ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ສະຫາຍ ປອ ບຸນທອງ ຈິດມະນີ ນຳພາ - ຊີ້ນຳ ດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຢູ່ແຂວງວຽງຈັນ
ເວລາອອກຂ່າວ: 2021-01-06 08:42:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 514 | ຄວາມນິຍົມ:



ໃນວັນທີ 4 ມັງກອນ 2021 ທີ່ສະໂມສອນຫ້ອງວ່າການປົກ ຄອງແຂວງ ວຽງຈັນ ໄດ້ເປີດ ບັ້ນດໍາເນີນກອງປະຊຸມທາບ ທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ພາຍໃຕ້ການເປັນປະທານນໍາພາ-ຊີ້ນໍາຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ປະທານຄະນະກວດກາ ສູນກາງພັກ, ປະທານອົງການ ກວດກາລັດຖະບານ, ມີສະຫາຍ ຄໍາພັນ ສິດທິດໍາພາ ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ, ສະຫາຍ ພົນຕີ ຄໍາລຽງ ອຸທະ ໄກສອນ ເລຂາພັກແຂວງ ເຈົ້າ ແຂວງໆໄຊສົມບູນ, ສະຫາຍ ປອ ກອງແກ້ວ ໄຊສົງຄາມ ເລຂາພັກ ແຂວງ ເຈົ້າແຂວງໆບໍລິຄໍໍາໄຊ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ກໍາລັງຫຼວງຈາກທັງ 3 ແຂວງເຂົ້າຮ່ວມທັງໝົດ 75 ສະ ຫາຍ, ຍິງ 8 ສະຫາຍ ກອງປະຊຸມຄັ້ງນີ້, ແມ່ນເພື່ອ ເຜີຍແຜ່, ເຊື່ອມຊຶມ 4 ເນື້ອໃນເອ ກະສານກອງປະຊຸມ ແລະ ສ້າງ ຄວາມເປັນເອກະພາບກັນທາງ ດ້ານທັດສະນະ, ທິດນໍາ, ແຜນ ນະໂຍບາຍໃຫຍ່ ທີ່ຈະກໍານົດອອກ ໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກ ໃນຊຸມປີຕໍ່ໜ້າ ເຊິ່ງຈິດໃຈກວມລວມແມ່ນສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານເພື່ອນໍາພາຊີ້ນໍາ ແກ້ໄຂບັນຫາຕ່າງໆໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນ; ເພື່ອຮັບຟັງຄໍາຄິດ ຄໍາເຫັນຂອງ ບັນດາສະຫາຍຜູ້ແທນສົມບູນ ຂອງທ້ອງຖິ່ນ ເພື່ອເປັນພື້ນຖານ ສໍາຄັນໃຫ້ແກ່ການສືບຕໍ່ປັບປຸງ ຮ່າງເອກະສານດັ່ງກ່າວໃຫ້ມີ ເນື້ອໃນເລິກເຊິ່ງ, ຄົບຖ້ວນ, ແທດ ຕົວຈິງ ແລະ ມີຄວາມອາດສາ ມາດຈັດຕັ້ງປະຕິບັດໃຫ້ປະກົດຜົນ ເປັນຈິງ; ອັນສຳຄັນກໍແມ່ນເພື່ອ ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການເສີມ ຂະຫຍາຍປະຊາທິປະໄຕ ໃນການ ຄົ້ນຄວ້າ, ເລືອກເຟັ້ນບຸກຄະລາກອນປະກອບເຂົ້າໃນຄະນະບໍລິຫານງານສູນກາງພັກຊຸດໃໝ່, ສ້າງເງື່ອນໄຂໃຫ້ກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກສາ ມາດດໍາເນີນໄດ້ຕາມແຜນການ ທີ່ກໍານົດໄວ້. ກອງປະຊຸມຈະໄດ້ ດໍາເນີນເປັນ ເວລາ 2 ວັນ ( 4-5 ມັງກອນ 2021) ຈຶ່ງຈະໄດ້ອັດ ລົງ, ດ້ວຍຈິດໃຈເຄັ່ງຮ້ອນ ແຕ່ ເຕັມໄປດ້ວຍຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງອັນໜັກແໜ້ນ ແລະ ມານະຈິດປະຕິວັດຕໍ່ພັກ ແລະ ປະເທດຊາດ, ທັງຖືກຕ້ອງຕາມ ກົດລະບຽບຂອງພັກ ແລະ ເຕັມ ໄປດ້ວຍເນື້ອໃນທີ່ມີຄວາມໝາຍ ສໍາຄັນ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມ ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ທັດສະນະ, ຫຼັກການ, ທິດນໍາ ແລະ ແຜນນະໂຍບາຍໃຫຍ່ໆ ທີ່ຈະກໍານົດອອກໃນແນວທາງ ການເມືອງ ແລະ ແນວທາງການ ຈັດຕັ້ງຂອງພັກໃນຊຸມປີຕໍ່ໜ້າ ຢ່າງສ້າງສັນ, ກົງໄປກົງມາ ແລະ ອັນສໍາຄັນການທາບທາມບຸກ ຄະລາກອນ ໄດ້ດຳເນີນໄປຢ່າງມີ ປະຊາທິປະໄຕ, ມີຄວາມເປັນ ເຈົ້າການ, ປະຕິບັດຖືກຕ້ອງຕາມ ຂັ້ນຕອນ ແລະ ລະບຽບການຂອງ ພັກວາງອອກ. ໂອກາດນີ້, ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈິ້ມກ່ຽວກັບຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ຮ່າງບົດສໍາຫຼວດການນໍາພາ ລວມຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ X ແລະ ຕໍ່ຮ່າງກົດລະບຽບຂອງພັກສະບັບ ປັບປຸງ ໂດຍຜູ້ແທນກອງປະຊຸມ ໄດ້ລົງເລິກຄົ້ນຄວ້າສະເພາະທາງ ດ້ານເນື້ອໃນ ແລະ ຈະໄດ້ຈັດຕັ້ງ ທາບທາມບຸກຄະລາກອນເຂົ້າໃນ ໂຄງປະກອບຄະນະບໍລິຫານງານ ສູນກາງພັກຊຸດໃໝ່ຢ່າງມີປະ ຊາທິປະໄຕກວ້າງຂວາງຖືເປັນ ຄວາມຮັບຜິດຊອບຕໍ່ພັກ-ຕໍ່ການ ຈັດຕັ້ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນໜັກແໜ້ນ, ເພື່ອເຮັດໃຫ້ໂຄງປະກອບການ ຈັດຕັ້ງຂອງຄະນະບໍລິຫານງານ ສູນກາງພັກຊຸດໃໝ່ຄົບຖ້ວນ, ແນໃສ່ປັບປຸງພັກທາງດ້ານການ ຈັດຕັ້ງໃຫ້ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ສາມາດເປັນແກນນຳໃນ ລະບົບການເມືອງ, ເປັນຫຼັກແຫຼ່ງ ໃນການນຳພາພັດທະນາເສດຖະ ກິດ-ສັງຄົມ ແລະ ໄດ້ຮັບການ ເຊີດຊູສູງຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ