ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານກັ່ນນ້ຳມັນເຊື້ອໄຟແຫ່ງທຳອິດໃນລາວເປີດການຜະລິດຢ່າງເປັນທາງການ
ເວລາອອກຂ່າວ: 2020-12-03 09:27:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ໂຮງກັ່ນນໍ້າມັນທີ່ມີກຳລັງ ການຜະລິດ 3 ລ້ານໂຕນຕໍ່ປີຂອງ ບໍລິສັດເປໂຕຼເຄມີລາວ ຈຳກັດ ສາມາດເລີ່ມທໍາການຜະລິດນໍ້າ ມັນເຊື້ອໄຟໃນໄລຍະທີ 1 ໄດ້ແລ້ວ ເຊັ່ນ: ນໍ້າມັນແອັດຊັງ, ກາຊວນ, ນໍ້າມັນຍົນ ແລະອື່ນໆ...ເຊິ່ງໄດ້ ເປີດການຜະລິດຢ່າງເປັນທາງ ການໃນວັນທີ 30 ພະຈິກ 2020 ຢູ່ທີ່ເຂດພັດທະນາກວມລວມ ໄຊເຊດຖາ ນະຄອນຫຼວງວຽງ ຈັນ. ເປັນກຽດເຂົ້າຮ່ວມໃນພິທີ ເປີດ ໂດຍ ທ່ານ ສອນໄຊ ສີພັນ ດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ ປຶກສາຄະນະບໍລິຫານງານສູນ ກາງພັກ, ອະດີດຮອງນາຍົກ, ລັດຖະມົນຕີ, ມີບັນດາລັດຖະມົນ ຕີທີ່ກ່ຽວຂ້ອງ ພ້ອມດ້ວຍພາກ ສ່ວນທີ່ຮັບຜິດຊອບເຂົ້າຮ່ວມ. ໂຄງການກັ່ນນໍ້າມັນແຫ່ງທໍາ ອິດຂອງລາວແຫ່ງນີ້ ໄດ້ລົງທຶນ ກໍ່ສ້າງໂດຍກຸ່ມບໍລິສັດຢຸນນານ ລົງທຶນ ແລະ ກໍ່ສ້າງຫຸ້ນສ່ວນ ຈໍາ ກັດ ຮ່ວມກັບລັດວິສາຫະກິດນໍ້າ ມັນເຊື້ອໄຟລາວ ພ້ອມດ້ວຍວິສາ ຫະກິດລາວ-ຈີນ ໂດຍແບ່ງອອກ ເປັນ 3 ໄລຍະຂອງການກໍ່ສ້າງ, ການເປີດຄັ້ງນີ້ແມ່ນຜົນສໍາເລັດ ໃນໄລຍະທີ 1 ເຊິ່ງມີກຳລັງການ ຜະລິດ 1 ລ້ານໂຕນຕໍ່ປີ, ແຕ່ລະປີ ຈະສາມາດຜະລິດນໍ້າມັນແອັດ ຊັງ, ກາຊວນ, ນໍ້າມັນຍົນ, ແກ໊ສ ແຫຼວ(LPG), ທາດມາດ, ຢາງ ໝາກຕ໋ອຍປູທາງ, Polypro- pylene, Polystyrene ແລະ ຜະລິດຕະພັນເປໂຕຼເຄມີອື່ນໆຕາມ ມາດຕະຖານສາກົນ Euro V, ເພື່ອສະໜອງຜະລິດຕະພັນນໍ້າ ມັນຫຼາກຫຼາຍຊະນິດທີ່ປອດໄພ ແລະໝັ້ນຄົງໃຫ້ແກ່ລາວ. ສ່ວນ ໄລຍະທີ 2, ທີ 3 ຈະສືບຕໍ່ຂະ ຫຍາຍສາຍການຜະລິດ, ຂະ ຫຍາຍກໍາລັງການຜະລິດ, ເພີ່ມ ທະວີໃນການພັດທະນາເຊື້ອ ໄຟຊີວະພາບ ແລະ ພະລັງງານ ສະອາດ ພັດທະນາໂຄງການໃຫ້ ສາມາດບັນລຸການກັ່ນນໍ້າມັນ ໄດ້ 3 ລ້ານໂຕນຕໍ່ປີ ໂດຍອີງໃສ່ ຄວາມອຸດົມສົມບູນຂອງມັນຕົ້ນ, ປາມນໍ້າມັນ ແລະ ຊັບພະຍາກອນ ກະສິກໍາອື່ນໆໃນລາວສົ່ງເສີມໃຫ້ ຂະແໜງການປູກຝັງ ແລະ ພະ ລັງງານທົດແທນມີການພັດທະ ນາຫຼາຍຂຶ້ນ. ທ່ານ ປານີ ພວງເພັດ ຮອງອໍາ ນວຍການບໍລິສັດເປໂຕຼເຄມີລາວ ຈຳກັດ ໃຫ້ສໍາພາດວ່າ: ການ ເປີດນໍາໃຊ້ໂຮງກັ່ນນໍ້າມັນນີ້ ເປັນ ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ກໍເປັນຂອງຂວັນໃຫ້ແກ່ ສປປ ລາວ ເຊິ່ງປະເທດລາວສາມາດ ມີບ່ອນຜະລິດນໍ້າມັນໄດ້ຫຼາກ ຫຼາຍປະເພດດ້ວຍຕົນເອງລວມ ທັງຜະລິດຕະພັນນໍ້າມັນຊີວະ ພາບ ເຊິ່ງເປັນທ່າແຮງສົ່ງເສີມ ຂະແໜງກະສິກໍາໃຫ້ເຕີບໃຫຍ່ ອີກດ້ວຍ. ນອກນີ້, ຍັງຫຼຸດຜ່ອນການນຳ ເຂົ້ານຳ້ມັນເຊື້ອໄຟສຳເລັດຮູບ ແລະ ສົ່ງຜົນດີຕໍ່ການເຕີມເຕັມ ຊ່ອງວ່າງໃນຂົງເຂດການຜະລິດ ອຸດສາຫະກໍາເປໂຕຼເຄມີຂອງ ລາວ ແລະ ຈະເຮັດໃຫ້ລາຄານໍ້າ ມັນໃນລາວຫຼຸດລົງ ພ້ອມດຽວ ກັນນັ້ນ, ຍັງເປັນບ່ອນສ້າງອາ ຊີບໃຫ້ກັບປະຊາຊົນລາວ, ສ້າງ ບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດດ້ານວິຊາການ, ດ້ານວິທະຍາສາດນໍ້າມັນເຊື້ອໄຟ ແລະ ອື່ນໆ ເຊິ່ງເປັນການປະ ກອບສ່ວນສ້າງເສດຖະກິດ-ສັງຄົມໃຫ້ມີການພັດທະນາຍິ່ງ ຂຶ້ນ. ໂຮງກັ່ນນໍ້າມັນດັ່ງກ່າວ ຕັ້ງ ຢູ່ໃນເຂດພັດທະນາກວມລວມ ໄຊເຊດຖາ, ໃນເນື້ອທີ່ 425 ເຮັກ ຕາ, ມີແຜນການລົງທຶນປະມານ 2 ພັນລ້ານໂດລາສະຫະລັດ ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນ ສະໄໝ, ກ້າວໜ້າ ແລະ ສົມບູນ ແບບ, ມີຄວາມປອດໄພ ແລະໜ້າ ເຊື່ອຖື, ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງໂຕຊີ້ວັດມາດຕະຖານທັງ ໝົດແມ່ນໄດ້ມາດຖານສາກົນທີ່ ທັນສະໄໝທີ່ສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ