ກົມທະຫານຊາຍແດນ ມອບເຮືອລາດຕະເວນໃຫ້ທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2020-12-28 09:26:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 534 | ຄວາມນິຍົມ: ![]()
ໃນວັນທີ 24 ທັນວາ 2020 ນີ້. ຄະນະກົມທະຫານຊາຍແດນທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ໄດ້ມອບເຮືອລາດຕາເວນໃຫ້ກອງບັນຊາການທະຫານແຂວງສະຫັວນນະເຂດ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ກຳມະການຄະນະປະຈຳພັກແຂວງສະຫວັນນະເຂດ ເລຂາຄະນະພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ ທັງຕາງໜ້າການນຳແຂວງ ສະຫັວນນະເຂດ. ສະຫາຍ ພັນເອກ ດວງມາລາ ນາວາ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫ່ຍເສນາທິການ ກອງທັບ, ມີບັນດາສະຫາຍໃນ ຄະນະພັກ, ຄະນະຫ້ອງ, ພະແນກ ການທີ່ກ່ຽວຂ້ອງ ແລະ ກອງຮ້ອຍ ທະຫານຊາຍແດນທີ່ຂຶ້ນກັບ ເຂົ້າຮ່ວມ.
ສະຫາຍ ພັນເອກ ດວງ ມາລາ ໄດ້ມີຄຳເຫັນວ່າເຮືອລາດຕາ ເວນຈຳນວນທີ່ນຳມາມອບໃຫ້ ທະຫານຊາຍແດນກອງບັນຊາ ການທະຫານແຂວງສະຫວັນ ນະເຂດ ມີຈຳນວນ 5 ລຳ. ຍ້ອນ ຄວາມເປັນຫ່ວງເປັນໃຍ ຈາກພັກ-ລັດ ກໍຄືກະຊວງປ້ອງ ກັນປະເທດ. ເຫັນໄດ້ຄວາມສຳ ຄັນພາລະບົດບາດຕໍ່ວຽກງານປ້ອງກັນຊາຍແດນ. ດັ່ງນັ້ນຈິ່ງໄດ້ຕົກລົງມອບເຮືອລາດຕາ ເວນເພື່ອເພີ່ມຄວາມເຂັ້ມແຂງ ແລະ ຍົກລະດັບຂອງກຳລັງປະກອບອາວຸດເລົ່າຮົບດັ່ງກ່າວໃຫ້ພັດນທະນາທຽບເທົ່າສາກົນຂຶ້ນເປັນກ້າວໆ.
ໃນໂອກາດດຽວກັນນີ້ ສະ ຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນ ຊາກນທະຫານ ແຂວງສະຫວັນນະເຂດ ໄດ້ຕາງໜ້າຄະນະພັກ ຄະນະບັນຊາກອງບັນຊາການ ທະຫານແຂວງ, ຂຶ້ນກ່າວຮັບພ້ອມ ທັງສະແດງຄວາມຂອບອົກຂອບ ໃຈຕໍ່ຄະນະການນຳກົມທະຫານ ຊາຍແດນກົມໃຫຍ່ເສນາທິການກອງທັບ ກໍຄືກະຊວງປ້ອງກັນປະເທດ. ພ້ອມໃຫ້ຄຳໝັ້ນສັນຍາ ວ່າຈະນຳເອົາເຮືອລາດຕະເວນ ທັງ 5 ລຳ ໄປມອບຕໍ່ໃຫ້ກົມກອງ ທະຫານຊາຍແດນທີ່ລຽບຕາມລຳແມ່ນໍ້າຂອງນຳໃຊ້ໃຫ້ເປັນປະໂຫຍດແລະຍາວນານ.ຈາກນັ້ນ ກໍໄດ້ເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ.
ໂດຍ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















