ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກອງປະຊຸມສະຫຼຸບວຽກງານອົບຮົມ - ຫັດແອບທົ່ວກອງທັບ ຄັ້ງທີ III
ເວລາອອກຂ່າວ: 2020-12-25 08:28:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 691 | ຄວາມນິຍົມ:



ວັນທີ 24 ທັນວາ 2020 ນີ້, ກົມອົບຮົມກົມໃຫຍ່ເສນາທິການ ກອງທັບໄດ້ເປິດກອງປະຊຸມສະ ຫຼຸບຖອດຖອນບົດຮຽນວຽກ ງານອົບຮົມ-ຫັດແອບ, ປັບປຸງ ລະບຽບແບບແຜນ, ເຝິກຝົນກໍາ ລັງແຮງກາຍທົ່ວກອງທັບ ຄັ້ງທີ III ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະປະຈຳພັກ ກະຊວງ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີບັນດາ ສະຫາຍຄະນະພັກ-ຄະນະກົມ ໃຫຍ່ ແລະ ບັນດາສະຫາຍຜູ້ແທນ ທີ່ມາຈາກກອງພົນ, ທະຫານ ແຂວງ, ກອງພັນໃຫຍ່, ວິທະຍາ ຄານ ແລະ ໂຮງຮຽນເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ກຳມະການຄະນະພັກ ກະຊວງ ຫົວໜ້າກົມອົບຮົມກົມ ໃຫຍ່ເສນາທິການກອງທັບ ໄດ້ ຂຶ້ນຜ່ານບົດສະຫຼຸບວຽກງານ ອົບຮົມ-ຫັດແອບ, ປັບປຸງລະ ບຽບແບບແຜນ, ເຝິກຝົນກໍາ ລັງແຮງກາຍໃນ 5 ປີທີ່ຜ່ານມາ (2015-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ເຊິ່ງໄດ້ຍົກໃຫ້ເຫັນຜົນ ງານຕະຫຼອດໄລຍະ 5 ປີຜ່ານມາ ກົມອົບຮົບໄດ້ເອົາໃຈໃສ່ຄົ້ນຄວ້າ, ປັບປຸງຮຽບຮຽງບັນດາເອກະສານຫຼັກການຈັດຕັ້ງອົບຮົມ 5 ຫຼັກການສິລະປະຍຸດທະຫານ ຮາບຄືເອກະສານຫຼັກການປືນ ທະຫານຮາບ, ກຳລັງໄຟແບກ ຫາບ, ເອກະສານສິລະປະຍຸດ ທາດລະເບິດ, ເອກະສານສິລະປະ ຍຸດນຳໃຊ້ທາດແຕກ, ເອກະສານ ສິລະປະຍຸດໝາກແຕກ, ເອກະ ສານສິລະປະຍຸດທະຫານຮາບ, ກໍາລັງໄຟແບກຫາບ, ເອກະ ສານ, ວິທີຈັດຕັ້ງກວດກາ 5 ສິ ລະປະຍຸດທະຫານຮາບ, ຮຽບ ຮຽງບັນດາເອກະສານນິຕິກໍາ ຫຼັກການ ຈັດຕັ້ງອົບຮົມຮູບແຖວ ຍຸດທະວິທີທະຫານຮາບ ນັບແຕ່ ຂັ້ນບຸກຄົນ, ຈຸ, ໝູ່, ໝວດ, ກອງ ຮ້ອຍ, ກອງພັນ ພື້ນຖານໄດ້ສໍາ ເລັດ ແລະ ໄດ້ຈັດພິມ, ເຊັ່ນຜ່ານອະ ນຸມັດກົມໃຫຍ່ເສນາທິການ ແຈກ ຍາຍໃຫ້ກົມກອງກໍາລັງຫຼວງ-ທ້ອງຖິ່ນສໍາເລັດ, ວຽກງານຊີ້ນໍາ ການຈັດຕັ້ງຫັດແອບ ກໍໄດ້ເປັນ ເຈົ້າການປະສານສົມທົບກັບບັນດາກົມກອງເຫຼົ່າຮົບ ແລະ ບັນດາກົມກອງກໍາລັງຫຼວງ-ກໍາ ລັງທ້ອງຖິ່ນ ໃນຂອບເຂດທົ່ວປະ ເທດລົງຊຸກຍູ້, ກວດກາ, ຕິດຕາມ ການຈັດຕັ້ງອົບຮົມຫັດແອບຕາມ ຄໍາສັ່ງອົບຮົມຂອງກົມໃຫຍ່ເສ ນາທິການ, ຄໍາສັ່ງແນະນໍາ ຂອງ ກົມອົບຮົມ ແລະ ຄໍາສັ່ງຂອງບັນ ດາກົມວິຊາສະເພາະໃຫ້ບັນດາ ກົມກອງກໍາລັງຫຼວງ-ກໍາລັງທ້ອງ ຖິ່ນ ໄດ້ທັງໝົດ 153 ກົມກອງ. ຜ່ານການກວດກາຕີລາຄາ ຜົນໄດ້ຮັບກໍາລັງຫຼວງ 82,5%, ກຳລັງທ້ອງຖິ່ນ 75,9%, ສະເລ່ຍ ໄລຍະ 5 ປີຜ່ານມາປະມານ 80-85%, ໃນນີ້, ພົ້ນເດັ່ນກ່ວາໝູ່ ໝົດມີບັນດາກົມກອງຄື: ກອງພົນ ທີ 1, 2, 3, 5, ກອງພັນໃຫຍ່ 11, 497, 279, 661, 641, 642, 584, 702, 703, ກອງພັນ 433, 233, ກອງບັນຊາການທະ ຫານນະຄອນຫຼວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງວຽງ ຈັນ, ແຂວງຫຼວງພະບາງ, ແຂວງ ຫຼວງນໍ້າທາ, ແຂວງໄຊຍະບູລີ, ແຂວງຈໍາປາສັກ, ແຂວງສາລະ ວັນ ແລະ ກອງບັນຊາການທະ ຫານແຂວງສະຫວັນນະເຂດ. ນອກນັ້ນ, ກໍຍັງມີຫຼາຍກົມກອງ ເຫຼົ່າຮົບອື່ນໆກໍເຮັດໄດ້ດີພໍສົມ ຄວນ ເຊັ່ນ: ເຫຼົ່າຮົບສື່ສານ, ສືບ ຂ່າວ, ຕີພິເສດ ແລະ ເຫຼົ່າຮົບ ອື່ນໆ... ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປ ກົງມາ. ເຊິ່ງກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ