ຫຼາຍກົມກອງຈັດຕັ້ງປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ
ເວລາອອກຂ່າວ: 2020-12-06 15:12:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 604 | ຄວາມນິຍົມ: ![]()
ໃນທ່າມກາງທົ່ວພັກ-ທົ່ວ ລັດ, ທົ່ວປວງຊົນລາວທັງຊາດ ຈັດຕັ້ງສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ໃນ ນັ້ນບັນດາກົມກອງທົ່ວກອງທັບ ໄດ້ຈັດຕັ້ງປາຖະກາຖາເຊື່ອມຊຶມ ມູນເຊື້ອ 2 ວັນປະຫວັດສາດດັ່ງ ກ່າວເຊິ່ງມີດັ່ງນີ້: ໃນວັນທີ 1
ທັນວາ 2020 ນີ້, ກົມໃຫຍ່ພະລາ ທິການກອງທັບກໍໄດ້ຈັດຕັ້ງຮັບຟັງການປາຖະກະຖາມູນເຊື້ອ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ(2/12/1975-2/12/
2020) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໂດຍການ ເຂົ້າຮ່ວມເຊື່ອມຊຶມເອກະສານ ຂອງ ສະຫາຍ ພົນຈັດຕະວາ ຄຳແດງ ແພງວິໄລ ຮອງເລ ຂາຄະນະ ພັກຮອງຫົວໜ້າກົມ ໃຫຍ່ພະລາທິການກອງທັບ, ມີບັນດາຫົວໜ້າກົມ, ຮອງກົມ, ຄະນະພັກຄະນະບັນຊາກົມ ກອງຮາກຖານທີ່ຂຶ້ນກັບພ້ອມ ດ້ວຍພະນັກງານຫຼັກແຫຼ່ງພາຍ ໃນກົມໃຫຍ່ພະລາທິການກອງ ທັບເຂົ້າຮ່ວມ, ວັນທີ 1 ທັນວາ 2020 ຢູ່ກົມວິທະຍາສາດ-ປະ ຫວັດສາດ ການທະຫານ ໄດ້ຈັດ ຕັ້ງປາຖະກະຖາ ມູນເຊື້ອທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກ ສອນ ພົມວິຫານ ຄົບຮອບ 100 ປີ, ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິ ທະຍາສາດ-ປະຫວັດສາດການ ທະຫານ ມີບັນດາພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າ ຮ່ວມ, ໃນຕອນເຊົ້າຂອງວັນທີ 3 ທັນວາ 2020 ຢູ່ທີ່ສະໂມສອນ ກອງບັນຊາການທະຫານ ນະ ຄອນຫຼວງວຽງຈັນ ໄດ້ຈັດພິທີ ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 /12/ 1975-2 /12/ 2020 ) ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ( 13 / 12/1920-13 /12/ 2020 ), ໂດຍການເປັນປະທານ ແລະ ຂຶ້ນ ປາຖະກະຖາຂອງ ສະຫາຍ ພົນ ຈັດຕະວາ ສີພອນ ຈັນສົມວົງ ຫົວ ໜ້າການເມືອງ ທະຫານນະຄອນ ຫຼວງວຽງຈັນ ມີຄະນະພັກ-ຄະ ນະບັນຊາອົງການ 5 ຫ້ອງ, ກົມ ກອງອ້ອມຂ້າງຕະຫຼອດຮອດ ພະນັກງານຫຼັກແຫຼ່ງທົ່ວກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ເຂົ້າຮ່ວມຮັບຟັງ ແລະ ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນ ວັນທີ 27 ພະຈິກ 2020 ຢູ່ ແຂວງຫຼວງນໍ້າທາ ໄດ້ຈັດຕັ້ງ ປາຖະກະຖາຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງ ປະທານໄກສອນ ພົມວິຫານ ຄົບ ຮອບ 100 ປີ, ຢູ່ທີ່ຫໍວັດທະນະ ທໍາຂອງແຂວງ, ໂດຍການພັດ ປ່ຽນກັນຂຶ້ນປາຖະກະຖາຂອງ ສະ ຫາຍ ຄໍາໄຫຼ ສີປະເສີດ ເລຂາຄະ ນະບໍລິຫານງານພັກແຂວງ ຮັກ ສາການເຈົ້າແຂວງໆຫຼວງນໍ້າ ທາ ແລະ ສະຫາຍ ຈັນທອງ ແກ້ວ ປະເສີດ ຮອງເລຂາພັກ ແຂວງ ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ພະນັກ ງານປະຕິວັດອາວຸໂສບໍານານ, ພະແນກການອ້ອມຂ້າງແຂວງ, ສອງກອງບັນຊາການທະຫານ-ຕໍາຫຼວດ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ການຈັດຕັ້ງປາຖະກະຖາ ຂອງບັນດາກົມກອງຕ່າງໆ ໄດ້ ຍົກໃຫ້ເຫັນເຖິງການປະຕິວັດ, ການຕໍ່ສູ້ກູ້ຊາດ ເຊິ່ງຊາດລາວ ແມ່ນຊາດໜື່ງທີ່ມີປະວັດສາດ ອັນຍາວນານຫຼາຍພັນປີ ໂດຍສືບ ທອດມູນເຊື້ອອັນອົງອາດກ້າຫານ ຂອງບັນພະບູລຸດປະຊາຊົນບັນ ດາເຜົ່າ ພາຍໃຕ້ການຊີ້ນໍາ-ນຳ ພາຂອງພັກປະຊາຊົນປະຕິວັດ ລາວໄດ້ສາມັກຄີກັນຕໍ່ສູ້ຢ່າງພິ ລາດອາດຫານ, ຕ້ານການຮຸກ ຮານ ແລະ ການຄອບຄອງຂອງ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ສາມາດປົດປ່ອຍປະ ເທດຊາດໄດ້ຢ່າງມີໄຊພ້ອມທັງ ສະຖາປະນາປະຊາທິປະໄຕປະ ຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ1975. ພ້ອມນັ້ນຍັງຍົກໃຫ້ເຫັນເຖິງ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ເປັນຜູ້ນໍາ ສູງສຸດຂອງພັກ, ທັງເປັນ ຜູ້ນໍາ ເດັດຂາດ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເປັນຜູ້ນໍາອັນ ເປັນແວ່ງແຍງທີ່ ໃສແຈ້ງ, ເປັນແບບຢ່າງອັນປະ ເສີດລໍ້າຄ່າ, ດ້ານຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິ ວັດ, ກໍຄືແບບແຜນການດໍາລົງຊີ ວິດໃຫ້ແກ່ພະນັກງານສະມາຊິກ ພັກ, ນັກຮົບ ແລະ ປະຊາຊົນບັນ ດາເຜົ່າໃນທົ່ວ ປະເທດ ແລະ ເພີ່ນ ຍັງເປັນແວ່ງແຍງ ໃນການເຕົ້າ ໂຮມຄວາມສາມັກຄີກັບປະຊາ ຊົນບັນດາເຜົ່າ, ຍາມໃດກໍຖືສໍາ ຄັນ ແລະ ເອົາໃຈໃສ່ສ້າງຄວາມ ສາມັກຄີຮັກແພງ, ຄວາມໄວ້ ເນື້ອເຊື່ອໃຈ ແລະ ນັບຖືມະຫາຊົນ ຢ່າງດູດດື່ມ ແລະ ຜ່ອງໃສ. ທັງ ນີ້ກໍເພື່ອແນໃສ່ເຮັດໃຫ້ພະນັກ ງານ-ນັກຮົບໃນທົ່ວກອງທັບ ໄດ້ ເຊື່ອມຊຶມເຂົ້າໃຈແຈ້ງອັນເປັນ ມູນເຊື້ອປະຫວັດສາດ ທ່ີສໍາຄັນ ຕ່າງໆຂອງຊາດ, ຮູ້ນຳເອົາມູນ ເຊື້ອດັ່ງກ່າວຫັນເຂົ້າແບບແຜນ ວິທີເຮັດວຽກ, ແບບແຜນການ ດໍາລົງຊີວິດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຜຶດຕິກໍາຕົວຈິງ ເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງຕົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















