ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປິດຊຸດອົບຮົມ-ຫັດແອບການເມືອງ-ການທະຫານໃຫ້ກອງຫຼອນເມືອງສາລະວັນ
ເວລາອອກຂ່າວ: 2020-12-30 08:55:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ:



ວັນທີ 21 ທັນວາ 2020ນີ້, ຢູ່ທີ່ສະໂມສອນຂອງກອງບັນຊາການທະຫານເມືອງສາລະວັນ ໄດ້ປິດຊຸດອົບຮົມ-ຫັດແອບການເມືອງ-ການທະຫານໃຫ້ກຳ ລັງ ກອງຫຼອນ ກອງຮ້ອຍທີ 1 ເທດສະບານເມືອງສາລະວັນ ໂດຍການເຂົ້າຮ່ວມຂອງ ທ່ານຈັນສີລອນ ສີສົມບູນ ກຳມະການ ພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ສາລະວັນ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຂັ້ນເມືອງ, ມີສະຫາຍ ພັນໂທ ຄຳເບັນ ແກ້ວສາຍທອງ ຄະນະປະຈຳພັກເມືອງ ເລຂາ ຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ສາລະວັນ, ມີເລຂາພັກບ້ານ, ພ້ອມດ້ວຍກຳລັງກອງຫຼອນ 14 ບ້ານເທດສະບານເມືອງ ຈຳນວນ 45 ສະຫາຍເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ອິນປົງ ບຸນທິສະຫວັດ ຫົວໜ້າຂະແໜງອົບຮົມກອງບັນຊາການທະຫານເມືອງສາລະວັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຮອງຫົວໜ້າບັນນາທິການຕິບັດແຜນການອົບຮົມ-ຫັດແອບການເມືອງ-ການທະຫານ ໄລຍະສັ້ນ ເວລາ 12 ວັນ, ໃຫ້ກຳລັງ ກອງຫຼອນ ກອງຮ້ອຍທີ 1 ເທດສະບານເມືອງສາລະວັນ, ເຊິ່ງ ໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງ ບົດຮຽນທີ່ຖອດຖອນໄດ້, ໂດຍພື້ນຖານແລ້ວຕະຫຼອດໄລຍະການຈັດຕັ້ງອົບຮົມ-ຫັດແອບໄດ້ຮັບການຊີ້ນໍາຢ່າງ ໃກ້ຊິດຈາກຂັ້ນເທິງກໍຄືຄະນະ ພັກ-ຄະນະບັນຊາ ກອງບັນຊາ ການທະຫານເມືອງສາລະວັນ ມາໂດຍຕະຫຼອດເຮັດໃຫ້ຊຸດອົບ ຮົມ ບັນລຸຕາມແຜນການ, ພ້ອມ ກັນນັ້ນບັນດາສະຫາຍຄະນະ ຮັບຜິດຊອບ, ຄູ-ອາຈານ ແລະ ອ້າຍນ້ອງກອງຫຼອນ ກໍໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີ, ພ້ອມ ກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບຢູ່ພາກສະໜາມ ຮັກສາຄວາມເປັນລະບຽບຮຽບ ຮ້ອຍ ແລະ ຮັບປະກັນຄວາມປອດ ໄພໄດ້ 100%. ຜ່ານການອົບຮົມ-ຫັດແອບ ສາມາດຕີລາຄາ ແຕ່ລະພາກ ຄື: ພາກການເມືອງ ສະເລ່ຍບັນລຸໄດ້ 85%%, ພາກການທະຫານບັນລຸໄດ້ 90%, ນັກຮຽນດີ 8 ສະຫາຍ ເທົ່າກັບ 17,77%, ກາງ 18 ສະຫາຍເທົ່າ ກັບ 40,00% ແລະ ໄດ້ຄາດໝາຍ 19 ສະຫາຍ ເທົ່າກັບ 42,22%. ໂອກາດນີ້, ສະຫາຍ ພັນຕີ ກິລາວັນ ລືເດດມູນສອນ ຮອງຫົວໜ້າການທະຫານ ກອງບັນຊາ ການທະຫານເມືອງສາລະວັນ ຍັງໄດ້ຂຶ້ນຜ່ານຕົກລົງຂອງທ່ານ ເຈົ້າເມືອງ ແລະ ຂໍ້ຕົກລົງຂອງ ກອງບັນຊາການທະຫານເມືອງ ສາລະວັນ ວ່າດ້ວຍ ການຍ້ອງຍໍກົມກອງລວມໝູ່, ເລຂາໜ່ວຍພັກ, ນາຍບ້ານ, ສະຫະ ພັນແມ່ຍິງບ້ານ ແລະ ກຳລັງກອງ ຫຼອນ ຈຳນວນ 92 ໃບ, ໂດຍ ໃຫ້ກຽດຂຶ້ນມອບຂອງ ທ່ານ ຈັນສີລອນ ສີສົມບູນ ແລະ ສະຫາຍ ພັນໂທ ຄຳເບັນ ແກ້ວສາຍທອງ ຢ່າງສົມກຽດ. ໂດຍ: ຖາວອນ ສຸວັນນະພິມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ