ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2020 ທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2020-12-09 08:56:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 721 | ຄວາມນິຍົມ:



v ໃນທ້າຍເດືອນພະຈິກ 2020 ນີ້, ທະຫານແຂວງໄຊສົມບູນໄດ້ ຈັດກອງປະຊຸມສະຫຼຸບວຽກ ງານຮອບດ້ານປະຈໍາປີ 2020 ແລະ ທິດທາງປະຈໍາ ປີ 2021, ພາຍໃຕ້ການເປັນປະທານ ສະ ຫາຍ ພັນເອກ ຄໍາ ອິ້ງ ກິ່ງແກ້ວ ຄະນະປະຈຳພັກແຂວງ ເລຂາ ຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງໄຊສົມບູນ, ມີຄະນະ ພັກ-ຄະນະບັນຊາອົງການ 5 ຫ້ອງ, ພ້ອມດ້ວຍຜູ້ຕາງໜ້າ ມາຈາກກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ. ສະຫາຍ ພັນໂທ ໝອນສີ ບຸດ ລະມິດ ຮອງຫົວໜ້າຫ້ອງການ ບໍລິຫານໄດ້ຜ່ານບົດສະຫຼຸບ ວຽກງານຮອບດ້ານປະຈໍາປີ 2020 ແລະ ທິດທາງປະຈໍາປີ 2021, ເຊິ່ງໃຫ້ຮູ້ວ່າ: ໃນໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນໄດ້ເອົາ ໃຈໃສ່ການຊີ້ນໍາ-ນໍາພາບັນ ດາອົງການ, ກົມກອງ ແລະ ພະ ແນກການຕ່າງໆ ໂດຍຖືເອົາ ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ພະ ນັກງານ-ນັກຮົບເປັນກົກ ພ້ອມນີ້ ຍັງໄດ້ປະຕິບັດໜ້າທີ່ເຮັດໃຫ້ ສະພາບມີຄວາມສະຫງົບ. ໃນ ນີ້, ຄະນະພັກໄດ້ຖືເອົາວຽກງານ ກໍ່ສ້າງຮາກຖານເປັນວຽກງານ ໜຶ່ງທີ່ສຳຄັນ ໄດ້ເອົາໃຈໃສ່ຊີ້ນຳ ພະແນກວິຊາການເຄື່ອນໄຫວ ຕາມພາລະບົດບາດຂອງຕົນ ໂດຍການປະສານສົມທົບກັບອໍາ ນາດການປົກຄອງບ້ານທີ່ຢູ່ອ້ອມ ຂ້າງກົມກອງ. ນອກນີ້, ຍັງສຸມໃສ່ ທາງດ້ານວຽກງານພະລາທິການ ແກ້ໄຂຊີວິດການເປັນຢູ່ຂອງກົມ ກອງ ໂດຍປະຕິບັດຕາມຄໍາ ຂວັນ ທີ່ວ່າເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ. ໃນ 1 ປີຜ່ານມາ, ບັນດາ ກົມກອງທີ່ຂຶ້ນກັບໄດ້ສຸມໃສ່ທໍາ6oການຜະລິດຕາມລະດູການ ໃນ ເນື້ອທີ່ 5,7 ເຮັກຕາ, ປູກຜັກຊະ ນິດຕ່າງໆສາມາດເກັບກູ້ຜົນຜະ ລິດ 4.446 ກິໂລ, ປູກຕົ້ນໄມ້ ກິນໝາກ 1.551 ຕົ້ນ, ລ້ຽງງົວ 53 ໂຕ, ແບ້ 92 ໂຕ, ສັດປີກ 578 ໂຕ, ມີໜອງປາ 11 ໜອງ ປ່ອຍປາ 35.200 ໂຕ, ໃນນີ້ສາ ມາດສ້າງລາຍຮັບເຂົ້າກົມກອງ ຈາກການຂາຍຜືດຜັກຊະນິດ ຕ່າງໆ 28.322.500 ກີບ, ສັດລ້ຽງ 854.934.000 ກີບ ແລະ ຈາກການບໍລິການອື່ນໆ 808.560.000 ກີບ, ທຽບໃສ່ ປີຜ່ານມາເພີ່ມຂຶ້ນໜຶ່ງເທົ່າຕົວ. ໂອກາດດຽວກັນນີ້ ກອງປະ ຊຸມຍັງໄດ້ປະກາດແຕ່ງຕັ້ງ ແລະ ປະກາດເລື່ອນຊັ້ນ-ທຽບຊັ້ນ ໃຫ້ພະນັກງານຈໍານວນໜຶ່ງ; ໃນນັ້ນ, ທຽບຊັ້ນ ຮ້ອຍຕີ 3 ສະ ຫາຍ, ຮ້ອຍໂທ 19 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 11 ສະຫາຍ ພ້ອມນີ້, ຍັງໄດ້ມອບ ຫຼຽນກຽດຕິຄຸນກອງທັບປະຊາ ຊົນລາວ ໃຫ້ພະນັກງານຜູ້ທີ່ມີ ຜົນງານໃນການປະກອບສ່ວນ ໜ້າທີ່ວຽກງານຕະຫຼອດໄລຍະ ຜ່ານມາ. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ