ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 703 ສະຫຼຸບວຽກງານກວດກາ 5 ປີ
ເວລາອອກຂ່າວ: 2020-12-01 10:10:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



ໃນວັນທີ 25 ພະຈິກ 2020 ນີ້, ກອງພັນໃຫຍ່ 703 ໄດ້ສະ ຫຼຸບຖອດຖອນບົດຮຽນວຽກງານ ກວດກາໃນໄລຍະ 5 ປີ ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ສູນທອນ ພົມມະແສນ ເລຂາຄະນະພັກຫົວໜ້າການ ເມືອງກອງພັນໃຫຍ່ 703, ເປັນ ກຽດເຂົ້າຮ່ວມຂອງສະຫາຍ ພັນ ໂທ ນິສິນ ເພັດມະນີ ຫົວໜ້າພະ ແນກກວດກາກອງບັນຊາການ ທະຫານອາກາດ, ມີຄະນະພັກ-ຄະນະບັນຊາຕະຫຼອດຮອດພະ ນັກງານທົ່ວກອງພັນໃຫຍ່ເຂົ້າ ຮ່ວມ. ສະຫາຍ ພັນໂທ ພອນຈັນ ອ່ອນທໍາມະວົງ ຫົວໜ້າຂະແໜງ ກວດກາໄດ້ຜ່ານບົດສະຫຼຸບວຽກ ງານກວດກາຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກກອງ ພັນໃຫຍ່ 703 ແລະ ບັນດາຮາກ ຖານພັກ, ໜ່ວຍພັກໄດ້ນໍາພາກົມ ກອງດ້ວຍມະຕິກອງປະຊຸມໃຫຍ່ ຂອງຕົນ ແນໃສ່ປັບປຸງກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາ ພາ, ທັງນໍາພາປັບປຸງກໍ່ສ້າງກົມ ກອງໃຫ້ມີຄວາມໜັກແໜ້ນ ເຂັ້ມ ແຂງທຸກດ້ານ, ນໍາພາຈັດຕັ້ງຜັນ ຂະຫຍາຍ ແລະ ຫັນເອົາມະຕິກອງ ປະຊຸມໃຫຍ່ມາເປັນແຜນການທີ່ ແທດເໝາະກັບສະພາບເງື່ອນໄຂ ພາວະຄວາມເປັນຈິງຂອງກົມ ກອງ, ການປະຕິບັດມະຕິຄໍາສັ່ງ ແລະ ຂໍ້ກໍານົດກົດລະບຽບຕ່າງໆ ພັກ. ຄະນະພັກໄດ້ເປັນເຈົ້າການ ການຄົ້ນຄວ້າເຊື່ອມຊຶມຢ່າງເລິກ ເຊິ່ງຈາກນັ້ນຈຶ່ງຈັດຕັ້ງເຜີຍແຜ່ ຫຼື ສ້າງເປັນແຜນການເປັນນິຕິກໍາ ຕ່າງໆ, ການປັບປຸງກໍ່ສ້າງພັກ, ພື້ນຖານແມ່ນປະຕິບັດຕາມ 5 ຫຼັກການ, 3 ທິດນໍາ ແລະ ຮັບປະ ກັນການກໍ່ສ້າງພັກໃຫ້ມີຄວາມ ປອດໃສ ເຂັ້ມແຂງ ໜັກແໜ້ນ ທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນວິທີເຮັດ ວຽກ. ກອງພັນໃຫຍ່ 703 ມີ 1 ອົງຄະນະພັກ, ຄະນະພັກຮາກ ຖານມີ 3 ຄະນະ ແລະ ມີ 17 ໜ່ວຍພັກ, ຖ້າທຽບໃສ່ 5 ປີຜ່ານ ມາເພິ່ມຂຶ້ນ 1 ໜ່ວຍພັກ, ກວດ ກາການດໍາເນີນກອງປະຊຸມໃຫຍ່ ຮາກຖານພັກ, ໜ່ວຍພັກສໍາ ເລັດ 100% ສາມາດແບ່ງປະ ເພດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 7 ໜ່ວຍ, ໜ່ວຍພັກ ກາງມີ 10 ໜ່ວຍ, ການປະຕິບັດ ວຽກງານວິຊາສະເພາະຫຼັກການ ຄຸ້ມຄອງພາຫະນະເຕັກນິກ, ພາກ ພື້ນດິນ, ວິຊາສະເພາະນັກບິນ-ນາຍຊ່າງ, ລະບຽບຫຼັກການກວດ ກາ-ສ້ອມແປງປ່ຽນຖ່າຍອາໄຫຼ່ ຮັບປະກັນຄວາມປອດໄພ 100%, ກວດກາຄຸ້ມຄອງ ອຸປະ ໂພກ-ບໍລິໂພກເປີກຈ່າຍບໍ່ໃຫ້ ຕົກເຮ່ຍເສຍຫາຍ, ຈັດຕັ້ງປະຕິ ບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຄະນະພັກກະຊວງປ້ອງກັນປະ ເທດວາງອອກໃຫ້ແທດເໝາະ ກັບສະພາບຕົວຈິງຂອງກົມກອງ ຕາມທິດຊີ້ນໍາ ແລະ ປະຕິບັດ ວຽກງານກຽມພ້ອມສູ້ຮົບ 3 ພາ ວະຢ່າງເຂັ້ມງວດ, ຮັບປະກັນ ແຕ່ລະວັນມີປະຈໍາການບັນຊາ, ກໍາລັງປະຈໍາການສູ້ຮົບ, ກໍາລັງ ກອບກູ້, ພາຫະນະຄົບຊຸດຕະ ຫຼອດ 24 ຊົ່ວໂມງ, ນອກນີ້,ຄະ ນະພັກຍັງໄດ້ເອົາໃຈໃສ່ຊີ້ນຳວຽກ ງານເພີ່ມພູນຜະລິດຜົນ ຮັບປະ ກັນດ້ານຊີ້ນ, ປາ, ເພື່ອແກ້ໄຂ ຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບ ແລະ ຄຸ້ມຄອງບົວ ລະບັດຮັກສາເຕັກນິກຂອງພາ ຫະນະຮັບໃຊ້ການບິນໃຫ້ມີປະ ສິດທິຜົນ ແລະ ປອດໄພ 100%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ