ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ອົງການຈັດຕັ້ງມະຫາຊົນ ກອງພົນທີ 1 ເຄື່ອນໄຫວຢ້ຽມຢາມ ເຫຼົ່າຮົບປືນໃຫຍ່ໜ້າດິນ
ເວລາອອກຂ່າວ: 2020-12-09 08:40:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1166 | ຄວາມນິຍົມ:



v ໃນວັນທີ 24 ພະຈິກ ຜ່ານມາ, ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ກອງພົນທີ 1, ເຊິ່ງນຳໂດຍ ສະຫາຍ ພັນໂທ ບຸນເຊີນ ຈັນຍາລາດ ຮອງຫົວໜ້າ ຫ້ອງການເມືອງ, ມີສະຫາຍ ພັນໂທ ນາງ ໂພຄຳ ຈັນທະມາດ ຫົວໜ້າພະແນກສະຫະພັນແມ່ຍິງ ພ້ອມດ້ວຍຄະນະ, ມີສະຫາຍ ຮ້ອຍໂທ ຄຳພາ ຊ່ວຍວຽກພະ ແນກຊາວໜຸ່ມ ຕາງໜ້າຄະນະ ໜ່ວຍຊາວໜຸ່ມຫ້ອງເສນາທິ ການ, ຫ້ອງການເມືອງ ແລະ ຫ້ອງເຕັກນິກໄດ້ເຄື່ອນໄຫວ ຢ້ຽມຢາມຊຸກຍູ້ກຳລັງໃຈອ້າຍ ນ້ອງທີ່ປະຕິບັດໜ້າທີ່ຊ້ອມຮົບ ສະແດງສະເຫຼີມສະຫຼອງວັນ ສະຖາປະນາ ສປປ ລາວ ຄົບ ຮອບ 45 ປີ ຢູ່ວິທະຍາຄານກົມ ມະດຳ, ໃຫ້ການຕ້ອນຮັບໂດຍ ສະຫາຍ ພັນໂທ ສຸລິໄຊ ພິຈິດ ຄະນະພັກກອງພົນ ຮອງຫົວ ໜ້າຫ້ອງເສນາທິການຜູ້ຊີ້ນຳ ວຽກງານຊ້ອມຮົບເຫຼົ່າຮົບ ປືນໃຫຍ່ໜ້າດິນ ກອງພັນ 631 ກອງພົນທີ 1. ການເຄື່ອນໄຫວຢ້ຽມຢາມ ຂອງສອງອົງການຈັດຕັ້ງມະ ຫາຊົນ ກອງພົນທີ 1 ໃນຄັ້ງນີ້, ກໍເພື່ອເປັນການນຳເອົາວັດຖຸ ປັດໄຈ, ເຄື່ອງອຸປະໂພກ-ບໍ ລິໂພກ ແລະ ໃຫ້ກຳລັງໃຈອ້າຍ ນ້ອງທີ່ປະຕິບັດໜ້າທີ່ຊ້ອມ ຮົບຢູ່ວິທະຍາຄານກົມມະດຳ ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ, 45 ປີຂອງການ ເປັນເຈົ້າຂອງປະເທດຊາດຢ່າງ ແທ້ຈິງຂອງປວງຊົນລາວທັງ ຊາດ, ເປັນວັນແຫ່ງໄຊຊະນະ ອັນຍິ່ງໃຫຍ່ທາງດ້ານປະຫວັດ ສາດຂອງຊາດ, ຂອງກອງທັບ ແລະ ຂອງປວງຊົນລາວບັນດາ ເຜົ່າ ເຊິ່ງເປັນວັນສະແດງໃຫ້ ເຫັນຄວາມເປັນຈິດໜຶ່ງໃຈດຽວ ຄວາມເດັດດ່ຽວໜຽວແໜ້ນກໍ ຄືເປັນວັນທີ່ສະແດງໃຫ້ເຫັນ ຄວາມ ປີຊາສາມາດອັນສະຫຼາດ ສ່ອງໃສຂອງພັກປະຊາຊົນປະຕິ ວັດລາວ ນັບຈາກນັ້ນມາ ສປປ ລາວ ໄດ້ມີການພັດທະນາດີຂຶ້ນ ເທື່ອລະກ້າວຈົນເຖິງປັດຈຸບັນ ເຊິ່ງມີຮີດຄອງປະເພນີວັດທະນະ ທຳອັນດີງາມ ທຽບເທົ່າບັນດາ ຊາດອື່ນໆ ໃນໂລກ. ໂອກາດນີ້, ສະຫາຍ ຮອງຫົວໜ້າຫ້ອງການ ເມືອງ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຄະນະຊີ້ນຳ ພ້ອມ ດ້ວຍອ້າຍນ້ອງ ທີ່ສຸມທຸກເຫື່ອ ແຮງ ກຳລັງແຮງກາຍ ແລະ ຈິດ ໃຈປະຕິວັດ ເຮັດໃຫ້ບັ້ນເຝິກ ຊ້ອມໃນຄັ້ງນີ້ ໄດ້ດຳເນີນໄປ ຕາມແຜນການ ພ້ອມທັງ, ກ່າວ ມອບເຄື່ອງຝາກຂອງຕ້ອນໃຫ້ ອ້າຍນ້ອງ ເຊິ່ງຕາງໜ້າກ່າວ ຮັບໂດຍ ສະຫາຍ ພັນໂທ ສຸລິໄຊ ພິຈິດ ຄະນະພັກກອງພົນ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 1. ໂອກາດນີ້, ສະຫາຍ ພັນໂທ ສຸລິໄຊ ພິຈິດ ຜູ້ຊີ້ນຳການຊ້ອມຮົບ ໄດ້ສະແດງຄວາມຂອບໃຈ ຄະ ນະພັກ-ຄະນະບັນຊາ ກອງ ພົນທີ 1 ໂດຍສະເພາະ ສະຫາຍ ພັນໂທ ບຸນເຊີນ ຈັນຍາລາດ ພ້ອມດ້ວຍອົງການຈັດຕັ້ງມະຫາ ຊົນ ທີ່ໄດ້ນຳເອົາເຄື່ອງຝາກ ຂອງຕ້ອນ ຄວາມເປັນຫ່ວງເປັນ ໃຍ ມາສູ່ອ້າຍນ້ອງທີ່ປະຕິບັດໜ້າທີ່ເຝິກຊ້ອມໃນຄັ້ງນີ້ ແລະ ຈະນຳເອົາເຄື່ອງຝາກຂອງ ຕ້ອນນີ້ໄປແຈກຢາຍໃຫ້ອ້າຍ ນ້ອງຢ່າງທົ່ວເຖິງ ແລະ ສືບຕໍ່ ປະຕິບັດໜ້າທີ່ໃຫ້ມີຜົນສຳເລັດ ຕາມ ແຜນການ ຂອງຂັ້ນເທິງວາງ ອອກ ປະກອບສ່ວນຢ່າງຕັ້ງ ໜ້າເຮັດໃຫ້ບັນຍາກາດ ສະເຫຼີມ ສະຫຼອງ ວັນສະຖາປະນາ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ໃຫ້ຟົດຟື້ນແຂງແຮງ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ. ໂດຍ: ຄຳໄຕ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ