ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄວາມຮູ້ສຶກຂອງຊັ້ນຄົນຕ່າງໆຕໍ່ວັນຊາດທີ 2 ທັນວາ ຄົບຮອບ 45 ປີ
ເວລາອອກຂ່າວ: 2020-12-01 09:55:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ທ່ານ ຄຳເມິງ ລີພອນໄຊ ປະຊາຊົນ ຢູ່ບ້ານ ລ້ອງປີວ ເມືອງຄຳ ແຂວງຊຽງຂວາງ ກ່າວວ່າ: ໃນໂອກາດທີ່ຂ້າພະເຈົ້າເດີນທາງມານະຄອນຫຼວງ ວຽງຈັນ ເປັນຄັ້ງທຳອິດເພື່ອມາຢ້ຽມຢາມຍາດ ຕິພີ່ນ້ອງ ແລະ ເປັນກຽດຢ່າງສູງທີ່ໄດ້ມີໂອກາດ ເຂົ້າຮ່ວມຮັບຊົມການສະແດງເຝິກຊ້ອມການ ທະຫານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ຢູ່ສະໜາມຫັດແອບວິທະຍາ ຄານກົມມະດຳຄັ້ງນີ້ ມີຄວາມ ຮູ້ສຶກພາກພູມໃຈ ເປັນຢ່າງຍິ່ງ ທີ່ຕົນເຫັນໄດ້ເຖິງຄວາມເຂັ້ມ ແຂງຂອງກຳລັງປະກອບອາວຸດ ໃນໄລຍະໃໝ່ນີ້ ເຊິ່ງເປັນກຳ ລັງທີ່ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ແລະ ມີຄວາມໄວ້ເນື້ອ ເຊື່ອໃຈຈາກ ປະຊາຊົນ ຕະຫຼອດ ມາ ໂດຍພາຍໃຕ້ການນໍາພາ ອັນ ສະຫຼາດສ່ອງໃສຂອງພັກ-ລັດ ພວກເຮົາເສີມຂະຫຍາຍມູນເຊື້ອ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຈົນມາ ເຖິງປັດຈຸບັນເຫັນວ່າປະເທດ ຊາດຂອງພວກເຮົາ ມີການພັດ ທະນາຢ່າງວ່ອງໄວ ບ້ານເມືອງ ມີຄວາມຈະເລີນກ້າວໜ້າເວົ້າ ລວມ, ເວົ້າສະເພາະກໍແມ່ນປະ ຊາຊົນຊາວຊຽງຂວາງ ພວກເຮົາ ມີຄວາມສາມັກຄີທີ່ດີ, ມີເຮືອນຢູ່ ທີ່ແໜ້ນໜາຖາວອນ ແລະ ມີຊີວິດ ການເປັນຢູ່ທີ່ດີຂຶ້ນ. ສະຫາຍ ວາທີ ວັນນະກອນ ແກ້ວພົມລາວົງ ນັກສື່ສານກອງ ຮ້ອຍສື່ສານ ກອງພັນໃຫຍ່ 605 ໄດ້ສະແດງຄວາມຮູ້ສຶກພາກ ພູມໃຈທີ່ໄດ້ເຂົ້າຮ່ວມໃນກຳລັງ ປືນໃຫຍ່ໜ້າດິນເຝິກຊ້ອມການ ທະຫານສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ເຊິ່ງມັນເປັນໜ້າທີ່ອັນສົມກຽດທີ່ຂັ້ນເທິງ ກໍຄືປະເທດຊາດມອບໝາຍໃຫ້ ແລະ ການສະເຫຼີມສະຫຼອງວັນ ສຳຄັນຂອງຊາດ ດັ່ງກ່າວນີ້ເປັນ ການເອກອ້າງທະນົງໃຈຕໍ່ຜົນ ງານອັນຍິ່ງໃຫຍ່ຂອງຊາດ ຂອງ ປວງຊົນລາວທັງຊາດ ທີ່ຍາດມາ ໄດ້ເປັນກ້າວໆມາ ແລະ ສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າ ອົງອາດກ້າຫານແຫ່ງການຕໍ່ສູ້ ຂອງກອງທັບ ແລະ ປະຊາຊົນ ລາວ ບັນດາເຜົ່າພາຍໃຕ້ການ ຊີ້ນຳ-ນຳພາອັນສະຫຼາດສ່ອງ ໃສຂອງພັກປະຊາຊົນປະຕິວັດ ລາວ ຢ່າງພິລະອາດຫານຕ້ານ ຈັກກະພັດຜູ້ຮຸກຮານ ແລະ ການ ຄອບຄອງຂອງພວກລ່າເມືອງ ຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດ ຊາດໄດ້ຢ່າງມີໄຊ ແລະ ປະກາດ ສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະ ຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ