ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສອງກອງບັນຊາການທະຫານແຂວງອັດຕະປື - ຫົວພັນ ແລກປ່ຽນວຽກງານຮອບດ້ານນຳກັນ
ເວລາອອກຂ່າວ: 2020-12-01 09:57:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ຕອນເຊົ້າວັນທີ 30 ພະຈິກ 2020 ນີ້ກອງບັນຊາການທະ ຫານແຂວງອັດຕະປື ແລະ ກອງ ບັນຊາການທະຫານແຂວງຫົວ ພັນ ໄດ້ຮ່ວມກອງປະຊຸມແລກປ່ຽນບົດຮຽນວຽກງານຮອບດ້ານນຳກັນຂຶ້ນຢູ່ທີ່ຫ້ອງປະຊຸມ ກອງບັນຊາການທະຫານແຂວງ ອັດຕະປື ເປັນເຈົ້າພາບເຊິ່ງຝ່າຍ ແຂວງອັດຕະປື ນຳໂດຍສະຫາຍ ພັນເອກ ໂຊກໄຊ ພິມມະລາ ກຳ ມະການຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງອັດຕະປື, ຝ່າຍແຂວງຫົວພັນນຳໂດຍ ສະ ຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ກຳມະການຄະນະປະຈຳພັກແຂວງຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຫົວພັນ ພ້ອມດ້ວຍຄະນະທັງສອງ ຝ່າຍເຂົ້າຮວ່ມນຳ. ໃນວາລະດຳເນີນກອງປະຊຸມ ຄະນະທັງສອງຝ່າຍໄດ້ພ້ອມກັນ ແລກປ່ຽນບົດຮຽນວຽກງານ ຮອບດ້ານນຳກັນ ເປັນຕົ້ນແມ່ນໄດ້ ສຸມໃສ່ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ວຽກ ງານເສດຖະກິດ, ວັດທະນະທຳ-ສັງຄົມ, ວຽກງານຊາຍແດນ ແລະ ການຮ່ວມມືແຮກສ່ຽວນຳກັນ ໃນໄລຍະໜຶ່ງປີຜ່ານມາເຫັນວ່າ ສະພາບລວມ ມີຄວາມສະຫງົບ ເປັນປົກກະຕິ, ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມເປັນລະບຽບຮຽບ ຮ້ອຍ, ສຸມໃສ່ຈັດຕັ້ງຜັນຂະຫຍາຍຕາມ 4 ໜ້າທີ່ໃຫ່ຍ 26 ແຜນງານ ທີຄະນະພັກກະຊວງປ້ອງກັນປະ ເທດວາງອອກ, ເອົາໃຈໃສ່ປັບປຸງ ບູລະນະຄ້າຍຄູ, ແກ້ໄຂວິຊາສະ ເພາະຕາມການມອບໝາຍຂອງ ແຕ່ລະຂັ້ນ ໄດ້ມີຜົນສຳເລັດສູງ ແລະ ມີໂສມໜ້າໃໝ່, ຊຸກຍູ້ ປຸກລະດົມ, ສົມທົບກັບກຳລັງປ້ອງ ກັນຄວາມສະຫງົບຈັດຕັ້ງກຳ ລັງລົງກໍ່ສ້າງຮາກຖານການ ເມືອງເປັນເຈົ້າການຕິດຕາມກຳ ແໜ້ນ ສະພາບການ ແກ້ໄຂໜໍ່ແໜງ ທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ຮັບປະກັນໃຫ້ທົ່ວແຂວງມີຄວາມ ສະຫງົບໂດຍພື້ນຖານ, ສ້າງເງື່ອນ ໄຂໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ພ້ອມທັງປັບປຸງກໍ່ສ້າງ ກຳລັງໃຫ້ໜັກແໜ້ນເຂັ້ມແຂງ, ສຸມ ໃສ່ແກ້ໄຂຊີວິດການເປັນຢູ່ຂອງ ນາຍ ແລະ ພົນທະຫານ ດ້ວຍຈິດ ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ພ້ອມນີ້ ຍັງໄດ້ເພີ່ມທະວີ ການພົວພັນຮ່ວມມືແຮກສ່ຽວ ແລກປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ລະຫວ່າງສອງ ກອງບັນຊາການທະຫານແຂວງ ໃຫ້ນັບມື້ແໜ້ນແຟ້ນຍິງຂຶ້ນ, ເພື່ອ ແນໃສ່ນຳເອົາບົດຮຽນທີດີນຳ ໄປປັບປຸງກໍ່ສ້າງກົມກອງ ໃຫ້ເຕີບ ໃຫ່ຍເຂັ້ມແຂງ ເພື່ອເຮັດສຳເລັດ ໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້. ໂອກາດນີ້, ທັງສອງຝ່າຍຍັງ ໄດ້ລົງນາມເຊັນບົດບັນທຶກຮວ່ມ ກັນ ແລະ ພັດປ່ຽນກັນຂຶ້ນມອບຂອງທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນອີກ. ໂດຍ: ໄຜ່ຄຳ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ