ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ປິດຊຸດອົບຮົມ -​ ຫັດແອບວິຊາສະເພາະພິເສດ ປະຈຳສົກປີ 2020
ເວລາອອກຂ່າວ: 2020-12-25 08:31:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 418 | ຄວາມນິຍົມ:



ໃນວັນທີ 18 ທັນວາ 2010 ນີ້, ກອງພັນ 19 ທີ່ຂຶ້ນກັບກອງ ບັນຊາການທະຫານ ແຂວງຫົວ ພັນ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບ ວິຊາສະເພາະຕີພິເສດ ປະຈໍາສົກປີ 2020 ຂຶ້ນຢູ່ທີ່ສະ ໂມສອນກົມກອງຂອງຕົນ ໂດຍ ການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ສຸລິນພອນ ຄໍາພະຈັນ ກໍາມະການຄະນະປະ ຈໍາພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຫົວພັນ, ມີສະຫາຍ ພັນໂທ ຄໍາ ແສງ ແກ້ວດວງດີ ຮອງຫົວໜ້າ ກົມ 49 ກົມໃຫຍ່ເສນາທິການ ກອງທັບ, ມີບັນດາເເຂກຖືກເຊີນ ຈາກອົງການ 5 ຫ້ອງ, ພະແນກ ການອ້ອມຂ້າງ, ຄະນະພັກ-ຄະ ນະບັນຊາ, ຄູ-ອາຈານ ຕະຫຼອດ ຮອດນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ສົມເພັດ ເພັດ ວຽງໄຊ ຫົວໜ້າການທະຫານ ກອງພັນ 19 ໄດ້ຂຶ້ນສະຫຼຸບຕີລາ ຄາຜົນໄດ້ຮັບ ໃນການ ອົບຮົມ-ຫັດແອບ ປະຈໍາສົກປີ 2020 ເຊິ່ງ ເນື້ອໃນການອົບຮົມ ໄດ້ຮຽນຮູ້ ທັງພາກທິດສະດີ-ຫຼັກການ, ພາກ ປະຕິບັດຕົວຈິງ, ຄວາມຮູ້ພື້ນຖານ ບັນດາທ່າຈັ່ງຫວະຂອງເຫຼົ່າຮົບ ວິຊາສະເພາະໃນແຕ່ລະບາດກ້າວ ໃຫ້ສອດຄ່ອງເໝາະສົມ ແລະ ມີ ຄວາມຊໍານິຊໍານານ, ທັງນີ້, ກໍ ເພື່ອເປັນການຍົກສູງຄວາມຮູ້ ຄວາມສາມາດຂອງພະນັກງານ-ນັກຮົບກ້າວໄປເຖິງການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຕາມ ການມອບໝາຍ ໃຫ້ມີຜົນສໍາເລັດ ສູງ, ຊຸດອົບຮົມຄັ້ງນີ້ ສາມາດຕີ ລາຄາຜົນໄດ້ຮັບຄື: ພາກການ ເມືອງໄດ້ 85%, ພາກລະບຽບ ໄດ້ 86%, ພາກການທະຫານໄດ້ 89%, ພາກວິຊາສະເພາະໄດ້ 87% ແລະ ພາກພະລາທິການໄດ້ 84% ເຊິ່ງສາມາດບັນລຸໄດ້ຕາມ ລະດັບຄາດໝາຍທີ່ວາງໄວ້. ໂອກາດນີ້, ສະຫາຍ ພົນຈັດຕະວາ ສຸລິນພອນ ຄໍາພະຈັນ ຍັງໄດ້ ຂຶ້ນໂອ້ລົມເຊິ່ງໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຄວາມພ້ອມ ຂອງກົມກອງ ທີ່ໄດ້ເປີດຊຸດອົບ ຮົມໃນຄັ້ງນີ້, ພ້ອມທັງຮຽກຮ້ອງ ນັກອົບຮົມໃຫ້ເອົາໃຈໃສ່ກໍາແໜ້ນ ເນື້ອໃນ ທິດສະດີ-ຫຼັກການ ທີ່ໄດ້ ອົບຮົມມາ ເພື່ອນໍາໄປຈັດຕັ້ງປະ ຕິບັດໃຫ້ມີຜົນສໍາເລັດສູງ, ຕັ້ງ ໜ້າໃນການເຝິກຝົນຫຼໍ່ຫຼອມຕົນ ເອງທາງດ້ານຄຸນສົມບັດ-ສິນທໍາ ປະຕິວັດ,ເປັນເຈົ້າການຕໍ່ໜ້າທີ່ ວິຊາສະເພາະຂອງຕົນໃຫ້ສູງ ພ້ອມທັງປະກອບສ່ວນເຂົ້າໃນ ທຸກຂະບວນການທີ່ກົມກອງຈັດ ຂຶ້ນ ແລະ ເອົາໃຈໃສ່ໃນການຈັດ ຕັ້ງປະຕິບັດລະບຽບແບບແຜນ ຕ່າງໆໃຫ້ເຂັ້ມງວດ. ໂດຍ: ໄຜ່ຄໍາ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ