ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມຊ່າງແສງມອບພາຫະນະເນັກນິກໃຫ້ 2 ກົມກອງ
ເວລາອອກຂ່າວ: 2018-12-18 09:49:38 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ພິທີມອບ - ຮັບພາຫະນະເຕັກ ນິກຂອງເຫຼົ່າຮົບຊ່າງແສງ ໄດ້ ຈັດຂຶ້ນໃນວັນ 11 ທັນວາ 2018 ນີ້, ໂດຍການເປັນປະທານຂອງ ພັນເອກ ວຽງໄຊ ໄຊສະໝອນ ຫົວ ໜ້າກົມຊ່າງແສງ ກົມໃຫຍ່ເສນາ ທິການກອງທັບ ພ້ອມດ້ວຍຄະນະ ພັກ-ຄະນະບັນຊາ ແລະ ພະແນກ ການທີ່ກ່ຽວຂ້ອງຂອງກົມຊ່າງ ແສງເຂົ້າຮ່ວມ. ໃນພິທີໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫ່ຍເສນາທິການກອງທັບ. ວ່າດ້ວຍການມອບ-ຮັບ ພາຫະ ນະເຕັກນິກໃຫ້ 2 ກົມກອງ ຄື : ກອງພັນ 587 ແລະ ກອງພັນ ໃຫຍ່ 584 ຈໍານວນ 4 ຄັນ ເຊິ່ງ ໄດ້ມອບໃຫ້ກົມກອງລະ 2 ຄັນ ຄື ລົດຈົກຕັກ ແລະ ລົດດຸດ. ລົດ ດັ່ງກ້າວແມ່ນຈະໄດ້ນໍາໃຊ້ເຂົ້າ ໃນໂຄງການກໍ່ສ້າງເສັ້ນທາງ 01728. ໃນໂອກາດນີ້ ພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງ ແສງ ກໍໄດ້ໂອ້ລົມ ແລະ ເນັ້ນໜັກ ບາງບັນຫາສຳຄັນໃຫ້ຄະນະພັກ- ຄະນະບັນຊາກົມກອງທີ່ໄດ້ຮັບ ພາຫະນະເຕັກນິກໃນຄັ້ງນີ້ ຈົ່ງ ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິ ບັດຫນ້າທີ່ວຽກງານຂອງຕົນຮັບ ຜິດຊອບ ແລະ ພ້ອມກັນປົກປັກ ຮັກສາພານະ ທີ່ຂັ້ນເທິງມອບ ໝາຍໃຫ້ມີຄວາມພ້ອມໃນການ ໃຊ້ງານ ແລະ ມີປະສິດທິຜົນສູງ ໃນສະເພາະໜ້າ ແລະ ຍາວນານ ເພີ່ມທະວີສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ພະ ນັກງານ-ນັກຮົບໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຂອງຕົນ ຢູ່ພາກສະໜາມຕິດຕາມແຕ່ລະ ຫນ້າວຽກ ແລະ ມອບໝາຍວຽກ ໃຫ້ບຸກຄົນຮັບຜິດຊອບຢ່າງມີຜົນ ສຳເລັດ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ