວັນທີ 5 ພະຈິກ 2020 ນີ້, ຢູ່ທີ່ຫ້ອງຮັບແຂກຂອງກະ ຊວງປ້ອງກັນປະເທດ ທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນ ປະເທດ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງເອກອັກຄະຣາ ຊະທູດກໍາປູເຈຍ ຄົນໃໝ່ ປະຈໍາ ສປປ ລາວ. ໂອກາດນີີ້, ທ່ານ ພົນເອກ ຈັນ ສະໝອນ ຈັນຍາລາດ ໄດ້ສະ ແດງຄວາມຍິນດີຕ້ອນຮັບຢ່າງ ອົບອຸ່ນຕໍ່ ທ່ານ ນາງ ທອງ ໂສກົນ ເມີຍຣິ ( ອ່ານຕໍ່ໜ້າ 7 ) ເອກອັກຄະຣາຊາ ຖະທູດ ແຫ່ງ ຣາຊາອານາຈັກກໍາ ປູເຈຍ ຄົນໃໝ່ ທີີ່ໄດ້ມາດໍາລົງຕໍາ ແໜງ ຢູ່ ສປປ ລາວ ໃນຄັ້ງນີີ້ ເຊິ່ງ ເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ, ຮັດແໜ້ນ ຄວາມສາມັກຄີ ແລະ ການຮ່ວມ ມື ລະຫວ່າງ ສອງຊາດ ສອງກອງ ທັບລາວ-ກໍາປູເຈຍ ທີີ່ມີມາແລ້ວ ນັ້ນໃຫ້ຫັດແໜ້ນຂຶ້ນຕື່ມອີກ ພ້ອມ ທັງອວຍພອນໄຊໃຫ້ທ່ານ ເອກ ອັກຄະຣາຊາທູດຄົນໃໝ່ ຈົ່ງປະ ສົບຜົນສໍາເລັດໃນໜ້າທີີ່ອັນມີ ກຽດຂອງທ່ານໃນໄລຍະທີີ່ດໍາລົງ ຕໍາແໜ່ງການທູດຢູ່ ສປປ ລາວ. ໂອກາດດຽວກັນ, ທ່ານ ນາງ ທອງໂສກົນ ເມີຍຣີ ເອກອັກຄະ ຣາຊາທູດ ແຫ່ງ ຣາຊະອານາຈັກ ກໍາປູເຈຍປະຈໍ າ ສປປ ລາວ ໄດ້ ກ່າວສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີກະຊວງປ້ອງ ກັນປະເທດແຫ່ງ ສປປ ລາວ ທີີ່ໄດ້ໃຫ້ການຕ້ອນຮັບຢ່າງ ອົບ ອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດ ມິດຕະພາບ ພ້ອມທັງໃຫ້ຄໍາໝັ້ນ ສັນຍາວ່າ ຈະເສີມຂະຫຍາຍ ຄວາມສາມັກຄີຮ່ວມມືວຽກງານ ດ້ານເສດຖະກິດ, ວັດທະນາທໍາ-ສັງຄົມ ຕ່າງໆລະຫວ່າງສອງ ຊາດສອງກັບທັບໃຫ້ນັບມືີ້ນັບຂະ ຫຍາຍຕົວຍິ່ງໆຂຶ້ນ. ໂດຍ: ຈ່ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ