ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ວປອ ພົບປະອຳລາ ແລະ ຕ້ອນຮັບ ຄະນະວິຊາຄູ-ອາຈານ ຈີນ ຊຸດເກົ່າ-ໃໝ່
ເວລາອອກຂ່າວ: 2020-12-16 10:18:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 334 | ຄວາມນິຍົມ:



v ໃນວັນທີ 25 ພະຈິກ 2020 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ)ໄດ້ ຈັດຕັ້ງພິທີພົບປະອໍາລາ ແລະ ຕ້ອນຮັບຄະນະວິຊາການຄູ-ອາ ຈານຈີນ ຊຸດເກົ່າ ແລະ ຊຸດໃໝ່. ໂດຍການໃຫ້ກຽດເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຫົວໜ້າການ ທະຫານ ວປກ, ມີ ສະຫາຍ ພັນ ເອກ ຫຼີ ອ່ານ ພິງ ຫົວໜ້າຄະນະ ວິຊາການຄູ-ອາຈານ ຈີນ (ຊຸດ ເກົ່າ) ແລະ ສະຫາຍ ພັນເອກ ຫຼຽງ ກ່າງ ຫົວໜ້າຄະນະວິຊາ ການ ຄູ-ອາຈານ ຈີນ (ຊຸດໃໝ່). ພ້ອມດ້ວຍຄະນະເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ກ່າວຄຳ ຂອບໃຈ, ພ້ອມຕີລາຄາສູງຕໍ່ ການຮ່ວມມືຊ່ວຍເຫຼືອຂອງ ນັກວິຊາການທີ່ເຫັນໄດ້ຄວາມ ໝາຍ, ຄວາມສຳຄັນຂອງການ ຮຽນ-ການສອນ ແລະ ໄດ້ກ່າວ ຄໍາອວຍພອນໄຊອັນປະເສີດ ແດ່ຄະນະວິຊາການຊຸດເກົ່າ ທີ່ອຳລາໜ້າທີ່ຈົ່ງມີສຸຂະພາບ ແຂງແຮງ, ມີຄວາມຜາສຸກໃນ ຊິວິດສ່ວນຕົວ ແລະ ເດີນທາງ ກັບປະເທດດ້ວຍຄວາມສະ ຫວັດດີພາບ, ອວຍພອນສາຍ ພົວພັນມິດຕະພາບຄວາມສາ ມັກຄີ ແລະ ການຮ່ວມມືລະ ຫວ່າງສອງຊາດ-ສອງກອງ ທັບ ລາວ-ຈີນ, ຈີນ-ລາວ ທີ່ມີ ມູນເຊື້ອມາແຕ່ດົນນານແລ້ວ ນັ້ນໃຫ້ນັບມື້ນັບແໜ້ນແຟ້ນ, ເລິກ ເຊິ່ງ ແລະ ຈະເລີນງອກງາມຍິ່ງໆ ຂຶ້ນ. ໂອກາດດັ່ງກ່າວໄດ້ໃຫ້ການ ຕ້ອນຮັບການເຂົ້າຮັບໜ້າທີ່ໃໝ່ ຂອງຄະນະວິຊາການຊຸດໃໝ່ ຢ່າງອົບອຸ່ນອີກດ້ວຍ. ໂດຍ: ກິ່ງ ພິມມະສອນ ພາບ: ອານຸພົງ ຈັນທະພີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ