ວິທະຍາຄານການແພດກອງທັບ ຈັດການສອບເສັງຍິງລູກປືນແທ້
ເວລາອອກຂ່າວ: 2020-12-28 09:22:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 534 | ຄວາມນິຍົມ: ![]()
ວັນທີ 24 ທັນວາ 2020 ນີ້, ຢູ່ທີ່ສະໜາມຍິງປືນກອງພັນ233 ຫຼັກ 27 ວິທະຍາຄານການແພດກອງທັບໄດ້ສອບເສັງຈົບວິຊາການທະຫານຍິງລູກປືນແທ້ໃຫ້ແກ່ນັກສຶກສາແພດປະລິນຍາຕີ ຊຸດທີ VII ລະບົບ 6 ປີ ແລະພະຍາບານຊັ້ນສູງ ຊຸດທີ I ລະບົບ3 ປີ ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ປອ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຮັບຜິດຊອບການສອບ ເສັງ, ພະນັກງານ ຄູອາຈານ ແລະ ນັກສຶກສາແພດທັງ 2 ລະບົບເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ຈັນສະ ໝອນ ມະຫາວົງ ໃຫ້ຮູ້ວ່າ: ໂດຍ ປະຕິບັດຕາມແຜນການຫຼັກສູດ ແພດປະລິນຍາຕີທີ່ວິທະຍາຄານ ວາງອອກ ແລະ ການຂຶ້ນຫ້ອງສິດ ສອນຮໍ່າຮຽນຕົວຈິງ, ເພື່ອເປັນ ການຢັ້ງຢືນຄວາມຮັບຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດ ຕົວຈິງໃຫ້ນັກສຶກສາແຕ່ລະສະ ຫາຍ ແລະ ຮັບປະກັນໃນການ ສອບເສັງໃຫ້ໄດ້ຮັບຜົນດີ ເພື່ອ ເປັນການຕັດສິນຊີ້ຂາດຜົນຂອງ ການສອບເສັງໃຫ້ຖືກຕ້ອງຕາມ ລະບຽບຫຼັກການ, ຜ່ານການຈັດ ຕັ້ງຍິງລູກປືນແທ້ຕົວຈິງ ສະແດງ ໃຫ້ເຫັນວ່າດ້ານດີ: ນັກສຶກສາ ໄດ້ເຂົ້າໃຈວິທີການນຳໃຊ້ອາວຸດ ແລະ ບັນດາເຕັກນິກຂັ້ນຕອນຍິງ ລູກປືນແທ້ໃນພາກສະ ໜາມນັບ ທັງປືນອາກາ ແລະ ປືນສັ້ນ, ນອກ ນັ້ນຄະນະຮັບຜິດຊອບໂດຍສະ ເພາະຄູ-ອາຈານໄດ້ເຂັ້ມງວດຊີ້ ນຳນັກສຶກສາເຂົ້າໃຈໃນພາກທິດ ສະດີ ແລະ ປະຕິບັດຕົວຈິງ, ຜ່ານ ການຍິງລູກປືນແທ້ໃນຄັ້ງນີ້ແມ່ນ ສໍາ ເລັດຕາມແຜນການ ແລະ ຮັບ ປະກັນຄວາມປອດໄພ 100%, ສະແດງອອກຜົນຂອງການຍິງ ຂອງນັກສຶກສາ 120ສະຫາຍ, ຫ້ອງປະລິນຍາຕີ ຊຸດທີ VII ລະບົບ 6 ປີ: ຍິງໄດ້ຄະແນນສູງສຸດ 1 ສະຫາຍ, ດີເລີດ 6 ສະຫາຍ, ແຂງ 9 ສະຫາຍ, ກາງ 9 ສະຫາຍ, ພໍໃຊ້ 36 ສະຫາຍ, ຫ້ອງພະຍາ ບານຊັ້ນສູງ ຊຸດທີ I ລະບົບ 3 ປີ: ຍິງໄດ້ຄະແນນສູງສຸດ 1 ສະ ຫາຍ, ດີເລີດ 4 ສະຫາຍ, ແຂງ 13 ສະຫາຍ, ກາງ 13 ສະຫາຍ, ພໍໃຊ້ 30 ສະຫາຍ ໂດຍລວມ ແມ່ນໄດ້ຄາດໝາຍ 100%.
ໂດຍ: ອານຸສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















