ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຖະແຫຼງຂ່າວ ງານບຸນມະໂຫລານຊາວໜຸ່ມ - ເຍົາວະຊົນ ປີ 2020
ເວລາອອກຂ່າວ: 2020-12-04 08:54:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ໃນວັນທີ 3 ທັນວາ 2020 ນີ້, ທີ່ສູນກາງຊາວໜຸ່ມປະຊາຊົນປະ ຕິວັດລາວ ໄດ້ຈັດພິທີຖະແຫຼງຂ່າວ ງານບຸນມະໂຫລານ ຊາວໜຸ່ມ-ເຍົາວະຊົນ ປີ 2020 ຂຶ້ນໂດຍ ການຖະແຫຼງຂອງ ທ່ານ ອາລຸນ ໄຊ ສູນນະລາດ ເລຂາຄະນະບໍ ລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ມີຫົວໜ້າ ກົມ, ຮອງກົມ, ຄະນະຮັບຜິດຊອບ ງານ ແລະ ນັກຂ່າວແຕ່ລະພາກ ສ່ວນເຂົ້າຮ່ວມ. ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ການຈັດງານບຸນມະ ໂຫລານ ໃນຄັ້ງນີ້ແມ່ນໜຶ່ງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຜູ້ແທນ ຊາວໜຸ່ມ ລາວທົ່ວປະເທດ ຄັ້ງທີ VIII ພ້ອມ ທັງເປັນກິດຈະກຳໜຶ່ງທີ່ເຕົ້າໂຮມ ເອົາຄົນຮຸ່ນໜຸ່ມທຸກສາຂາອາຊີບ ໃນ ສປປ ລາວ ແລະ ຂະບວນການ ເຄື່ອນໄຫວເສດຖະກິດ, ວັດທະ ນະທຳ-ສັງຄົມຂອງຄົນໜຸ່ມ ໃຫ້ ໄດ້ມີໂອກາດພົບປະສ້າງສັນແລກ ປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ງານບຸນມະໂຫລານ ຄັ້ງນີ້ຈະໄດ້ ມີຫຼາຍກິດຈະກຳ ເຊັ່ນ: ເວທີສົນ ທະນາມູນເຊື້ອຊາວໜຸ່ມ, ການແລກ ປ່ຽນສິລະປະ, ການແຂ່ງຂັນສີມື ແຮງງານ ( ຊ່າງຕັດຜົມ, ຊ່າງເສີມ ສວຍ, ຊ່າງແຕ່ງໜ້າ ) ການປູກ ຈິດສໍານຶກສິ່ງແວດລ້ອມ, ຄວາມ ປອດໄພໃນການຂັບຂີ່, ໂລກເອດ (ພຕພ), ການຕ້ານການຄ້າມະນຸດ, ການແຂ່ງຂັນຮ້ອງເພງຂອງຊາວ ໜຸ່ມ, ແຂ່ງຂັນສຽງແຄນລາວ, ແຂ່ງຂັນແບບແຜນກອງຕຸລິຍາງ ແປຕາມຕົວອັກສອນ, ເຕັ້ນເຊຍ ລີດເດີຂອງໄວໜຸ່ມ ແລະ ກິດຈະ ກໍາອື່ນໆທີ່ປິ່ນອ້ອມ, ການວາງຜະ ລິດຕະພັນຂອງຊາວໜຸ່ມ, ການຈັດ ງານຄັ້ງນີ້ ໄດ້ຮັບການຮ່ວມມື ຈາກຄະນະຊາວໜຸ່ມແຕ່ຂັ້ນສູນ ກາງ, ກະຊວງ, ອົງການຈົນຮອດ ທ້ອງຖິ່ນ, ນັກທຸລະກິດໜຸ່ມແຫ່ງ ຊາດ, ຜູ້ປະກອບການດ້ານເສດ ຖະກິດ, ສະໜັບສະໜູນສະຖານ ທີ່ສູນການຄ້າລາວ-ໄອເຕັກ ແລະ ບັນດາຫ້າງຮ້ານທີ່ດໍາເນີນທຸລະກິດ ຄ້າຂາຍທົ່ວນະຄອນຫຼວງວຽງ ຈັນ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງ ຈະໄດ້ຮຽນຮູ້ຫຼາຍຢ່າງຈາກການ ຈັດງານບຸນມະໂຫລານຄັ້ງນີ້. ນອກຈາກຈະເປັນຂີດໝາຍປະ ຫວັດສາດໃນຂະບວນການຂອງ ຊາວໜຸ່ມແລ້ວ ຍັງຈະເປັນເວທີ ທີ່ເຮັດໃຫ້ຊາວໜຸ່ມໄດ້ຮຽນຮູ້ເຖິງ ປະຫວັດສາດ ແລະ ຄວາມເຕີບ ໃຫ່ຍເຂັ້ມແຂງຂອງການຈັດຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ. ງານດັ່ງກ່າວຈະໄດ້ດຳເນີນໄປ ແຕ່ວັນທີ 5-13 ທັນວາ 2020 ທີ່ ສູນການຄ້າລາວ-ໄອເຕັກ (ຕຶກ ເກົ່າ). ຄະນະຊາວໜຸ່ມປະຊາຊົນປະ ຕິວັດລາວ ໃນນາມທີ່ເປັນຜູ້ຈັດ ງານບຸນມະໂຫລານຄັ້ງນີ້ ຂໍເຊີນ ຊວນບັນດາຜູ້ນໍາພັກ-ລັດ, ກະ ຊວງ, ອົງການ, ຊາວໜຸ່ມແຕ່ລະ ຂັ້ນແຕ່ສູນກາງຮອດທ້ອງຖິ່ນ, ພໍ່ແມ່ປະຊາຊົນ, ອົງການຈັດຕັ້ງ ທາງສັງຄົມ ເຂົ້າຮ່ວມງານບຸນໃນ ຄັ້ງນີ້ດ້ວຍ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ