ຫົວໜ້າກົງສູນລາຊະອານາຈັກກຳປູເຈຍ ເຂົ້າອວຍພອນຫົວໜ້າກອງບັນຊາການທະຫານແຂວງ ຈຳປາສັກ
ເວລາອອກຂ່າວ: 2020-12-04 09:10:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 290 | ຄວາມນິຍົມ:
v ໃນວັນທີ 30 ພະຈິກ 2020 ນີ້,
ໂດຍ ທ່ານ ຊິມ ໂຊະ ຄຸມ ຫົວໜ້າ ກົງສູນ ແຫ່ງລາຊະອານາຈັກກຳ ປູເຈຍ ປະຈຳ 4 ແຂວງພາກໃຕ້ ສ ປປ ລາວ ພ້ອມຄະນະໄດ້ນຳ ເອົາກະຕ່າຂອງຂວັນ ແລະ ກະ
ຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ພົນຈັດຕະວາ ສຸໄກ ພິມມະ ສານ ຄະນະປະຈຳພັກແຂວງ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງຈຳປາສັກ ພ້ອມຄະນະ ເນື່ອງໃນໂອກາດ ຂໍ່ານັບຮັບຕ້ອນ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ.
ໂອກາດນີ້ ທ່ານ ຊິມ ໂຊະ ຄຸມ ໄດ້ຕາງໜ້າໃຫ້ຄະນະກ່າວ ອວຍພອນໄຊອັນປະເສີດແກ່ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງຈຳປາສັກ ພ້ອມດ້ວຍຄະນະຕະຫຼອດຮອດ ພະນັກງານ-ນັກຮົບທົ່ວກອງບັນ ຊາການຈົ່ງມີສຸຂະພາບແຂງແຮງ ,
ມີຄວາມຜາສຸກໃນຊີວິດສ່ວນ
ຕົວ ແລະ ຄອບຄົວ ສືບຕໍ່ເຮັດສຳ ເລັດໜ້າທີ່ ທີ່ໄດ້ຮັບການມອບ
ໝາຍໃຫ້ເຕີບໃຫຍ່ເຂັ້ມແຂງ ຂຶິ້ນຢ່າງບໍ່ຢຸດຢັ້ງ.
ໂອກາດ ດັ່ງກ່າວ ສະຫາຍ ພົນ ຈັດຕະວາ ສຸໄກ ພິມມະສານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ຫົວໜ້າກົງ ສູນ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳ 4 ແຂວງພາກໃຕ້ພ້ອມຄະ ນະທີ່ເຂົ້າອວຍພອນ ໃນຄັ້ງນີ້ ພ້ອມ
ທັງອວຍພອນ ໄຊອັນປະເສີດ
ຈົ່ງມີສຸຂະພາບແຂງແຮງ ມີ
ຄວາມຜາສຸກໃນຊີວິດສ່ວນ ຕົວ ແລະ ຄອບຄົວ, ເຮັດສຳເລັດ
ທຸກໜ້າທີ່ວຽກງານ ແລະ ພ້ອມ
ກັນຮ່ວມມືສ້າງເຂດຊາຍແດນ
ໃຫ້ມີຄວາມສະຫງົບ ແລະ ເປັນຊາຍແດນແຫ່ງສັນຕິພາບ
ເພີ່ມທະວີຄວາມສະມັກ ຄີລະ ຫວ່າງສອງຊາດ, ສອງພັກ ໂດຍ
ສະເພາະແມ່ນປະຊາຊົນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ໃຫ້
ນັບມື້ແໜ້ນແຟ້ນກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ