ກອງປະຊຸມສະຫຼຸບວຽກງານການຮ່ວມມືປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ຝ່າຍ
ເວລາອອກຂ່າວ: 2020-12-06 15:15:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 710 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບວຽກ ງານການຮ່ວມມືປະຕິບັດກົດ ໝາຍ ແລະ ລາດຕະເວນຮ່ວມຕາມ ລໍາແມ່ນ້ໍາຂອງລະຫວ່າງ 4 ຝ່າຍ (ລາວ-ຈີນ-ມຽນມາ-ໄທ) ແບບ ທາງໄກໄດ້ຈັດຂຶ້ນໃນວັນທີ 5 ທັນວາ 2020 ນີ້, ພາຍໃຕ້ການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ສີພັນ ພຸດທະວົງ ຫົວ ໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ, ມີຄະນະຜູ້ແທນ ຂອງຝ່າຍຈີນ, ລາວ, ມຽນມາ ແລະ ໄທ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ທຸກຝ່າຍໄດ້ ພ້ອມກັນສະຫຼຸບ ແລະ ທົບທວນ ຄືນກ່ຽວກັບການຈັດຕັ້ງປະຕິບັດ ວຽກງານການຮ່ວມມືປະຕິບັດ ກົດໝາຍ ແລະ ລາດຕະເວນຮ່ວມ ຕາມລໍາແມ່ນ້ໍາຂອງລະຫວ່າງ 4
ຝ່າຍ(ລາວ-ຈີນ-ມຽນມາ-ໄທ)ປະຈໍາປີ 2020 ເຖິງຈະໄດ້ຮັບຜົນ ກະທົບຈາກສະພາບການແຜ່ ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງ ໃນປີ 2020, ແຕ່ 4 ຝ່າຍພວກເຮົາກໍຍັງໄດ້ເອົາໃຈ ໃສ່ສືບຕໍ່ປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມຕາມລໍາແມ່ ນ້ໍາຂອງໄດ້ເຖິງ 10 ຄັ້ງ; ນັບ ໄດ້ວ່າພວກເຮົາໄດ້ປະສົບຜົນ ສໍາເລັດໃນການປະຕິບັດໜ້າທີ່ ປົກປັກຮັກສາຄວາມສະຫງົບ-ປອດໄພ ແລະ ຄວາມໝັ້ນຄົງພາຍ ໃນຂົງເຂດພາກພື້ນແມ່ນ້ໍາຂອງ ຢ່າງມີປະສິດທິຜົນ, ໃນໜຶ່ງປີຜ່ານ ມາ, (ລາວ-ຈີນ-ມຽນມາ-ໄທ) ໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມ ມືກັນໃນການຄວບຄຸມ ແລະ ປ້ອງ ກັນການແຜ່ລະບາດຂອງພະຍາດ ໂຄວິດ-19, ຍົກສູງກົນໄກການ ຮ່ວມມືປະຕິບັດກົດໝາຍ, ໃຫ້ ຄວາມສໍາຄັນ ແລະ ພັດທະນາ ຂີດຄວາມສາມາດໃນການຈັດ ຕັ້ງປະຕິບັດກົດໝາຍ, ຕ້ານ ແລະ ແກ້ໄຂບັນດາກິດຈະກໍາດ້ານອາດ ຊະຍາກໍາ ແລະ ການເຄື່ອນໄຫວ ຜິດກົດໝາຍຕ່າງໆໃນຂົງເຂດ ແມ່ນ້ໍາຂອງໄດ້ຫຼາຍພໍສົມຄວນ. ແຕ່ລະຝ່າຍພວກເຮົາແມ່ນມີ ຄວາມມຸ່ງໝັ້ນສູງຕໍ່ການເພີ່ມທະ ວີການຮ່ວມມືປະຕິບັດກົດໝາຍ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ເລິກເຊິ່ງກ່ວາເກົ່າໂດຍການ ເພີ່ມທະວີການສ້າງລະບົບຮາດ ແວ, ຈັດຕັ້ງປະຕິບັດວຽກງານ ຕາມຄວາມຮຽກຮ້ອງຕ້ອງ ການ-ຕອບສະໜອງຂອງກົນ ໄກ, ລະບົບກົນໄກການແລກ ປ່ຽນຂໍ້ມູນລະຫວ່າງ 4 ຝ່າຍປະ ຈໍາເດືອນໄດ້ຮັບການເສີມຂະ ຫຍາຍ ແລະ ແຕ່ລະຝ່າຍກໍໄດ້ ລາຍງານ-ແລກປ່ຽນຂໍ້ມູນກ່ຽວກັບສະພາບການດ້ານຄວາມສະຫງົບຂອງສັງຄົມ ແລະ ສະຖານະ ການດ້ານຄວາມໝັ້ນຄົງໃນຂົງ ເຂດແມ່ນ້ໍາຂອງ ເຊິ່ງນັບວ່າມີຄຸນ ປະໂຫຍດໃຫ້ແກ່ການລາດຕະ ເວນຮ່ວມ 4 ຝ່າຍພວກເຮົາຫຼາຍ.
ກອງປະຊຸມໄດ້ເຫັນດີເປັນເອກະ ພາບວ່າການຮ່ວມມືລາດຕະເວນ ຕາມລຳແມ່ນໍ້າຂອງ 4 ຝ່າຍ (ລາວ-ຈີນ-ມຽນມາ-ໄທ) ແມ່ນມີຄວາມສໍາຄັນຫຼາຍຕໍ່ການ ປົກປັກຮັກສາຄວາມສະຫງົບ ຕາມລໍາແມ່ນ້ໍາຂອງ, ເປັນແຮງ ດັນການພັດທະນາສັງຄົມ ແລະ ຮັບປະກັນຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນ. ທຸກຝ່າຍຈະພ້ອມ ກັນຜ່ານຜ່າຄວາມຫຍຸ້ງຍາກ, ປະ ເຊີນໜ້າກັບສິ່ງທ້າທາຍຕ່າງໆ ແລະ ສືບຕໍ່ເຊີດຊູນ້ໍາໃຈແຫ່ງ ແມ່ນ້ໍາຂອງ ແລະ ສ້າງແບບແຜນ ແມ່ບົດໃໝ່ ເພື່ອພັດທະນາການຮ່ວມມືປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມຕາມລໍາແມ່ນ້ໍາ ຂອງ ເຮັດໃຫ້ຂອບເຂດບໍລິເວນ ຊາຍແດນແມ່ນໍ້າຂອງຕອນເໜືອ ມີຄວາມສະຫງບົປອດໄພດີຂຶ້ນ, ສ້າງໃຫ້ບໍລິເວນນີ້ ແລະ ພາກ ພື້ນມີສັນຕິພາບ, ມີສະຖຽນ ລະພາບ, ມີຄວາມສະຫງົບປອດ ໄພ, ປະຊາຊົນບັນດາເຜົ່າໄດ້ມີ ການພັດທະນາບ້ານຊ່ອງຂອງຕົນ ດ້ວຍບັນຍາກາດຟົດຟື້ນ, ມ່ວນ ຊື່ນ, ການໄປມາຫາສູ່, ການຄ້າ ຂາຍ, ການເດີນເຮືອເປັນປົກ ກະ ຕິ ແລະ ປອດໄພ. ທັງໝົດນັ້ນ, ລ້ວນແຕ່ແມ່ນຜົນສຳເລັດຂອງ ການຮ່ວມມືໃນການຈັດຕັ້ງປະຕິ ບັດກົດໝາຍ ແລະ ລາດຕະເວນ ຮ່ວມ 4 ຝ່າຍ ເຊິ່ງມີຈີນ ເປັນແກນ ນຳ. ນອກນັ້ນ, ຄະນະຜູ້ແທນແຕ່ ລະຝ່າຍຍັງໄດ້ພ້ອມກັນ ປຶກສາຫາ ລືແລກປ່ຽນຄຳຄິດຄຳເຫັນ ແລະ ເອກະພາບແຜນການລາດຕະເວນ ຮ່ວມ ປະຈຳປີ 2021, ເອກະພາບ ແລະ ຮັບຮອງເອົາບົດບັນທຶກ ກອງປະຊຸມສະຫຼຸບວຽກງານ ຮ່ວມມືປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ຝ່າຍ ຕາມ ແມ່ນ້ຳລ້ານຊ້າງແມ່ນ້ຳຂອງ ປະ ຈຳປີ 2020 ແລະ ພ້ອມກັນ ເຮັດ ສຳເລັດຕາມແຜນການທີ່ວາງໄວ້.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















