ເຊັນສັນຍາໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ
ເວລາອອກຂ່າວ: 2020-12-24 08:38:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 705 | ຄວາມນິຍົມ: ![]()
ພິທີເຊັນສັນຍາໂຄງການ ກໍ່ສ້າງຕຶກອາຄານກອງບັນຊາ ການທະຫານອາກາດ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ບໍລິສັດ (Fron tier Services Group Co, Ltd) ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ ໃນຕອນແລງຂອງ ວັນທີ 22 ທັນວາ 2020 ນີ້, ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນ
ກາງພັກ ລັດຖະມົນຕີກະຊວງ
ປ້ອງກັນປະເທດ, ມີຄະນະນໍາກະ ຊວງປ້ອງກັນປະເທດ, ທູດທະ
ຫານ ແຫ່ງ ສປ ຈີນ ປະຈໍາລາວ, ຄະນະພັກ-ຄະນະບັນຊາ ກທອ,
ປະທານບໍລິສັດ ແລະ ພາກສ່ວນ ກ່ຽວຂ້ອງທັງສອງຝ່າຍລາວ-ຈີນເຂົ້າຮ່ວມ.
ໂດຍປະຕິບັດຕາມລະບຽບ ກົດໝາຍຂອງ ສປປ ລາວ, ພົນພື້ນຖານຄວາມສະມັກໃຈ, ຄວາມສະເໝີພາບ ແລະ ການຕົກ ລົງເຫັນດີເປັນເອກະພາບກັນທັງສອງຝ່າຍ, ໂດຍຜ່ານການ ປຶກສາຫາລືກັນຢ່າງໄມຕີຈິດມິດ ຕະພາບ ແລະ ເຫັນດີຕາມເງື່ອນ ໄຂຂອງທັງສອງຝ່າຍ, ໂຄງການ ຮັບເໝົາກໍ່ສ້າງຕຶກອາຄານກອງ ບັນຊາການທະຫານອາກາດ ໂດຍແມ່ນກະຊວງປ້ອງກັນປະ ເທດ ແຫ່ງ ສປປລາວເປັນເຈົ້າ ຂອງໂຄງການ ແລະ ບໍລິສັດຊຽນ ເຟິງເຊີວິດກຣຸບຈໍາກັດ ( Fron tier Services Group Co, Ltd) ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງໄລຍະເວລາການກໍ່ສ້າງ ແມ່ນ 730ວັນ, ໃນນັ້ນ, ປະ ກອບມີຕຶກອາຄານຫ້ອງການ ກທອ, ສະໂມສອນ, ຫ້ອງສູນບັນ ຊາການ, ສູນແລກປ່ຽນສາກົນ, ເສັ້ນທາງປະກອບພາຍໃນເຂດ ພື້ນທີ່ກໍ່ສ້າງຂອງໂຄງການ, ວຽກ
ງານຕົບແຕ່ງສີຂຽວ, ການຈັດສັນ ລະບົບໄຟຟ້າ ແລະ ນໍ້າປະປາ ໃນ ເຂດສີແດງ, ເຊິ່ງມູນຄ່າສັນຍາ ທັງໝົດແມ່ນ 29.806.700 ໂດ ລາສະຫະລັດ.
ໂອກາດດັ່ງກ່າວ ສະຫາຍ ພົນ ຕີ ວົງຄໍາ ພົມມະກອນ ກຳມະ ການຄະນະປະຈໍາພັກກະຊວງ ປ້ອງກັນປະເທດ ຫົວໜ້າກົມໃຫຍ່ ພະລາທິການກອງທັບ ແລະ ທ່ານ
ລີຊຸນກວາງ ຮອງຜູ້ອໍານວຍ ການປະຈໍາເຂດປະເທດລາວ ປະ ທານບໍລິສັດ ( FSG ) ໄດ້ພ້ອມ ກັນລົງນາມໃນພິທີເຊັນສັນຍາໂດຍມີການນຳ ແລະ ແຂກທັງ ສອງຝ່າຍເຂົ້າຮ່ວມເປັນສັກຂີພະ ຍານ.
ໂດຍ: ສີທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















